ໃນ​ໄລ​ຍະ 1 ປີຜ່ານ​ມາ ຄ​ຊ​ປ​ປ​ລ ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ

ຕອນ​ເຊົ້າ​ວັນ​ທີ 4 ມີ​ນາ 2022 ຢູ່​ຫ້ອງ​ປະ​ຊຸມ​ໃຫຍ່​ຊັ້ນ 5, ຄະ​ນະ​ບໍ​ລິ​ຫານ​ງານ ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ໄດ້​ຈັດ​ກອງ​ປະ​ຊຸມ​ສະຫຼຸບ​ຜົນ​ງານ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ 2021 ແລະ ຜ່ານ​ທິດ​ທາງ​ແຜນ​ການ​ປະ​ຈຳ​ປີ 2022 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ສະ​ຫາຍ ປອ ສີ​ນາ​ວາ ສຸ​ພາ​ນຸ​ວົງ ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ພັກ​ກະ​ຊວງ, ຮອງ​ລັດ​ຖະ​ມົນ​ຕີ, ຜ້​ຊີ້​ນຳ​ວຽກ​ງານ 3 ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ. ມີ​ບັນ​ດາ ສະ​ຫາຍ ໃນ​ຄະ​ນະ​ບໍ​ລິ​ຫານ​ງານຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່, ​ຮອງ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ກຳ​ມະ​ບານ​ກະ​ຊວງ, ຮອງ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ ພ້ອມ​ດ້ວຍ​ບັນ​ດາ ເລ​ຂາ-ຮອງ​ເລ​ຂາ   ຄ​ະ​ນະ​ຄ​ະ​ນະ​ບໍ​ລິ​ຫານ​ງານຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຮາກ​ຖານ ແລະ ໜ່ວຍ​ຮາກ​ຖານ ຊາວ​ໜຸ່ມ​ອ້ອມ​ຂ້າງ​ກະ​ຊວງ ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

