ລາວ-ອົດສະຕາລີ ມີຄວາມໝັ້ນໝາຍ ຈະສືບຕໍ່ ຊຸກຍູ້ການຮ່ວມມືດ້ານພະລັງງານແບບຍືນຍົງ ຢູ່ ສປປ ລາວ

          ໃນວັນທີ 04 ທັນວາ 2024, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມການຮ່ວມມືດ້ານພະລັງງານແບບຍືນຍົງ ລາວ-ອົດສະຕຣາລີ (LASEP) ຄັ້ງທີ III ຂື້ນ, ທີ່ໂຮງແຮມ ດັບໂບທຮີ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ Benita Sommerville ຮັກສາການເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ສປປ ລາວ, ພ້ອມດ້ວຍພະນັກງານຈາກກະຊວງການຕ່າງປະເທດ, ຫ້ອງການ, ບັນດາກົມ ແລະ ສະຖາບັນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

          ທ່ານ ຫົວໜ້າຫ້ອງການ ໄດ້ໃຫ້ຮູ້ວ່າ: ກອງປະຊຸມ LASEP Inaugural Steering Committee ຄັ້ງທີ III ນີ້, ແມ່ນໄດ້ລົງນາມໃນສັນຍາຂໍ້ຕົກລົງເພີ່ມເຕີມ (SA) ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ລັດຖະບານອົດສະຕາລີ ໃນວັນທີ 15 ພຶດສະພາ 2023, ຈຸດປະສົງຂອງໂຄງການນີ້ ແມ່ນເພື່ອສົ່ງເສີມການພັດທະນາ ແລະ ການນໍາໃຊ້ພະລັງງານທົດແທນຢ່າງຍືນຍົງໃນ ສປປ ລາວ, ຜ່ານການຊ່ວຍເຫຼືອໃນຮູບແບບການສ້າງຄວາມອາດສາມາດທາງດ້ານວິຊາການ (TA) ເພື່ອຍົກລະດັບການວາງແຜນນະໂຍບາຍຕ່າງໆໃນຂະແຫນງພະລັງງານເປັນຕົ້ນ ແມ່ນການວາງແຜນຂະແຫນງພະລັງງານ (Energy sector planning) ແລະ ການຫັນປ່ຽນ ພະລັງງານ (Energy transition).

         ທ່ານ ຫົວໜ້າຫ້ອງການກະຊວງ ກ່າວຕື່ມວ່າ: ປະຈຸບັນນີ້, ເຫັນວ່າສະພາບການຂອງໂລກເຮົາໄດ້ມີແນວໂນ້ມສູງໃນການບັນລຸເປົ້າຫມາຍຂອງຕົນ ໃຫ້ໄປສູ່ Net Zero Emission 2050. ດັ່ງນັ້ນ, ຄວນມີນະໂຍບາຍ ແລະ ທິດທາງການນໍາໃຊ້ ພະລັງງານສະອາດທີ່ເປັນມິດກັບສິ່ງແວດລ້ອມເຊັ່ນ: ພະລັງງານໄຟຟ້ານ້ຳຕົກ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ທີ່ສາມາດຫັນປ່ຽນມາເປັນພະລັງງານໄຮໂດຼເຈນ ຄວບຄູ່ກັບເຕັກໂນໂລຊີ ທີ່ມີການ ພັດທະນາຢ່າງຕໍ່ເນື່ອງໂດຍສະເພາະນະວັດຕະກໍາໃຫມ່ໆທີ່ມານໍາໃຊ້ໃນທ້ອງຕະຫຼາດພະລັງງານ ແລະ ປະຢັດຕົ້ນທຶນ. ສໍາລັບ ສປປ ລາວ ລັດຖະບານໄດ້ມີຍຸດທະສາດກ່ຽວກັບການສະຫນອງພະລັງງານສະອາດໃຫ້ແກ່ຂະແຫນງຄົມມະນາຄົມຂົນສົ່ງ ໂດຍສະເພາະການຫັນມານໍາໃຊ້ພະລັງງານທົດແທນ ແລະ ການຄົ້ນຄວ້າ ພະລັງງານໄຣໂດຣເຈນ ເພື່ອສົ່ງເສີມວຽກງານພະລັງງານສີຂຽວໃຫ້ຫຼາຍຂຶ້ນໃນອານາຄົດ.

          ພ້ອມກັນນັ້ນ, ເພື່ອສືບຕໍ່ໂຄງການດັ່ງກ່າວ, ລວມທັງການສົ່ງເສີມການສ້າງຄວາມອາດສາມາດພະນັກງານວິຊາການ ແລະ ຄວາມຮູ້ຄວາມສາມາດທາງດ້ານການນໍາໃຊ້ພະລັງງານສະອາດ ໃນ ສປປ ລາວ ໂດຍສະເພາະຈະໄດ້ຮັບການພັດທະນາເຕັກໂນໂລຊີພະລັງງານສະອາດໃຫມ່ເຊັ່ນ: Pumped Hydro Energy Storage (PHES), ການສຶກສາຄວາມເປັນໄປໄດ້ໃນການນໍາໃຊ້ Solar Rooftop, Green Hydrogen. ອີກດ້ວຍ

          ການຈັດຕັ້ງປະຕິບັດກິດຈະກໍາພາຍໃຕ້ໂຄງການ LASEP ມາເຖິງປະຈຸບັນນີ້ ແມ່ນເຮົາສາມາດ ສໍາເລັດໄດ້ 06 ກິດຈະກໍາ, ກໍາລັງຈັດຕັ້ງປະຕິບັດອີກ 05 ກິດຈະກໍາ ແລະ ຜ່ານການປຶກສາຫາລືພາຍໃນຄະນະຊີ້ນຳໂຄງການ LASEP ຈະມີກິດຈະກໍາໃຫມ່ເກີດຂຶ້ນເພີ່ມອີກ 07 ກິດຈະກໍາ. ຕື່ມອີກ
ພາບ ແລະ ຂ່າວ: ສົມສະນຸກ
ສາຍດ່ວນ: 1506