ຊຸດຝຶກອົບຮົມການຈັດຊື້-ຈັດຈ້າງດ້ວຍທືນຂອງລັດ

        ໃນລະຫວ່າງວັນທີ 14-15 ມີຖຸນາ 2022, ຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດຝຶກອົບຮົມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ທີ່ຫ້ອງການ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຊຽງຂວາງ ໂດຍເປັນປະທານຮ່ວມຂອງ ທ່ານ ກອນທອງ ພູນິຄົມ ຮອງຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຄອນແກ້ວ ພູນທອງໃສ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຊຽງຂວາງ

ນອກຈາກນີ້ ຍັງມີຜູ້ຕາງໜ້າຈາກ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ລາຄາ, ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງ ການເງິນ, ຜູ້ຕາງໜ້າ ຈາກບັນດາກົມ, ສະຖາບັນ, ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຊຽງຂວາງ ແລະ ພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ກໍ່ໄດ້ເຂົ້າຮ່ວມ. ຊຸດຝຶກອົບຮົມໃນນີ້ ໄດ້ເຜີຍແຜ່ ບັນດາເອກະສານທີ່ສຳຄັນຕ່າງໆ ໂດຍ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ລາຄາ ທີ່ກ່ຽວຂ້ອງ ກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ນິຕິກຳ, ຮູບແບບ, ປະເພດ, ຂັ້ນຕອນການຈັດຕັ້ງປະຕິບັດການປະມູນ ແລະ ຈັດຈ້າງທີ່ປຶກສາ, ເງື່ອນໄຂ, ສິດ ແລະ ພັນທະຂອງຜູ້ປະມູນ ແລະ ຜູ້ເຂົ້າຮ່ວມໃນການປະມູນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດຫມາຍຂອງລັດ.
ພາບ ແລະ ຂ່າວ: ມິລູ່ ຄຳປະເສີດ