ໃນ​ພິ​ທີ​ໄດ້ຮັບ​ຟັງ​ການ​ລາຍ​ງານ​ບົດ​ສະຫຼຸບ​ຫຍໍ້​ຜົນ​ການ​ຊີ້​ນຳນຳ​ພາ ແລະ ການ​ເຄື່ອນ​ໄຫວ​ຈັ​ດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ຢູ່​ໃນ​ຂົງ​ເຂດ​ພະ​ລັງ​ງານ ແລະ ບໍ່​ແຮ່ ເວົ້າ​ລວມ, ເວົ້າ​ສະ​ເພາະ​ຊາວ​ໜຸ່ມ​ອ້ອມ​ຂ້າງ​ກະ​ຊວງ ໃນ​ໄລ​ຍະ 1 ​ປີຜ່ານ​ມາຈາກ ສະ​ຫາຍ ຈັນ​ທະ​ເລດ ວໍ​ລະ​ບຸດ ກຳ​ມະ​ການ​ຄະ​ນະ​ພັກ​ກະ​ຊວງ, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ເລ​ຂາ ຄະ​ນະ​ບໍ​ລິ​ຫານ​ງານ ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່. ບາງ​ຕອນ​ສະ​ຫາຍ​ໄດ້​ລາຍ​ງານ​ວ່າ: ຄະ​ນະ​ບໍ​ລິ​ຫານ​ງານ ຊ​ປ​ປ​ລ ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ແມ່ນ​ໜຶ່ງ​ໃນ​ 3 ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂອງ​ກະ​ຊວງ ພະ​ລັງ​ງານ  ແລະ ບໍ່​ແຮ່, ມີ​ພາ​ລະ​ບົດ​ບາດ, ສິດ ແລະ ໜ້າ​ທີ່ ເປັນ​ເສ​ນາ​ທິ​ການ​ໃຫ້​ຄະ​ນະ​ພັກ​ກະ​ຊວງ ແລະ ສູນ​ກາງຊາວ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ເພື່ອເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີໃຫ້​ມີ​ຄວາມ​ປຶກ​ແຜ່ນ​ແໜ້ນ​ໜາ​, ຝຶກ​ຝົນຫຼໍ່ຫຼອມ ແລະ ກໍ່​ສ້າງຊາວ​ໜຸ່ມ​ໃນ​ຂົງ​ເຂດ​ພະ​ລັງ​ງານ ແລະ ບໍ່​ແຮ່ ໃຫ້​ມີ​ແນວ​ຄິດ​ການ​ເມືອງ​ໜັກ​ແໜ້ນ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ມີ​ແບບ​ແຜນ​ວິ​ທີ​ການ​ເຮັດ​ທີ່​ດີ ກາຍ​ເປັນ​ກຳ​ລັງ​ແຮງ​ອັນ​ສຳ​ຄັນໃຫ້​ການ​ນຳ​ກະ​ຊວງ​ທຸກ​ຂັ້ນ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ລັດ​ຖະ​ບານ, ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂະ ​ແໜງ​ພະ​ລັງ​ງານ ແລະ ບໍ່​ແຮ່; ແຜນ​ພັດ​ທະ​ນາ​ພະ​ລັງ​ງານ ແລະ ບໍ່​ແຮ່ ​ແລະ ຍຸດທະ​ສາດ​ກາ​ນ​ພັດ​ທະ​ນາ​ຊາວ​ໜຸ່ມ-ເຍົາ​ວະ​ຊົນ​ລາວ ໃນ​ແຕ່​ລະ​ໄລ​ຍະໃຫ​້​ປະ​ກົດ​ຜົນ​ເປັນ​ຈິງ. ປັດ​ຈຸ​ບັນ ມີ​ສະ​ມາ​ຊິກ​ທັງ​ໝົດ 2.335 ສະ​ຫາຍ, ຍິງ 743 ສະ​ຫາຍ ໃນ​ນີ້​ສະ​ມາ​ຊິກ​ຊາວ​ໜຸ່ມ​ເປັນ​ສະ​ມາ​ຊິກ​ພັກ 526 ສະ​ຫາຍ, ຍິງ 192 ສະ​ຫາຍ ; ເປັນ​ສະ​ມາ​ຊິກ​ແມ່​ຍິງ 692 ສະ​ຫາຍ ; ເປັນ​ສະ​ມາ​ຊິກ​ກຳ​ມະ​ບານ 2.111 ສະ​ຫາຍ. ປະ​ກອບ​ມີ 4 ຄະ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວຮາກ​ຖານ ແລະ 14 ໜ່ວຍ​ຮາກ​ຖານ ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ຂຶ້ນ​ກັບ ; ມີ​ຄະ​ນະ​ບໍ​ລິ​ຫານ​ງານ ຊາວ​ໜຸ່ມ​ປະ​ຊາ​ຊົ​ນ​ປະ​ຕິ​ວັດ​ລາວ​ກະ​ຊວງ​ທັງ​ໝົດ 23 ສະ​ຫາຍ, ຍິງ 6 ສະ​ຫາຍ, ມີ​ເລ​ຂາ 1 ສະ​ຫາຍ, ຮອງ​ເລ​ຂາ 4 ສະ​ຫາຍ, ຄະ​ນະ​ປະ​ຈຳ 9 ສະ​ຫາຍ ;

ສະ​ຫາຍ ກ່າວ​ຕື່ມ​ວ່າ : ໃນ​ໄລ​ຍະ 1 ປີ​ຜ່ານ​ມາ ຊາວ​ໜຸ່ມ​ໄດ້​ກາຍ​ເປັນ​ເສ​ນາ​ທິ​ການ​ໃຫ້​ການ​ນຳ​ກະ​ຊວງ, ຫ້ອງ​ການ, ບັນ​ດາ​ກົມ, ສະ​ຖາ​ບັນ ແລະ ລັດ​ວິ​ສາ​ຫະ​ກິດ ໃນ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ວິ​ຊາ​ສະ​ເພາະ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ ທັງ​ເປັນ​ແຂນ​ຂວາ​ຂອງ​ອົງ​ຄະ​ນະ​ພັກ​ກະ​ຊວງ ໃນ​ການ​ສຶ​ກ​ອົບ​ຮົມ​ການ​ເມືອງ-ແນວ​ຄິດ, ຝຶກ​ຝົນຫຼໍ່​ຫຼອມ ແລະ ກໍ່​ສ້າງ ພະ​ນັກ​ງານ-ລັດ​ຖ​ະ​ກອນ ແລະ ກຳ​ມະ​ກອນ ຢູ່​ໃນ​ຖັນ​ແຖວ​ຊາວ​ໜຸ່ມ-ໄວ​ໜຸ່ມພາຍ​ໃນ​ກະ​ຊວງ ໃຫ້​​ມີທັດ​ສະ​ນະ​ຫຼັກ​ໝັ້ນ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ເພື່ອ​ຂະ​ຫຍາຍ​ເຂົ້າ​ພັກ ແລະ ​ກໍ່ສ້າງ​ເປັນ​ພະ​ນັກ​ງານ​ຜູ້​ສືບ​ທອດ​ໃນ​ອະ​ນາ​ຄົດ.

