
ກອງປະຊຸມສະຫຼຸບຜົນງານການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກ ປະຈຳປີ 2021ແລະວາງທິດທາງແຜນການປີ 2022 ໄດ້ຈັດຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 25 ມີນາ 2022 ນີ້, ຢູ່ຫ້ອງປະຊຸມລັດວິສະຫະກິດໄຟຟ້າລາວ ສາຂາແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ ແກ້ວ ສິລິສະຫວັດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ,ມີຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ/ນະຄອນ, ຄະນະພະແນກ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງ ພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ຈຳປາສັກ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ແກ້ວ ສີລິສະຫວັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກ ກ່າວໄຂກອງປະຊຸມຢ່າງເປັນທາງການ ພ້ອມທັງລາຍງານສະຫຼຸບຕີລາຄາຜົນງານການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ພາຍໃນແຂວງຈຳປາສັກ ປະຈຳປີ 2021ທີ່ຜ່ານມາ ໃນນັ້ນ ທ່ານ ໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດງຽກງານຜ່ານມາຫຼາຍດ້ານເປັນຕົ້ນແມ່ນ: ວຽກງານການສຶກສາອົບຮົມການເມືອງແນວຄິດ,ວຽກງານການຈັດຕັ້ງ,ວຽກງານກໍ່ສ້າງພັກພະນັກງານ,ວຽກງານສາມສ້າງ ແລະ ວຽກງານວິຊາສະເພາະ ເຊິ່ງເຫັນວ່າມີຫຼາຍດ້ານທີ່ພົ້ນເດັ່ນ.

ທ່ານ ຫົວໜ້າພະແນກກ່າວຕື່ມວ່າ: ໃນ 1 ປີທີ່ຜ່ານມາໂດຍສະເພາະການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າຈາກນ້ຳ ເຊິ່ງມີຜູ້ພັດທະນາທັງພາຍໃນ ແລະ ຈາກຕ່າງປະເທດ ມາຮອດທ້າຍປີ 2021 ທົ່ວແຂວງມີໂຄງການໄຟຟ້າທີ່ໄດ້ຮັບການອະນຸມັດຈາກລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນໃຫ້ດຳເນີນການສຶກສາ-ສຳຫຼວດ, ພັດທະນາໂຄງການ ແລະ ສຳປະທານໂຄງການທັງໝົດ 31 ໂຄງການ, ມີກຳລັງຕິດຕັ້ງ 1.800 ກວ່າ MW ສາມາດຜະລິດພະລັງງານໄຟຟ້າໄດ້ 8.828 ກວ່າ ຈີກາວັດໂມງ GWh ຕໍ່ປີ ໃນນີ້ ໂຄງການທີ່ມີສັນຍາສຳປະທານແລ້ວ ຈຳນວນ 10 ໂຄງການ,ໂຄງການທີ່ມີສັນຍາຄຸ້ມຄອງ 5 ໂຄງການ, ໂຄງການທີ່ຢູ່ໃນຂັ້ນຕອນພັດທະນາ 2 ໂຄງການ ແລະ ໂຄງການຢູ່ໃນຂັ້ນຕອນເຮັດບົດບັນທຶກຄວາມເຂົ້າໃຈ 14 ໂຄງການ. ທົ່ວແຂວງຈຳປາສັກມີລະບົບຈຳໜ່າຍ,ສາຍສົ່ງແລະ ສະຖານີໄຟຟ້າທັງໝົດ 7 ແຫ່ງຄື ສະຖານີ 115 KV 5ແຫ່ງ,ສະຖານີ 500 KV ມີ 2 ແຫ່ງ, ສາມາດຂະຫຍາຍຕາໜ່າງໄຟຟ້າເຂົ້າບັນດາຍ້ານທັງໝົດ 641 ບ້ານ,ເທົ່າກັບ100% ຂອງບັນດາບ້ານໃນທົ່ວແຂວງ, ສຳເລັດການຕິດຕັ້ງໄຟເຂົ້າເຮືອນໄດ້ 266 ຫຼັງຄາເຮືອນ,ທົ່ວແຂວງມີໄຟຟ້າຊົມໄຊ້ 120.9000 ກ່ວາຫຼັງຄາເຮືອນ. ນອກຈາກນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ໃນປີ 2022 ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ໝາຍໄວ້.
ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງ ແຜນການຢ່າງກົງໄປກົງມາ ເພືອແນໃສ່ເຮັດໃຫ້ບົດດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ ແລະ ທັງສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ. ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມແລະ ໃຫ້ທິດຊີ້ນຳຂອງ ທ່ານ ວິໄລວົງ ບຸດດາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ ຕື່ມອີກ.
ພາບ ແລະ ແຫຼ່ງຂ່າວ: ສະຖານີວິທະຍຸແຂວງ ຈຳປາສັກ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