ກະຊວງ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບສະພາແຫ່ງຊາດ ຈັດກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ

         ກອງປະຊຸມໄດ້ຈັດຂຶ້ນລະຫວ່າງວັນທີ 25-26 ກໍລະກົດ 2022 ຜ່ານມານີ້, ຢູ່ໂຮງເເຮມ ທະວີສຸກໄອແລນ, ເມືອງ ວັງວຽງ, ເເຂວງ ວຽງຈັນ, ພາຍໃຕ້ ການເປັນປະທານຂອງ ທ່ານ ສຈ ປອ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ, ມີ ທ່ານ ປອ ສີນາວາ ສຸພານຸວົງ, ສະມາຊິກສະພາແຫ່ງຊາດ ຊຸດທີ IX, ຮອງລັດຖະມົນຕີ ກະຊວງ ພະລັງງານເເລະ ບໍ່ເເຮ່. ນອກຈາກນີ້, ຍັງມີຄະນະວິຊາການຈາກ ສະພາແຫ່ງຊາດ, ກະຊວງພະລັງງານ ເເລະ ບໍ່ເເຮ່, ກະຊວງ ຍຸຕິທຳ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

          ໃນພິທີດັ່ງກ່າວ ທ່ານ ປອ ສີນາວາ ສຸພານຸວົງ ຕາງໜ້າຄະນະຮັບຜິດຊອບຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ກໍ່ຄືໃນນາມກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານໂດຍສັງເຂບກ່ຽວກັບຄວາມເປັນມາ ແລະ ການປັບປຸງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ຕາມຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ ທີ່ໄດ້ແນະນຳ ແລະ ມີຄຳເຫັນຕໍ່ກອງປະຊຸມສະໄໝສາມັນເທື່ອທີ່3 ຂອງສະພາແຫ່ງຊາດ ຊຸດທີ IX ໃນມື້ວັນທີ 5 ກໍລະກົດ 2022 ທີ່ຜ່ານມາ. ທ່ານ ກ່າວວ່າ: ຄະນະຮັບຜິດຊອບສ້າງ ແລະ ປັບປຸງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ໄດ້ຮີບຮ້ອນປຶກສາຫາລື ຄົ້ນຄວ້າ ເພື່ອປັບປຸງຮ່າງກົດໝາຍວ່າດ້ວຍຄວາມພອດໄພຂອງເຂື່ອນ (ສະບັບສ້າງໃໝ່) ນີ້ ໃຫ້ສຳເລັດສົມບູນ ແລະ ສາມາດປະກາດໃຊ້ໂດຍໄວ ໂດຍອີງໃສ່ການປະກອບຄໍາເຫັນ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ເຊິ່ງມີຜູ້ປະກອບຄຳເຫັນທັງໝົດ 38 ທ່ານ ແລະ ສົ່ງເອກະສານປະກອບຄຳເຫັນເພີ່ມ ຈຳນວນ 23 ທ່ານ ໃນຈຳນວນ 27 ມາດຕາ, 53 ເນື້ອໃນ ເປັນພື້ນຖານໃນການພິຈາລະນາ ແລະ ປັບປຸງ

          ອີງໃສ່ບັນດາຄໍາເຫັນດັ່ງກ່າວ ແລະ ອີງໃສ່ສະພາບຈຸດພິເສດຂອງກົດໝາຍ, ຄະນະຮັບຜິດຊອບ ໄດ້ຄົ້ນຄວ້າພິຈາລະນາເຫັນວ່າ ມີ 16 ມາດຕາມີຄວາມຈໍາເປັນຕ້ອງໄດ້ປັບປຸງ ເພື່ອເຮັດໃຫ້ເນື້ອໃນກົດໝາຍມີຄວາມອຸດົມສົມບູນຂຶ້ນ. ສ່ວນ 11 ມາດຕາ ຊຶ່ງກະຊວງພະລັງງານ ແລະ ບໍ່ແຮ່ ກໍຄືຄະນະຮັບຜິດຊອບ ໄດ້ນໍາສະເໜີຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ກໍລະກົດ 2022 ແລ້ວ ແລະ ບັນດາທ່ານສະ ມາຊິກສະພາແຫ່ງຊາດ ກໍລົງຄະແນນສຽງຮັບຮອງເອົາ ໂດຍມີສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ 155 ທ່ານ, ເຫັນດີ 122 ທ່ານ ເທົ່າກັບ 78,7%, ບໍ່ເຫັນດີ 31 ທ່ານ ເທົ່າກັບ 20%, ບໍ່ອອກສຽງ 2 ທ່ານ ເທົ່າກັບ 1,29% ຊຶ່ງເຫັນວ່າເປັນກົດໝາຍໜຶ່ງທີ່ມີຄວາມສຳຄັນ ແລະ ຕ້ອງໄດ້ສຸມໃສ່ຮຽບຮຽງເນື້ອໃນໃຫ້ສຳເລັດໂດຍໄວ ເພື່ອຮອງຮັບການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃນຕໍ່ໜ້າ.

ຜ່ານການຮັບຟັງ ເເລະ ປຶກສາຫາລືກັນເເລ້ວ ທ່ານ ປະທານກອງປະຊຸມ ກໍໄດ້ຊົມເຊີຍຕໍ່ການປັບປຸງ, ປ່ຽນເເປງ ຂອງຮ່າງກົດໝາຍວ່າດ້ວຍຄວາມພອດໄພຂອງເຂື່ອນ (ສະບັບສ້າງໃໝ່) ເເລະ ປະສົບຜົນສຳເລັດໄປດ້ວຍດີ ໂດຍການຮ່ວມມືຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ.

ພາບ-ຂ່າວ:​ ພະແນກ ປະຊາສຳພັນ ແລະ ໄອທີ