ນັບ​ແຕ​່​ກາງ​ປີ 2020 ມາ​ຮອດ​ທ້າຍ​ປີ 2021 ນີ້, ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ໄດ້​ປະ​ກອບ​ສ່ວນຢ່າງ​ຫ້າວ​ຫັນ​ທາງ​ດ້ານ​ວັດ​ຖຸ ແລະ ເງິນ​ສົດ​​ເພື່ອ​ຊ່ວຍ​ເຫຼືອ​ສັງ​ຄົມທັງ​ໝົດ 100ກວ່າ​ລ້ານ​ກີບ. ໃນ​ນີ້​ອັນ​ເດັ່ນ​ກວ່າ​ໝູ່​ແມ່ນ : ສະ​ໜັບ​ສະ​ໜູນອຸ​ປະ​ກອນໄຟ​ຟ້າ​ແສງ​ຕາ​ເວັນ​ໃຫ້​ທະ​ຫານ​ເຂດ​ຊາຍ​ແດນ​ທຸ​ລະ​ກັນ​ດານ​ທີ່​ຕາ​ຂ່າຍ​ໄຟ​ຟ້າ​ບໍ່​ສາ​ມາດ​ສະ​ໜອງ​ໄດ້ ; ໂຄງ​ການ​ສະ​ໜັບ​ສະ​ໜູນ​ວຽກ​ງານກໍ່​ສ້າງ​ຮາກ​ຖານ​ການ​ເມືອງ​ຂອງ ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ; ວຽກ​ງານ​ບັນ​ເທົ່າ​ທຸກ​ໃຫ້​ຊາວ​ໜຸ່ມ​ແຂວງ ຄຳ​ມ່ວນ ແລະ ສະ​ຫວັນ​ນະ​ເຂດ ທີ່​ປະ​ສົບ​ໄພ​ນ້ຳ​ຖ້ວມ ; ການ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ຊ່ວຍ​ນ້ອງ​ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແຂ​ວງ ເຊກອງ ແລະ ອັດ​ຕະ​ປື, ໂຄງ​ການ​ຊ່ວຍ​ເຫຼືອ​ການ​ແຮກ​ສ່ຽວ ກັບ​ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ເມືອງ ແອດ, ແຂວງ ຫົວ​ພັນ ແລະ ໂຄງ​ການ​ອື່ນໆ. ຫຼັງ​ຈາກນັ້ນ, ກອງ​ປະ​ຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ປະ​ກອບ​ຄຳ​ເຫັນ​ຂອງ ບັນ​ດາ ສະ​ຫາຍ ໃນ​ຄະ​ນະ​ບໍ​ລິ​ຫານ​ງານ ຊາວ​ໜຸ່ມ​ປະ​ຊົນ​ປະ​ຕິ​ບັດ​ລາວ​ກະ​ຊວງ, ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ກຳ​ມະ​ບານ​ກະ​ຊວງ ແລະ ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ ຕື່ມ​ອີກ.

