ກອງປະຊຸມເຜີຍແຜ່ ເເລະ ເເລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດ ໂຄງການໄຟຟ້າ ທີ່ລົງທຶນໂດຍພາກເອກະຊົນ ຫຼື IPP

          ລະຫວ່າງວັນທີ 28-29 ຕຸລາ 2022 ຜ່ານມານີ້ ຢູ່ຫ້ອງປະຊຸມ ໂຮງເເຮມດອກຈໍາປາ, ເເຂວງ ບໍລິຄຳໄຊ, ກົມທຸລະກິດພະລັງງານ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍເເຜ່, ເລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດໂຄງການໄຟຟ້າທີ່ລົງທຶນໂດຍພາກເອກະຊົນ ຫຼື IPP ພາຍໃຕ້ການເປັນປະທານຂອງ ທ່ານ ສົມພິດ ເເກ້ວວິຈິດ ຫົວໜ້າກົມທຸລະກິດພະລັງານ, ກະຊວງພະລັງງານ ເເລະ ບໍ່ເເຮ່. ມີຄະນະຮັບຜິດຊອບທີ່ມາຈາກຫ້ອງການກະຊວງ, ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງພະລັງງານ ເເລະ ບໍ່ເເຮ່; ກະຊວງຊັບພະຍາກອນທຳມະຊາດ ເເລະ ສິ່ງເເວດລ້ອມ, ກົມສັງລວມຄົ້ນນຄ້ວາ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພະເເນກພະລັງງານ ເເລະ ບໍ່ເເຮ່ ນະຄອນຫຼວງວຽງຈັນ, ເເຂວງ ບໍລິຄຳໄຊ, ເເຂວງ ສະຫສວັນນະເຂດ ແລະ ເເຂວງ ຄຳມ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.

          ຈຸດປະສົງ: ໃນກອງປະຊຸມຄັ້ງນີ້ເພື່ອເຜີຍແຜ່ ເເລະ ເເລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດ ໂຄງການໄຟຟ້າທີ່ລົງທຶນໂດຍພາກເອກະຊົນ ຫຼື IPP ທີ່ຕິດພັນກັບການຄຸ້ມຄອງ ເເລະ ຕິດຕາມກວດກາໂຄງການ ລະຫວ່າງ ສູນກາງ ເເລະ ທ້ອງຖີ່ນ, ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປປຶກສາຫາລືເຖິງກົນໄກການຈັດຕັັ້ງປະຕິບັດໂຄງການໄຟຟ້າ IPP ທີີ່ຕິດພັນກັບການ ຄຸ້ມຄອງ ແລະ ຕິດຕາມກວດກາໂຄງການລະຫວ່າງ ສູນ ກາງ ແລະ ທ້ອງຖິີ່ນ, ການຄຄຸ້ມຄອງສັນຍາໂຄງການໄຟຟ້າ,ຂັ້ນຕອນດໍາເນີນການແຜນນໍາເຂົ້າປະຈໍາປີ MasterList ໂຄງການໄຟຟ້າ IPPs, ລະບຽບການ ແລະ ຂັ້ນຕອນດໍາເນີນແຜນນໍາເຂົ້າແຮງງານຕ່າງປະເທດ ປະຈໍາປີ (Labor Quota) ຂອງໂຄງການໄຟຟ້າເອກະຊົນ IPPs, ການນໍາໃຊ້ທຶນພັດທະນາຊຸມຊົນ ໂຄງການຜະລິດໄຟຟ້າ ສໍາລັບ IPP, ການຕິດຕາມການປະຕິບັດພັນທະໂຄງການໄຟຟ້າ ຊ່ວງດຳເນີນງານ.
ໂດຍ: ວິລະຊາດ ສາຍອັດຕະປື