ທ່ານ​ ຮອງ​ລັດ​ຖະ​ມົນ​ຕີ ເຄື່ອນ​ໄຫວ​ເຮັດ​ວຽກແລະ ພົບ​ປະ​ພະ​ນັກ​ງານ-ຫຼັກ​ແຫຼ່ງຢູ່​ພະ​ແນກ ພະ​ລັງ​ງານ ແລະ ບໍ່​ແຮ່ ແຂວງ​ພ​າກ​ເໜືອ

ໃນລະ​ຫວ່າງ ວັນທີ 28 ກຸມພາ ຫາ ວັນ​ທີ 6 ມີ​ນາ 2022 ນີ້ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດວຽກງານພະ​ລັງ​ງານ ແລະ ບໍ່​ແຮ່ ຢູ່ແຂວງອຸດົມໄຊ, ແຂວງ ຫຼວງ​ພະ​ບາງ ແລະ ແຂວງ ວຽງ​ຈັນ. ການ​ເຄື່ອນ​ໄຫວ​ຢູ່​ແຕ່​ລະ​ບ່ອນນັ້ນ, ໄດ້​ຮັບ​ການ​ຕ້ອນ​ຮັບ​​ຢ່າງ​ອົບ​ອຸ່ນຈາກ​ຄະ​ນະ​ພັກ, ຄະ​ນະ​ນຳ ແລະ ພະ​ນັກ​ງານ-ລັດ​ຖະ​ກອນ ຂອງ​ພະ​ແນກ ພະ​ລັງ​ງານ ແລະ ບໍ່​ແຮ່ -ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ປະ​ຈຳ​ຢູ່​ແຕ່​ລະແຂວງ. ພ້ອມ​ກັນ​ນີ້, ທ່ານ ຮອງລັດ​ຖະ​ມົນ​ຕີ ກໍ່​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ວຽກ​ງາ​ນະ​ລັງ​ງານ ແລະ ບໍ່​ແຮ່ ໃນ​ໄລ​ຍະ​ຜ່ານ​ມາໂດຍຫຍ້ໍ ໂດຍ​ສະ​ເພາະ​ແມ່ນ​ການ​ສັງ​ເກດ​ຕີ​ລາ​ຄາດ້ານດີ, ຜົນງານ ແລະ ດ້ານດ່ອນ, ຂໍ້ຂົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ. ພ້ອມ​ກັນ​ນີ້, ກໍ່​​ຍັງ​ໄດ້​ຮັບ​ຟັງ​ການ​ນຳສະ​ເໜີ​ທິດ​ທາງ​ແຜນ​ການວຽກ​ງານ​ຈຸດ​ສຸມ ແລະ ແຜນ​ງານ, ໂຄງ​ການ​ລະ​ອຽດ​ຢູ່​ແຕ່​ລະ​ແຂວງ ຈາກ​ຫົວ​ໜ້າ​ພະ​ແນກ ພະ​ລັງ​ງານ ແລະ ບໍ່​ແຮ່ ​ແຂວງ​ ອຸ​ດົມ​ໄຊ, ຫຼວງ​ພະ​ບາງ ແລະ ແຂວງວຽງ​ຈັນ.

ຫຼັງ​ຈາກນັ້ນ, ທ່ານ ຮອງ​ລັດ​ຖະ​ມົນ​ຕີ ກໍ່​ໄດ້ໂອ້​ລົມ ແລະ ໃຫ້​ທິດ​ຊີ້​ນຳ​ຕໍ່​ຄະ​ນະ​ພັກ, ຄະ​ນະ​ນ​ຳ ແລະ ພະ​ນັກ​ງານ-ລັດ​ຖະ​ກອນ. ກ່ອນອື່ນ ທ່ານ ຮອງ​ລັດ​ຖະ​ມົນ​ຕີ ໄດ້ສະ​ແດງ​ຄວາມຍ້ອງຍໍຊົມເຊີຍ ແລະ ຕີ​ລາ​ຄາ​ສູງ​ຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານຂອງແຕ່ລະແຂວງ ທີ່​ຍາດ​ມາ​ໄດ້ຜົນ​ສຳ​ເລັດ​ໃນຫຼາຍ​ດ້ານ ດ້ວຍຄວາມຮັບຜິດຊອບສູງ. ພ້ອມ​ກັນນີ້ ທ່ານ ຮອງ​ລັດ​ຖະ​ມົນ​ຕີ ຍັງໄດ້ເນັ້ນໜັກໃຫ້​ຄະ​ນະ​ພັກ, ຄະ​ນະ​ນຳ ແລະ ພະ​ນັກ​ງານ-ລັດ​ຖະ​ກອນ ຢູ່​ແຕ່​ລະ​ແຂວງ ຈົ່ງຍົກສູງພາລະບົດບາດວຽກງານພະລັງງານ ແລະ ບໍ່ແຮ່, ເອົາໃຈໃສ່ຕິດຕາມກວດກາບັນດາໂຄງການລົງທຶນຂອງເອກະຊົນໃຫ້ຖືກຕ້ອງໂປ່ງໃສ, ການປັບປຸງດ້ານບຸກຄະລາກອນເພື່ອໃຫ້ແທດເໝາະກັບໜ້າວຽກຕົວຈິງ, ສູ້ຊົນເຮັດໃຫ້ຕົວເລກຄາດໝາຍບັນລຸຕາມແຜນການ, ການຄຸ້ມຄອງບັນດາໂຄງການລົງທຶນໃຫ້ໄດ້, ນຳໃຊ້ໃຫ້ເປັນເຮັດໃຫ້ມີຄຸນຄ່າສູງທາງດ້ານເສດຖະກິດ, ສົມທົບກັບບໍລິສັດລັດວິສາຫະກິດໄຟຟ້າລາວປັບປຸງກະກຽມຄວາມພ້ອມບໍລິການສັງຄົມໃຫ້ພຽງພໍ ​ຮັບ​ປະ​ກັນ​ບໍ່ໃຫ້ມີບັນຫາໄຟບໍ່ພໍ, ການຄິດໄລລາຄ່າໄຟຟ້າຕ້ອງຫຼີກລ້ຽງບໍ່ໃຫ້ມີຂໍ້ຜິດພາດ, ຍົກສູງການປະສານງານກັບທ້ອງຖິ່ນຢ່າງເລິກເ​ຊິ່ງ ເພື່ອບໍ່​ໃຫ້​ເຫີດ​ມີຫາງສຽງຈົ່ມວ່າຂອງສັງຄົມ, ຜົນກະທົບທາງດ້ານສິ່ງແວດລ້ອມ, ຮ່ວມກັບຂະແໜງການກ່ຽວຂ້ອງແກ້ໃຫ້ທັນເວລາ, ປະຕິບັດໜ້າທີ່ຂອງຕົນເອງໃຫ້ມີປະສິດທິພາບ ສ້າງຄວາມສາມັກຄີພາຍໃນ​ໃຫ້​ໜັກ​ແໜ້ນ ໄປ​ພ້ອມໆ​ກັບ​ການ​ເສີມ​ຂະ​ຫຍາຍ​ຄວາມ​ເປັນ​ມິດ​ກັບພາຍນອກ​ໃຫ້​ແໜ້ນ​ແຟ້ນ, ການປະສານສົມທົບກັບອົງການທີ່ກ່ຽວຂ້ອງແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ມີຄວາມກົ່ມກຽວ ເພື່ອພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ມີບາດກ້າວໃໝ່​ ແລະ ມີ​ການຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ.

ນອກ​ຈາກ​ພົບ​ປະ​ພະ​ນັກ​ງານ-ຫຼັກ​ແຫຼ່ງ​ແລ້ວ, ທ່ານ ຮອງ​ລັດ​ຖະ​ມົນ​ຕີ ພ້ອມ​ຄະ​ນະ ຍັງ​ໄດ້​ລົງ​ຕິດ​ຕາມ, ຊຸກ​ຍູ້ ແລະ ພົບ​ປະ​ຄະ​ນະ​ອຳ​ນວຍ​ການ ແລະ ພະ​ນັກ​ງານ-ກຳ​ມະ​ກອນ ຢູ່​ບັນ​ດາ​ໂຄງ​ການ​ຂຸດ​ຄົ້ນ, ປຸງ​ແຕ່ງ​ແຮ່​ຄຳ ຂອງ​ບໍ​ລິ​ສັດ​ລາວ​ຊິນຫຼົງ​ບໍ່​ແຮ່ ຈຳ​ກັດ ຢູ່​ເມືອງ​ປາກ​ແບ່ງ ແຂວງ​ອຸ​ດົມ​ໄຊ; ໂຄງ​ການ​ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ແຮ່​ເຫຼັກ​ຂອງ​ບໍ​ລິ​ສັດ ຊິ​ເອັນ​ຟີ​ຂຸດ​ຄົ້ນ​ບໍ່​ແຮ່ ຂາ​ອອກ-ຂາ​ເຂົ້າ ຈຳ​ກັດ ຢູ່​ເມືອງຫຼາ ແຂວງ ອຸ​ດົມ​ໄຊ