ຕອນ​ທ້າຍ​ຂອງກອງ​ປະ​ຊຸມ ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ ແລະ ໃຫ້​ທິດ​ຊີ້​ນຳ​ຂອງ ສະ​ຫາຍ ປອ ສີ​ນາ​ວາ ສຸ​ພາ​ນຸ​ວົງ ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ພັກ​ກະ​ຊວງ, ຮອງ​ລັດ​ຖະ​ມົນ​ຕີ, ຜ້​ຊີ້​ນຳ​ວຽກ​ງານ 3 ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ເຊິ່ງ​ກ່ອນ​ອື່ນ ສະ​ຫາຍ ຄະ​ນະ​ປະ​ຈຳ​ພັກ​ກະ​ຊວງ, ຮອງ​ລັດ​ຖະ​ມົນ​ຕີ, ຜູ້​ຊີ້​ນຳ​ວຽກ​ງານ 3ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ໄດ້​ສະ​ແດ​ງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ທີ່ ຄະ​ນະ​ຊາວ​ໜຸ່ມ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ຍາດ​ມາ​ໄດ້​ໃນ​ໄລ​ຍະ 1 ປີ​ຜ່ານ​ມາ. ພ້ອມ​ກັນ​ນີ້, ສະ​ຫາຍ ຍັງ​ໄດ້​ເນັ້ນ​ໜັກ​ໃຫ້ ຄະ​ນະ​ຊາວ​ໜຸ່ມ​ກະ​ຊວງ​ທຸກ​ຂັ້ນ ຈົ່ງ​ສືບ​ຕໍ່​ຮັກ​ສາ​ມູນ​ເຊື້ອ​ອັນ​ດີ​ງາມນີ້​ໄວ້ ພ້ອມ​ທັງ​ເສີມ​ຂະ​ຫຍາຍ​ໃນ​ຕໍ່​ໜ້າ​ໃຫ້​ມີ​ຜົນ​ສຳ​ເລັດ​ຍິ່ງ​ໃຫຍ່ກວ່າ​ເກົ່າ ; ສືບ​ຕໍ່​ປັບ​ປຸງ​ການ​ຈັດ​ຕັ້ງ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ໜັກ​ແໜ້ນ, ສອດ​ຄ່ອງ​ກັບ​ພາ​ລະ​ບົດ​ບາດ​ຂອງ​ກະ​ຊວງ ແລະ ສະ​ພາບ​ຄວາມ​ເປັນ​ຈິງ​ໃນ​ແຕ່​ລະ​ໄລ​ຍະ; ປັບ​ປຸງ​ກົນ​ໄກ​ແບ​ບ​ແຜນ, ວິ​ທີ​ການ​ເຮັດ​ວຽກ​ຂອງ​ຊາວ​ໜຸ່ມ​ໃຫ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ ແລະ ເປັນ​ຮູບ​ປະ​ທຳ​ຢ່າງ​ຈະ​ແຈ້ງ ; ຊຸກ​ຍູ້, ສົ່ງ​ເສີມ ແລະ ສ້າງ​ກາ​ໂອ​ກາດ​ໃຫ້​ຊາວ​ໜຸ່ມ​ໄດ້​ຍົກ​ລະ​ດັບ​ຄວາມ​ຮູ້, ຄວາມ​ສາ​ມາດ​ທາງ​ດ້ານ​ວິ​ຊາ​ສະ​ເພາະ, ພາ​ສາ​ຕ່າງ​ປະ​ເທດ ແລະ ຄວາມ​ຮູ້​ທາງ​ດ້ານ​ທິດ​ສະ​ດີ​ການ​ເມືອງ ໃຫ້​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານ​ໃນ​ປັດ​ຈຸ​ບັນ ແລະ ທັງ​ເປັນ​ການ​ບຸກ​ທະ​ລຸ​ຢ່າງ​ຮອບ​ດ້ານຕາມ​ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 4 ບຸກ​ຂອງ ຊາວ​ໜຸ່ມ​ລາວ ​ ເວົ້າ​ລວມ, ເວົ້າ​ສະ​ເພາະ​ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ​ວາງ​ອອກ.

 

ພາບ: ວຽງ​ສະ​ຫວັນ ປ​ຣະ​ດິດ

ຂ່າວ: ຄຳ​ແສງ ແກ້ວ​ປະ​ເສີດ