ວັນທີ 27 ເດືອນ ກຸມພາ 2023 ທີ່ຜ່ານມາ ທ່ານສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ວີທະຍາ ພົມມະຈັນ ກຳມະການພັກແຂວງ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່
ໃນໂອກາດດັ່ງກ່າວ ທ່ານ ວີທະຍາ ພົມມະຈັນ ກຳມະການພັກແຂວງ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ໄດ້ລາຍງານສະພາບລວມຂອງການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງ ພະແນກພະແນກພະລັງງານ ແລະ ບໍ່ແຮ່ ໂດຍສະເພາະວຽກງານການຂຸດຄົ້ນແຮ່ທາດ, ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການພະລັງງານທົດແທນ.
ພາຍຫຼັງຮັບຟັງການສະຫຼຸບລາຍງານ ຮອງຫົວໜ້າຫ້ອງການ ກພບ ກໍ່ໄດ້ກ່າວຈຸດປະສົງທີ່ລົງມາເຮັດວຽກໃນຄັ້ງນີ້ເພື່ອເກັບກໍາຂໍ້ມູນຂ່າວສານຄວາມຈິງ ເອົາໄປອອກຂ່າວ ແລະ ຊີ້ແຈງບາງບັນຫາທີ່ສັງຄົມຍັງບໍ່ທັນເຂົ້າໃຈກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະຜ່ານມາຂອງ ພະແນກ ພບ ພ້ອມດຽວກັນນີ້ ທ່ານ ຮອງຫົວໜ້າຫ້ອງ ການ ກພບ ກໍ່ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ຕໍ່ກັບຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເອື້ອອໍານວຍຄວາມສະດວກໃນການລົງມາເຮັດວຽກຄັ້ງນີ.
ໃນວັນດຽວກັນ, ຮອງຫົວໜ້າຫ້ອງການ ກພບ ພ້ອມດ້ວຍຄະນະຈາກກະຊວງ ຮ່ວມກັບທິມງານ ພບຂ ໄດ້ລົງຢ້ຽມຢາມບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ( VANGTAT MINING ) ເຊິ່ງຕັ້ງຢູ່ຂອບເຂດບ້ານວັງຕັດ, ເມືອງຊານໄຊ ,ແຂວງອັດຕະປື.