ໂຄງການເຂື່ອນໄຟຟ້ານໍ້າງື່ມ3 ຈະກໍ່ສ້າງສຳເລັດ ແລະ ເປີດການຜະລິດກະແສໄຟຟ້າ ໃນຕົ້ນປີ 2027

          ທ່ານ ໂພຄຳ ສິດທິດາລາ ຫົວໜ້າໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ3 ໄດ້ລາຍງານໃຫ້ຮູ້ ໃນໂອກາດການລົງຕິດຕາມ, ກວດກາ ຄວາມພ້ອມການກໍ່ສ້າງໄລຍະII ຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ (ກະຊວງການເງິນ, ທະນາຄານການຄ້າ, ຫ້ອງການກະຊວງ, ບັນດາກົມທີ່ກ່ຽວຂ້ອງພາຍໃນກະຊວງພະລັງງານ ແລະ ບໍ່ແຮ່) ໃນວັນທີ 11 ພະຈິກ 2024 ນີ້ ໂດຍມີ ທ່ານ ສຸກສະຫວາດ ໂສສຸພັນ ຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້ານໍ້າງື່ມ3 ຈຳກັດ ພ້ອມດ້ວຍຜູ້ບໍລິຫານບໍລິສັດຊີໂນໄຮໂດຣ ຈຳກັດ ໃຫ້ການຕ້ອນຮັບ. ທ່ານ ຫົວໜ້າໂຄງການກ່າວວ່າ: ໂຄງການເຂື່ອນໄຟຟ້ານໍ້າງື່ມ3 ຕັ້ງຢູ່3ເມືອງ ຂອງ2ແຂວງຄື:ເມືອງພູກູດ, ແຂວງຊຽງຂວາງ; ເມືອງ ອານຸວົງ ແລະ ເມືອງລ້ອງແຈ້ງ, ແຂວງໄຊສົມບູນ, ເລີ່ມລົງມືກໍ່ສ້າງມາແຕ່ປີ2013 ຕາມແຜນເບື້ອງຕົ້ນຈະໃຫ້ສຳເລັດ ແລະ ເປີດການຜະລິດກະແສໄຟຟ້າໃນປີ2021. ແຕ່ເນື່ອງຈາກວ່າ ໂຄງການມີຄວາມຫຍຸ້ງຍາກທາງດ້ານການເງິນ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຖືກໂຈະໄວ້ຊົ່ວຄາວ ແລະຈະສືບຕໍ່ກໍ່ສ້າງໃນທ້າຍປີ 2024ນີ້.

          ທ່ານ ຫົວໜ້າໂຄງການໃຫ້ຮູ້ຕື່ມວ່າ: ຖ້າໂຄງການກໍ່ສ້າງສຳເລັດ ຈະເປັນເຂື່ອນຫີນຖົມດິນສູງທີ່ສຸດໃນອາຊຽນ (210ແມັດ), ມີກຳລັງຕິດຕັ້ງທັງໝົດ 480 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 2,345 GWh/ປີ ແລະ ຈະສ້າງຄວາມສະຖຽນລະພາບດ້ານພະລັງງານພາຍໃນປະເທດໄດ້ ເນື່ອງຈາກວ່າໂຄງການມີເປົ້າໝາຍຈະສະໜອງກະແສໄຟຟ້າເພື່ອການຊົມໃຊ້ຢູ່ພາຍໃນປະເທດ. ປັດຈຸບັນ ການກໍ່ສ້າງໂຄງການມີຄວາມຄືບໜ້າແລ້ວ 80 ກວ່າ%.

          ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ, ຄະນະນຳບໍລິສັດໄຟຟ້ານໍ້າງື່ມ3ຈຳກັດ ໃນນາມເປັນເຈົ້າຂອງໂຄງການ ແລະ ບໍລິສັດ ຊີໂນໄຮໂດຣ ຈຳກັດ ເຊິ່ງເປັນຜູ້ກໍ່ສ້າງ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການ. ພ້ອມກັນນີ້ ທ່ານ ຍັງໄດ້ຊີ້ນຳໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ການກໍ່ສ້າງໂຄງການໃຫ້ສຳເລັດຕາມແຜນການທີ່ວາງໄວ້, ທັງຮັບປະກັນໃຫ້ປະຕິບັດຕາມມາດຕະຖານເຕັກນິກການກໍ່ສ້າງໂຄງການເຂື່ອນໄຟຟ້າຢ່າງເຂັ້ມງວດ.

ໂດຍ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506