ກົມທຸລະກິດພະລັງງານ ໄດ້ສໍາເລັດການຈັດກອງປະຊຸມ ປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ 2022

          ໃນຕອນເຊົ້າ ວັນທີ່ 30 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມໃຫ່ຍ ກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສໍາເລັດການຈັດກອງປະຊຸມ ປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ 2022 ໂດຍການເປັນປະທານຂອງ ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ ແລະ ໃນກອງປະຊຸມປະກອບມີ ຄະນະກົມ, ຄະນະພະແນກ, ພະນັກງານພາຍໃນກົມ ແລະ ຄະນະຮັບຜິດຊອບການປະເມີນຜົນພະນັກງານ-ລັດຖະກອນ ຈາກກົມຈັດຕັ້ງ ແລະ ພະນັກງານເຂົ້າຮ່ວມ.

           ທ່ານປະທານກອງປະຊຸມ ໄດ້ຜ່ານບົດລາຍງານຫຍໍ້ ກ່ຽວກັບ ວຽກງານດ້ານບຸກຄະລາກອນ ປະຈໍາປີ 2022 ຂອງ ກທພ ແລະ ໄດ້ສໍາເລັດການເຜີຍແຜ່ເອກະສານ ດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ່ 13/9/2017, ບົດຄໍາແນະນໍາການຈັດຕັ້ງປະຕິບັດ ຂອງພະນັກງານ-ລັດຖະກອນ ສະບັບເລກທີ່ 06/ພນ, ລົງວັນທີ 2/5/2018, ແຈ້ງການກະຊວງພາຍໃນ ສະບັບເລກທີ 161/ພນ, ລົງວັນທີ 06/09/2021, ພ້ອມດຽວກັນນັ້ນຄະນະຮັບຜິດຊອບ ຈາກກົມຈັດຕັ້ງ ແລະ ພະນັກງານ ກໍ່ໄດ້ແນະນໍາເພີ້ມເຕີມວິທີການເຂົ້າລະບົບ HRIS & KPI Program ເພື່ອນໍາໃຊ້ເຂົ້າໃນການປະເມີນພະນັກງານ-ລັດຖະກອນ ກ່ອນການປະເມີນຕົວຈິງ.

          ກົມທຸລະກິດພະລັງງານ ມີພະນັກງານ-ລັດຖະກອນ ທັງໝົດ 40 ທ່ານ, ຍິງ 19 ທ່ານ (1 ທ່ານ ໄປຍົກລະດັບ ປະລິຍາໂທ ຢູ່ ສ ເກົາຫຼີ, 1 ທ່ານ ໄປຍົກລະດັບ ປະລິຍາໂທ ຢູ່ ປະເທດອັງກິດ ແລະ 2 ທ່ານ ເປັນພະນັກງານ 95%) ເຊິ່ງໃນສົກປີ 2022 ນີ້ ຜູ້ທີ່ມີເງື່ອນໄຂຄົບຖ້ວນໃນການປະເມີນ ມີທັງໝົດ 36 ທ່ານ, ຍິງ 16 ທ່ານ.
ພາບ ແລະ ຂ່າວ: ກົມທຸລະກິດພະລັງງານ