ຫ້ອງການກະຊວງ ຈັດຕັ້ງການເຜີຍແຜ່ ແລະ ເຊື່ອມຊຶມດຳລັດຂອງ ລັດຖະບານ ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ

          ຕອນເຊົ້າວັນທີ 21 ກັນຍາ 2022 ຜ່ານມານີ້ ຢູ່ຫ້ອງປະຊຸມ 102 ຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈຳເດືອນ ກັນຍາ ແລະ ວາງທິດທາງແຜນການປະຈຳເດືອນ ຕຸລາ 2022 ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່. ມີບັນດາ ທ່ານ ຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຫ້ອງການກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມຄັ້ງນີ້, ນອກຈາກຮັບຟັງການລາຍງານສະພາບທີ່ພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ເດືອນທີ່ຜ່ານມາຈາກແຕ່ລະພະແນກແລ້ວ, ຜູູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນຮັບຟັງການເຜີຍແຜ່ດຳລັດຂອງ ລັດຖະບານ ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ຕື່ມອີກ, ໂດຍໃຫ້ກຽດເຜີຍແຜ່ຂອງ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການກະຊວງ. ຈາກນັ້ນ, ພະນັກງານ-ລັດຖະກອນ ກໍ່ໄດ້ພ້ອມກັນແລກປ່ຽນຄວາມຄິດເຫັນ, ທັດສະນະ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈຕໍ່ກັບເນື້ອໃນຂອງດຳລັດສະບັບດັ່ງກ່າວ.

          ຕອນທ້າຍຂອງກອງປະຊຸມ ທ່ານ ຫົວໜ້າຫ້ອງການກະຊວງ ໄດ້ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນ ຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງດ້ວຍຄວາມຮັບຜິດຊອບສູງ. ພ້ອມກັນນີ້, ກໍ່ຕັ້ງໜ້າຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍ່ຄືແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ບັນລຸຕາມແຜນການທີ່ວາງໄວ້.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