
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍວັນທີ 2 ພຶດສະພາ 2023 ຢູ່ຫ້ອງປະຊຸມກົມຂອງຕົນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມພິດ ແກ້ວວິຈິດ ກຳມະການຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມທຸລະກິດພະລັງງານ. ມີຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ.

ທ່ານ ນາງ ຈັນມາລາ ເພັດລຳພັນ ຮອງຫົວໜ້າກົມ ໄດ້ຂຶ້ນຜ່ານນິຕິກຳທີ່ກ່ຽວຂ້ອງຕ່າງໆເປັນຕົ້ນແມ່ນ: ແຈ້ງການຂອງກົມຈັດຕັ້ງ ແລະ ພະນັກງານ, ສະບັບເລກທີ 0215/ພບ.ຈພ, ລົງວັນທີ 14 ກຸມພາ 2023 ວ່າດ້ວຍການມອບສິດໃຫ້ກົມທຸລະກິດພະລັງງານ ຈັດພິທີປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ, ໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍຂັ້ນກະຊວງ ໃຫ້ຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາພາຍໃນກົມຂອງຕົນ; ຜ່ານດໍາລັດຂອງປະທານປະເທດ, ສະບັບເລກທີ 130/ປປທ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ Ⅱໃຫ້ແກ່ບຸກຄົນດີເັດ່ນຈໍານວນ 2 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນⅢ ຈໍານວນ 6 ທ່ານ, ພ້ອມກັນນີ້ຍັງໄດ້ຜ່ານ ດໍາລັດຂອງ ນາຍົກລັດຖະມົນຕີ, ສະບັບເລກທີ 339/ນຍ ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນກາ ໃຫ້ແກ່ບຸກຄົນດີເັດ່ນ ຈໍານວນ 16 ທ່ານ, ໃບຍ້ອງຍໍ ລັດຖະບານ ຈໍານວນ 7 ທ່ານ

ແລະ ຂໍ້ຕົກລົງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ວ່າດ້ວຍການຍ້ອງຍໍຜົນງານດີເດັ່ນສະບັບເລກທີ 2029/ພບ, ລົງວັນທີ 17 ຕຸລາ 2021 ວ່າດ້ວຍຂໍ້ຕົກລົງມອບໃບຍ້ອງຍໍຂັ້ນກະຊວງຈໍານວນ 6 ທ່ານ. ໃຫ້ກຽດປະດັບຫຼຽນໄຊແຮງງານ ຊັ້ນ Ⅱ, ຊັ້ນⅢ, ຫຼຽນກາ, ໃບຍ້ອງຍໍ ລັດຖະບານ ແລະ ໃບຍ້ອງຍໍຂັ້ນກະຊວງ ຂອງ ທ່ານ ສົົມພິດ ແກ້ວວິຈິດ ກຳມະການຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມທຸລະກິດພະລັງງານ.


