ໃນໂອກາດທີ່ລົງພົບປະ, ຢ້ຽມຢາມ ແລະ ໂອ້ລົມພະນັກງານ-ລັດຖະກອນ ຢູ່ກົມທຸລະກິດພະລັງງານ ໃນທ້າຍອາທິດທີ່ຜ່ານມາ. ທ່ານ ລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານທຸກຂັ້ນ ເອົາໃຈໃສ່ ສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ ທີ່ຂັ້ນເທິງໄດ້ມອບໝາຍມີຜົນສຳເລັດຢ່າງໜັກແໜ້ນ; ຖືເອົາການສຶກສາອົບຮົມການເມືອງແນວຄິດ, ຄຸນສົມບັດ, ສິນທຳປະຕິວັດ ຂອງພະນັກງານລັດຖະກອນເປັນສຳຄັນ ເພື່ອໃຫ້ກຳແໜ້ນ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ແລະ ລວມເຖິງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍ່ຄືແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະຢ່າງເລິກເຊິ່ງທັງນີ້ກໍ່ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ນຳພາຂະແໜງການພະລັງງານ ແລະ ບໍ່ແຮ່ ກາຍເປັນຂະແໜງການທີ່ສຳຄັນ ແລະ ຕົ້ນຕໍ່ ໃນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄວາມທຸກຫຍາກຂອງປະຊາຊົນ ແລະ ການປົກປັກຮັກສາສິ່ງແວດລ້ອມແບຍືນຍົງ.
ກົມທຸລະກິດພະລັງງານ (Department of Energy Business) ແມ່ນກົມບໍລິຫານວິຊາການ ທີ່ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງ ພະລັງງານ ແລະ ບໍ່ແຮ່ ໃນວຽກງານການພັດທະນາ ແລະຄຸ້ມຄອງທຸລະກິດພະລັງງານໃນຂອບເຂດທົ່ວປະເທດ; ມີໜ້າທີ່ຄຸ້ມຄອງ ແລະຕິດຕາມ ການຈັດຕັ້ງປະຕິບັດສິດ ແລະ ພັນທະທີ່ກໍານົດໃນສັນຍາພັດທະນາໂຄງການ ແລະສັນຍາສໍາປະທານຂອງໂຄງການໄຟຟ້າພາກເອກະຊົນ (IPP), ມີພະນັກງານລັດຖະກອນ ລວມ 40 ຄົນ, ຍິງ 20 ຄົນ ແລະພະນັກງານໜຸ່ມນ້ອຍ 15 ຄົນ, ຍິງ 8 ຄົນ, ມີຄະນະກົມ 4 ທ່ານ, ປະກອບມີ 5 ພະແນກ.
ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ ຕາງໜ້າໃຫ້ຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານລັດຖະກອນ ພາຍໃນກົມ ໄດ້ລາຍງານຫຍໍ້ ກ່ຽວກັບຜົນສຳເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງກົມ ໃນການຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະ 1 ປີຜ່ານມາ ຕໍ່ ທ່ານ ລັດຖະມົນຕີ ພ້ອມຄະນະໄດ້ຮັບຊາບວ່າ: ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບຂອງຕົນ. ກົມທຸລະກິດພະລັງງານ ໄດ້ເອົາສຸມໃສ່ຫຼາຍໜ້າວຽກດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຢ່າງໜັ້ກແໜ້ນ ໃນນີ້ອັນພົ້ນເດັ່ນກວ່າໝູ່ແມ່ນ: ສຳເລັດການເຈລະຈາສັນຍາ PDA ຈໍານວນ 06 ໂຄງການ ລວມກໍາລັງຕິດຕັ້ງ 1.594 ເມກາວັດ; ສໍາເລັດການຄົ້ນຄວ້າປະກອບຄໍາເຫັນຕໍ່ອາຍຸສັນຍາ PDA ຈໍານວນ 05 ໂຄງການ; ສຳເລັດການຄົ້ນຄວ້າການປະຕິບັດພັນທະໃນສັນຍາ PDA ເພື່ອຢັ້ງຢືນຄວາມພ້ອມທາງດ້ານເງື່ອນໄຂກ້າວເຂົ້າສູ່ການເຈລະຈາສັນຍາ CA ຈໍານວນ 03 ໂຄງການ; ສະເໜີແຕ່ງຕັ້ງຄະນະຊີ້ນໍາຮ່ວມໂຄງການຈໍານວນ 02 ໂຄງການ; ໄດ້ຄົ້ນຄວ້າການສະເໜີຂໍເຮັດວຽກກະກຽມລ່ວງໜ້າກ່ອນການເຊັນສັນຍາ CA ຈໍານວນ 02 ໂຄງການ; ການປະກອບສ່ວນດ້ານພັນທະການເງິນຕໍ່ລັດຖະບານສົກປີ 2022; ຄ່າພາກຫຼວງ 698 ຕື້ກີບ (ເພີ່ມຈາກປີ 2021 45% ); ອາກອນກຳໄລ 581 ຕື້ກີບ (ເພີ່ມຈາກປີ 2021 19%); ຄົ້ນຄ້ວາຢັ້ງຢືນແຜນນໍາເຂົ້າ ແລະ ສົ່ງອອກຄືນ ວັດຖຸ-ອຸປະກອນ, ພາຫະນະ, ກົນຈັກ ຂອງບັນດາໂຄງການໄຟຟ້າ IPP ຈໍານວນ 14 ໂຄງການ; ໄດ້ຄົ້ນຄ້ວາຢັ້ງຢືນກ່ຽວກັບການນຳເຂົ້າແຮງງານຕ່າງປະເທດເພື່ອມາຮັບໃຊ້ໃນໂຄງການທີ່ກໍາລັງກໍ່ສ້າງ ແລະໂຄງການທີ່ດໍາເນີນງານແລ້ວ ຈຳນວນ 18 ໂຄງການ; ຈໍານວນໂຄງການທີ່ໄດ້ຮັບການຄົ້ນຄວ້າເງື່ອນໄຂເພື່ອປະກາດ COD ຈໍານວນ 04 ໂຄງການ; ການຈັດສັນຍົກຍ້າຍປະຊາຊົນ ໃນຈຳນວນ 01 ໂຄງການ, ມີ 01 ບ້ານ, 74 ຄອບຄົວ ລວມ 322 ຄົນ, ນໍາໃຊ້ງົບປະມານເຂົ້າວຽກງານດັ່ງກ່າວຈໍານວນທັງໝົດປະມານ 2,2 ຕື້ກີບ; ຕິດຕາມຊຸກຍູ້ການປະຕິບັດພັນທະສະໜອງທຶນການສຶກສາຈໍານວນ 03 ໂຄງການ, ລວມ 15 ທຶນ (ພາຍໃນ); ສໍາເລັດບົດລາຍງານສະບັບສຸດທ້າຍປະຈຳປີ 2022, ສໍາເລັດການຈັດພິມປື້ມນະໂຍບາຍ ແລະບົດແນະນໍາການຈັດຕັ້ງປະຕິບັດ ຈໍານວນ 100 ຫົວ ; ຕິດຕາມຊຸກຍູ້ການຄຸ້ມຄອງ, ນໍາໃຊ້ທຶນພັດທະນາຊຸມຊົນຈໍານວນ 09 ໂຄງການ ໃນ 07 ແຂວງ, ຈໍານວນ 14 ກິດຈະກໍາ, ລວມງົບປະມານທັງໝົດປະມານ 64 ຕື້ກີບ.
ທ່ານຫົວໜ້າກົມຍັງໄດ້ຍົກໃຫ້ເຫັນສິ່ງທ້າທາຍໃນການພັດທະນາໂຄງການໄຟຟ້າ ທີ່ພາກເອກະຊົນເປັນຜູ້ລົງທຶນ ແລະ ຄຸ້ມຄອງ (IPP) ວ່າ: ຄວາມເຂົ້າໃຈລະຫວ່າງຂະແໜງການໃນການພັດທະນາໂຄງການໄຟຟ້າ IPP ຍັງບໍ່ເປັນເອກະພາບ; ການແບ່ງຂັ້ນຄຸ້ມຄອງ ແລະຂອດການປະສານງານ ລະຫວ່າງສູນກາງ ແລະທ້ອງຖິ່ນຍັງມີຄວາມບໍ່ເປັນເອກະພາບ; ການປະຊາສໍາພັນໃຫ້ປະຊາຊົນໃນທ້ອງຖິ່ນມີຄວາມເຂົ້າໃຈ ແລະໃຫ້ຄວາມຮ່ວມມື ກັບແນວທາງນະໂຍບາຍການພັດທະນາເສດຖະກິດຂອງລັດຖະບານ; ນິຕິກໍາຂອງຂະແໜງການ ຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ, ກະສິກຳ ແລະປ່າໄມ້ ແລະ ພະລັງງານ ແລະບໍ່ແຮ່ ເຮັດໃຫ້ມີຄວາມສັບສົນໃນການການຈັດຕັ້ງປະຕິບັດວຽກງານຈັດສັນຍົກຍ້າຍ; ການນໍາໃຊ້ພະລັງງານ ແລະການຊໍາລະຄ່າກະແສໄຟຟ້າຂອງໂຄງການພາຍໃນ ຍັງບໍ່ເປັນໄປຕາມເງື່ອນໄຂຂອງສັນຍາຊື້-ຂາຍໄຟ; ການປະຕິບັດບັນດາພັນທະໃຫ້ລັດຖະບານຍັງບໍ່ສອດຄ່ອງກັບສັນຍາສໍາປະທານ (ຄ່າພາກຫຼວງ, ອາກອນ ແລະງົບປະມານຕ່າງໆ).
ພາບ ແລະ ແຫຼ່ງຂໍ້ມູນ: ກົມທຸລະກິດພະລັງງານ
ຂ່າວ: ຄຳແສງ ແກ້ວປະເສີດ