
ຕອນແລງ ຂອງ ວັນທີ 13 ພຶດສະພາ 2024 ນີ້, ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລົງຕິດຕາມ, ຊຸກຍູ້ ການປະຕິບັດໜ້າທີ່ຂອງພະນັກງານລັດວິສາຫະກິດໄຟຟ້າລາວ, ສາຂານະຄອນຫຼວງວຽງຈັນ ທີ່ກຳລັງປະຕິບັດໜ້າທີ່ຕິດຕາມ, ແກ້ໄຂ ບັນຫາໄຟມອດ, ມອດດັບ, ອັກຄີໄພ, ໄຟຟ້າບໍ່ພໍຊົມໃຊ້ ແລະ ການເຮັດວຽກບໍລິການສ້ອມແປງໄຟຟ້າສຸກເສີນ ຢູ່ທີ່ສູນບໍລິການໄຟຟ້າເມືອງໄຊເສດຖາ ແລະ ເມືອງຈັນທະບູລີ, ໂດຍໄດ້ຮັບການຕ້ອນຮັບ ແລະ ລາຍງານ ຂອງ ທ່ານ ວິລະພອນ ວິຊຸນນະລາດ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ, ຄະນະສາຂາ ໄຟຟ້ານະຄອນຫຼວງ1 ແລະ ພະນັກງານ-ກຳມະກອນປະຈຳສູນບໍລິການ.

ທ່ານ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ລາຍງານກ່ຽວກັບການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ປະຈຳຢູ່ແຕ່ລະສູນໃຫ້ ທ່ານ ຫົວໜ້າຫ້ອງການກະຊວງໄດ້ຮັບຊາບ ໂດຍສະເພາະແມ່ນຊ່ວງໄລຍະລະດູແລ້ງ ເຊິ່ງເປັນໄລຍະທີ່ມີການຊົມໃຊ້ໄຟຫຼາຍ ເຮັດໃຫ້ການຊົມໃຊ້ໄຟຢູ່ພາຍໃນນະຄອນຫຼວງວຽງຈັນ ປະສົບກັບຫຼາຍຂໍ້ຫຍຸ້ງຍາກເປັນຕົ້ນ: ໄຟດັບ, ໄຟມອດ ຍ້ອນໄດ້ຮັບຜົນກະທົບຈາກພະຍຸລະດູຮ້ອນ ແລະ ໄຟບໍ່ພໍ ເຊິ່ງເກີດມາຈາກແຫຼ່ງຜະລິດພະລັງງານຫຼາຍແຫ່ງມີນໍ້າບໍ່ພຽງພໍຕໍ່ການຜະລິດກະແສໄຟຟ້າ; ການເກີດໄຟໄໝ້ສາຍໄຟ ແລະ ກົງເຕີໄຟ ແລະ ບັນຫາອື່ນໆ.

ຫຼັງຈາກນັ້ນ, ທ່ານ ຫົວໜ້າຫ້ອງການກະຊວງກໍ່ໄດ້ມີທິດຊີ້ນຳ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານ, ກຳມະກອນ ຂອງ ລັດວິສາຫະກິດໄຟຟ້າລາວ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຮັບໃຊ້ປະຊາຊົນດ້ວຍຄວາມຮັບຜິດຊອບຕະຫຼອດ 24 ຊົ່ວໂມງ. ພ້ອມກັນນີ້, ທ່ານ ກໍ່ໄດ້ໃຫ້ທິດຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມ, ກວດກາ, ບໍລິຫານຈັດການ ແລະ ການວາງແຜນວຽກ ເພື່ອໃຫ້ສອດຄ່ອງຕໍ່ກັບວຽກງານການແກ້ໄຂບັນຫາໄຟຟ້າຂັດຂ້ອງໃນສະພາບການປະຈຸບັນທີ່ອາກາດຮ້ອນ, ການຊົມໃຊ້ທີ່ສູງ ແລະ ມີພາຍຸ ທີ່ສົ່ງຜົນກະທົບ ເພື່ອ ໃຫ້ ການບໍລິການສ້ອມແປງສຸກເສີນທ່ວງທັນກັບສະພາບການ ທັງຕອບສະໜອງໄດ້ການຊົມໃຊ້ໄຟຟ້າຂອງສັງຄົມ. ໃນໂອກາດລົງຕິດຕາມ, ຊຸກຍູ້ຄັ້ງນີ້, ທ່ານ ຫົວໜ້າຫ້ອງການກະຊວງຍັງໄດ້ນໍາເອົາເຄື່ອງບໍລິໂພກ ແລະ ອຸປະໂພກ ຈຳນວນໜຶ່ງນຳມາມອບໃຫ້ພະນັກງານທີ່ປະຕິບັດໜ້າທີ່ຢູ່ແຕ່ລະສູນຕື່ມອີກ.
ພາບ ແລະ ຂ່າວ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506