ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນການສຶກສາລະດັບປະລິນຍາຕີ ໃຫ້ນັກສຶກສາ 3 ເມືອງ ຂອງແຂວງໄຊຍະບູລີ

          ໃນທ້າຍອາທິດຜ່ານມານີ້, ພະແນກຊັບພະຍາກອນມະນຸດ ຝ່າຍບໍລິການ ຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດພິທີມອບທຶນການສຶກສາໂຄງການ Local Scholarship Student Program (LSSP) ປະຈໍາປີ 2022 ໃນລະດັບປະລິນຍາຕີ ໃຫ້ກັບນັກສຶກສາໃນເຂດເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ລວມທັງໝົດ ຈໍານວນ 5 ທຶນ ໃນສາຂາວິຊາຕ່າງໆ ເຊັ່ນ: ສາຂາວິສະວະກໍາບໍ່ແຮ່ ຈໍານວນ 2 ທຶນ, ສາຂາວິສະວະກໍາເຄື່ອງກົນ ຈໍານວນ 1 ທຶນ, ສາຂາບັນຊີ ຈໍານວນ 1 ທຶນ ແລະ ສາຂາເຄມີ ຈໍານວນ 1 ທຶນ ທີ່ ອາຄານຫົງຄໍາໄຊຍາຄານ; ໂຄງການ LSSP ເປັນໂຄງການມອບທຶນການສຶກສາໂດຍ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຊຶ່ງຈັດຂຶ້ນຕາມພັນທະສັນຍາ ທີ່ຈະຕ້ອງປະຕິບັດຕາມສັນຍາສໍາປະທານ ວ່າດ້ວຍການພັດທະນາຄຸນນະພາບຊີວິດ ແລະ ສັງຄົມອ້ອມຂ້າງ ຈຶ່ງໄດ້ໃຫ້ຄວາມສໍາຄັນໃນການພັດທະນາເຍົາວະຊົນ ອັນຈະເປັນກໍາລັງສໍາຄັນໃນການພັດທະນາບ້ານເມືອງ ແລະ ປະເທດຊາດໃນອະນາຄົດ.

          ນອກຈາກນີ້, ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຍັງໃຫ້ການສະໜັບສະໜູນທຶນການສຶກສາແກ່ນັກຮຽນທີ່ມີຜົນການຮຽນດີ ໃນລະດັບຊັ້ນປະຖົມສຶກສາ, ມັດທະຍົມສຶກສາ ແລະ ລະດັບປະລິນຍາຕີ ໃນເຂດ ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ສປປ ລາວ. ມາແຕ່ປີ 2011 ຈົນເຖິງປັດຈຸບັນ ລວມແລ້ວຫຼາຍກວ່າ 470 ທຶນ; ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ດໍາເນີນທຸລະກິດພະລັງງານໄຟຟ້າ ມີຜູ້ຖືຮຸ້ນ 3 ບໍລິສັດ ໄດ້ແກ່: ບໍລິສັດ ບ້ານປູ ພາວເວີ ຈໍາກັດ (ມະຫາຊົນ), ບໍລິສັດ ຣາດກຣຸບ ຈໍາກັດ (ມະຫາຊົນ) ໂດຍເປັນບໍລິສັດລູກຂອງ ບໍລິສັດ ອາເອດຊ ອິນເຕີເນຊັນແນວ (ສິງກະໂປ) ຄໍປໍເຣຊັນ ຈໍາກັດ ແລະ ລັດວິສາຫະກິດຖືຮຸ້ນລາວ ມີກໍາລັງການຜະລິດທັງໝົດ 1.878 ເມກາວັດ ພາຍໃຕ້ຊື່ທີ່ເອີ້ນກັນທົ່ວໄປວ່າ “ໂຮງໄຟຟ້າຫົງສາ” ຕັ້ງຢູ່ ເມືອງຫົງສາ ແຂວງໄຊຍະບູລີ ສປປ ລາວ.
(ຂ່າວ-ພາບ: ຫົງສາ)
ພາບ ແລະ ຂ່າວ: ບໍລິສັດໄຟຟ້າຫົງສາ ຈຳກັດ