
ໃນໂອກາດເດີນທາງຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢ່າງເປັນທາງການຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລະຫວ່າງ ວັນທີ 31 ມີນາ ຫາ 2 ເມສາ 2022 ນີ້. ມາໃນຕອນແລງຂອງວັນທີ 1 ເມສາ 2022 ທ່ານ ນາງ ອາມານດາ ມິວລິງ ລັດຖະມົນຕີ ຜູ້ຮັບຜິດຊອບຂົງເຂດອາຊີ ແລະ ຕາເວັນອອກກາງ, ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໄດ້ຢ້ຽມຢາມ, ພົບປະ ກັບການນຳກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່.

ໃນໂອກາດພົບປະຫາລືກັນຢ່າງເປັນທາງການ, ທ່ານ ລັດຖະມົນຕີ ທັງສອງ ກໍໄດ້ຍົກເອົາຫຼາຍບັນຫາທີ່ທັງສອງຝ່າຍໃຫ້ຄວາມສົນໃຈນຳມາປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນເປັນຕົ້ນແມ່ນ ກົນໄກແບບແຜນ ແລະ ວິທີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຕໍ່ໜ້າ ເພື່ອພັດທະນາວຽກງານພະລັງງານຢູ່ ສປປລາວ ໃຫ້ບັນລຸຕາມແຜນການທີ່ວາງໄວ້. ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ລັດຖະບານ ແລະ ປະຊາຊົນ ອັງກິດ ທີ່ໃຫ້ຄວາມສຳຄັນ ຕໍ່ວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສະເພາະແມ່ນ ແຜນການພັດທະນາແຫຼ່ງຜະລິດພະລັງງານສະອາດຂອງ ສປປລາວ ເຂົ້າໃນນະໂຍບາຍສົ່ງເສີມການລົງທຶນຕ່າງປະເທດດ້ານພະລັງງານສະອາດຂອງ ລັດຖະບານ ອັງກິດ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນທ່າແຮງບົ່ມຊ້ອນຂອງ ສປປລາວ ໃນການພັດທະນາແຫຼ່ງຜະລິດພະລັງງານທົດແທນເຊັ່ນ: ຈາກແສງຕາເວັນ, ຈາກພະລັງງານລົມ ແລະ ຈາກຊີວະມວນອື່ນໆ. ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໄດ້ສະເໜີໃຫ້ ລັດຖະບານ ອັງກິດ ຊ່ວຍສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປລາວ ໃນໂຄງການປູກຈິດສຳນຶກ ແລະ ສ້າງຄວາມຮູ້ ກ່ຽວກັບການປະຢັດພະລັງງານ ແລະ ໂຄງການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນກ່ຽວກັບການຜະລິດໄຟຟ້າແບບໝັ້ນຄົງຈາກພະລັງງານທົດແທນ ໃນຂອບການຮ່ວມມື RRF/ETC.

ທ່ານ ອາມານດາ ມິວລິງ ລັດຖະມົນຕີ ຜູ້ຮັບຜິດຊອບຂົງເຂດອາຊີ ແລະ ຕາເວັນອອກກາງ, ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບ ແລະ ປຶກສາຫາລືກັນຢ່າງອົບອຸ່ນ ພ້ອມທັງລາຍງານຂໍ້ມູນຫຍໍ້ການພັດທະນາວຽກງານພະລັງງານຢູ່ ສປປລາວ ຂອງ ທ່ານ ປອ ດາວວົງ ພອນແກ້ວ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຜູ້ຮັບຜິດຊອບຂົງເຂດອາຊີ ແລະ ຕາເວັນອອກກາງ, ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ກໍ່ຍິນດີຮັບເອົາ ແລະ ພ້ອມນຳໄປຄົ້ນຄວ້າພະຈາລະນາ ຕໍ່ຂໍ້ສະເໜີຂອງ ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ຄັ້ງນີ້.
ແຫຼ່ງຂໍ້ມູນ : ກົມແຜນການ ແລະ ການຮ່ວມມື, ກົມ ສົ່ງເສີມ ແລະ ປະຢັດພະລັງງານ
ຂ່າວ : ຄຳແສງ ແກ້ວປະເສີດ