ໂຄງ​ການ​ຂຸດ​ຄົ້ນ ແລະ ປຸງ​ແຕ່​ແຮ່​ຄຳ ຢູ່​ເຂດ​ຜາ​ປົ່ນ ເມືອງ​ປາກ​ອູ ແຂວງຫຼວງ​ພະ​ບາງ ຂອງ​ບໍ​ລິ​ສັດ ທຽນ​ຈິນ ຫົວ​​ຄານ ຈຳ​ກັດ; ໂຄງ​ການ​ຂຸດ​ຄົ້ນ​ຫີນ​ປູນ, ດິນ​ໜຽວ ຢູ​ເຂດ​ນະ​ຄອນຫຼວງ​ພະ​ບາງ ແຂວງຫຼວງ​ພະ​ບາງ ຂອງ​ບໍ​ລິ​ສັດ ຊີ​ມັງ​ຄອນ ຫຼ​ວງ​ພະ​ບາງ ຈຳ​ກັດ; ໂຄງ​ການ​ຂຸດ​ຄົ້ນ, ປຸງ​ແຕ່ງ​ແຮ່​ທອງ ແລະ ຫີນກໍ່​ສ້າງ​ຢູ່​ເມືອງ ຈອມ​ເພັດ ແຂວງ ຫຼວງ​ພະ​ບາງ ຂອງ​ບໍ​ລິ​ສັດ ແມ່​ຂອງ​ລີ​ເວີ ຈຳ​ກັດ; ໂຄງ​ການ​ຂຸດ​ຄົ້ນ, ປຸງ​ແຕ່​ແຮ່​ຊື່ນ ແລະ ສັງ​ກະ​ສີ ຂອງ​ບໍ​ລິ​ສັດ ບັງ​ການບໍ່​ແຮ່ ຈຳ​ກັດ ແລະ ໂຄງ​ການ​ຂຸດ​ຄົ້ນ, ປຸງ​ແຕ່​ແຮ່​ທອງ ຂອງ​ບໍ​ລິ​ສັດ​ຜາ​ແດງ​ອິນດ​ັ​ສ​ທ​ຣີ ຈຳ​ກັດ ຢູ່​ເມືອງວັງ​ວຽງ ແຂວງ ວຽງ​ຈັນ; ໂຄງ​ການ​ຂຸດ​ຄົ້ນ, ປຸງ​ແຕ່ງ​ແຮ່ບ​າ​ຣິດ ຂອງ​ບໍ​ລິ​ສັດ ເພັດ​ທອງ​ຄຳ ບໍ່​ແຮ່ ຈຳ​ກັດ ຢູ່​ເມືອງ​ໝື່ນ ແຂວງ ວຽງ​ຈັນ ແລະ ໂຄງ​ການ​ຂຸດ​ຄົ້ນ, ປຸງ​ແຕ່ງ​ແຮ່​ຄຳ​ ຂອງ​ບໍ​ລິ​ສັດ​​ລາ​ວ​ລີ​ຕູ້ ມາຍນີ້ງ ຈຳ​ກັດ ຢູ່​ເມືອງ​ຊະ​ນະ​ຄາມ ແຂວງວຽງ​ຈັນ.

 

ພາບ ແລະ ຂໍ້​ມ​ູນ: ກົມ​ຄຸ້ມ​ຄອງບໍ່​ແຮ່

ຂ່າວ: ຄຳ​ແສງ ແກ້ວ​ປະ​ເສີດ