ຄະນະຜູ້ແທນສະພາທຸລະກິດ ສປ ຈີນ ຢ້ຽມຢາມ ກະຊວງພະລັງງານ ແລະ ບໍ່ແຮ່

          ໃນວັນທີ 22 ພຶດສະພາ 2023 ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ຄະນະຜູ້ແທນສະພາທຸລະກິດ ສປ ຈີນ ນຳໂດຍ ທ່ານ ຊູເຊົາໄຮ ຜູ້ອຳນວຍການບໍລິສັດ SINOMACH HAINAN DEVELOPMENTໄດ້ນຳພາຄະນະສະພາທຸລະກິດ ຈາກ ສປ ຈີນ ຈໍານວນ 11 ທ່ານ ໄດ້ເຂົ້າພົບປະ, ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບກະຊວງພະລັງງານ ແລະ ບໍ່ແຮ່ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຄໍາໝັ້ນ ສໍປະເສີດ ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ທ່ານ ບຸນທັນ ວົງຊະນະ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ.
          ການພົບປະ ແລະ ຢ້ຽມຢາມກະຊວງພະລັງງານ ແລະ ບໍ່ແຮ່ ຂອງຄະນະຜູ້ແທນສະພາທຸລະກິດ ສປ ຈີນ ຄັ້ງນີ້, ກໍ່ເພື່ອແລກປ່ຽນຂໍ້ມູນ ແລະ ສົ່ງເສີມການຮ່ວມມືທາງດ້ານພະລັງງານ ແລະ ບໍ່ແຮ່ ໃນ ສປປ ລາວ, ພ້ອມນີ້, ກໍ່ເປັນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືເຊິ່ງກັນ ແລະ ກັນ ໄປຄຽງຄູ່ກັບການລົງທຶນ ເຊັ່ນ: ດ້ານພະລັງງານແສງອາທິດ, ພະລັງງານລົມ, ພະລັງງານສະອາດ ແລະ ອື່ນໆ, ເພື່ອໃຫ້ພາກທຸລະກິດ ລາວ-ຈີນ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.

          ການພັດທະນາພະລັງງານ ແລະ ການຫັນປ່ຽນພະລັງງານສະອາດ ເປັນແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025 ) ແລະ ຍຸດທະສາດການ ພັດທະນາພະລັງງານຂອງ ສປປ ລາວ. ຍຸດທະສາດການພັດທະນາພະລັງງານຂອງ ສປປ ລາວ ແມ່ນມຸ່ງເນັ້ນໃສ່ການພັດທະນາພະລັງງານສີຂຽວ ຊຶ່ງໄດ້ມີມະຕິຂອງສະພາແຫ່ງຊາດຮັບຮອງ ໂດຍໄດ້ ກຳນົດສັດສ່ວນການພັດທະນາພະລັງງານໄຟຟ້ານ້ຳຕົກ 75%; ພະລັງງານຄວາມຮ້ອນ 14%; ພະລັງານ ທົດແທນ 11%. ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025 ) ໄດ້ກໍານົດ 12 ເປົ້າໝາຍ ສຳລັບ ວຽກງານການພັດທະນາພະລັງງານ ແລະ ການຫັນປ່ຽນພະລັງງານສະອາດ ແມ່ນໄດ້ກຳນົດ ເປົ້າໝາຍທີ 5: ສົ່ງເສີມການນໍາໃຊ້ພະລັງງານສະອາດ ເຂົ້າໃນຄົມມະນາຄົມ ແລະ ຂົນສົ່ງ ຊື່ງປະກອບມີ 3 ຄາດໝາຍ ແລະ 4 ວຽກຈຸດສຸມ. ໃນນີ້, ຄາດໝາຍປະກອບມີ 1. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຍຸດທະສາດ ການສົ່ງເສີມການນໍາໃຊ້ພະລັງງານສະອາດ ເຂົ້າໃນຂະແໜງ ການຄົມມະນາຄົມ ໃຫ້ໄດ້ 14 % ຂອງຈຳນວນລົດທີ່ໃຊ້ໃນປີ 2017 ຂອບເຂດທົ່ວປະເທດ; 2. ພັດທະນານ້ຳມັນເຊື້ອໄຟຊີວະພາບ ແລະ ອາຍແກ໊ດມີເທນ (CH4); 3. ພັດທະນາເສດຖະກິດສາກລົດໄຟຟ້າ/ປໍ້ານໍ້າມັນຊີວະພາບ ໃຫ້ໄດ້ຫລາຍກ່ວາ 100 ສະຖານນີ ໃນຂອບເຂດທົ່ວ ປະເທດ.

          ສຳລັບວຽກຈຸດສຸມລວມມີ : 1. ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າອອກນິຕິກຳ ແລະ ນະໂຍບາຍຊຸກຍູ້ສົ່ງເສີມການນຳໃຊ້ ພາຫະນະທີ່ຂັບເຄື່ອນດ້ວຍພະລັງງານສະອາດ ໂດຍແມ່ນວຽກຈຸດສຸມການນຳໃຊ້ລົດໄຟຟ້າ (Electric Vehicle, EV) ໃຫ້ຫຼາຍ ເພື່ອຫຼຸດຜ່ອນການນຳເຂົ້ານ້ຳມັນ ເຊື້ອໄຟທີ່ບໍ່ຈຳເປັນ, 2. ສົ່ງເສີມການພັດທະນາລະບົບສະຖານີສາກລົດໄຟຟ້າ ພາກເໜືອ 20 ສະຖານີ, ພາກກາງ 50 ສະຖານີ ແລະ ພາກໃຕ້ 30 ສະຖານີ. 3. ສົ່ງເສີມ ໂຄງການສາທິດຂະບວນການຜະລິດອາຍແກ໊ສມີເທນ (CH4) ສຳລັບຂະແໜງ ຂົນ ສົ່ງ ແລະ ອຸດສາຫະກໍາ ເພື່ອທົດແທນການນໍາເຂົ້ານໍ້າມັນຈາກຕ່າງປະເທດ. 4. ພັດທະນາໂຮງງານນໍ້າມັນເຊື້ອໄຟຊີວະພາບ ຈາກປາມນໍ້າມັນ, ໝາກເກົາ ແລະ ມັນຕົ້ນ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