
ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນລະຫວ່າງວັນທີ 05-06 ເມສາ 2022 ນີ້, ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ. ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ກົງຈີ່ ຢາງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກຫ້ອງການ ແລະ ບັນດາກົມອ້ອມຂ້າງກະຊວງ ພະລັງງານ ແລະ ບໍ່ແຮ່, ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ ແລະ ຂົ່ນສົ່ງ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພະນັກງງານວິຊາການທັງສອງຝ່າຍ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງຍຸຕິທຳເຂົ້າຮ່ວມ.


ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າປືກສາຫາລື ແລະ ປະກອບຄວາມຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງກົດໝາຍມີເນື້ອໃນສົມບູນ, ຄົບຖ້ວນ ແລະ ຮັດກຸ້ມ. ພ້ອມກັນນີ້, ກອງປະຊຸມຍັງເຫັນດີຫຼຸດຈຳນວນມາດຕາຈາກ 91 ມາດຕາ ໃຫ້ເຫຼືອ 80 ມາດຕາ ເຊິ່ງປະກອບມີ 11 ພາກຄື: ພາກທີ I ມີ 8 ມາດຕາ, ພາກທີ II ມີ 4 ມາດຕາ, ພາກທີ III ມີ 5 ໜວດ 31 ມາດຕາ, ພາກທີ IV ມີ 2 ໝວດ 6 ມາດຕາ, ພາກທີ V ມີ 2 ມາດຕາ, ພາກທີ VI ມີ 2 ມາດຕາ, ພາກທີ VII ມີ 3 ມາດຕາ, ພາກທີ VIII ມີ 6 ມາດຕາ, ພາກທີ IX ມີ 2 ໝວດ 9 ມາດຕາ, ພາກທີ X ມີ 7 ມາດຕາ, ພາກທີ XI ມີ 2 ມາດຕາ.

ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ສ້າງຂຶ້ນເພື່ອຮອງຮັບການຂະຫຍາຍຕົວຂອງການພັດທະນາພື້ນຖານໂຄງລ່າງດ້ານພະລັງງານໄຟຟ້າຢູ່ ສປປລາວ ທີ່ນັບມື້ນັບມີການຈະເລີນເຕີບໂຕ ແລະ ທັງເປັນເຄື່ອງມືໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງຂອງ ລັດ ໃນການຈັດຕັ້ງປະຕິບັດວຽກງານຄວາມປອດໄພຂອງເຂື່ອນໄຟຟ້າຢູ່ປະເທດພວກເຮົາ. ດ້ວຍເຫດຜົນທີ່ກ່າວມາຂ້າງເທິງ ມາໃນປີ 2020 ລັດຖະບານ ຈຶ່ງໄດ້ຕົກລົງສ້າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ແລະ ໃນປີ 2021 ໄດ້ປັບປຸງພາລະບົດບາດຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ຄືນໃຫມ່ ໂດຍໄດ້ສ້າງຕັ້ງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ເພື່ອມາຮັບຜິດຊອບຄວາມປອດໄພຂອງເຂື່ອນ ແນ່ໃສ່ຮັບປະກັນໃຫ້ການກໍ່ສ້າງ ແລະ ດຳເນີນງານບັນດາເຂື່ອນແຕ່ລະປະເພດມີຄວາມປອດໄພທີ່ສຸດ.
ນັບແຕ່ທ້າຍປີ 2020 ເປັນຕົ້ນມາ, ກະຊວງ ພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ສ້າງຕັ້ງຄະນະຮັບຜິດຊອບສ້າງກົດໝາຍດັ່ງກ່າວ ໂດຍມີ ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນຫົວໜ້າຄະນະ ແລະ ມີຄະນະກຳມະການມາຈາກຂະແໜງການທີ່ກ່ຽວຂ້ອງຢ່າງຄົບຖ້ວນ, ໄດ້ເລີ່ມຈັດປະຊຸມຮ່າງກົດໝາຍ ຄັ້ງທີທຳອິດ ໃນວັນທີ 9 ກຸມພາ 2021, ເຖິງຈະມີສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງໜັກໜ່ວງ ຢູ່ປະເທດເຮົາກໍຕາມ ແຕ່ຄະນະດັ່ງກ່າວ ກໍສາມາດຈັດປະຊຸມຮ່ວມກັນໃນຮູບແບບທາງໄກ ໄດ້ 30 ກວ່າຄັ້ງ. ມາຮອດປັດຈຸບັນນີ້ ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນໄດ້ສ້າງສຳເລັດ ແລະ ຄະນະຮັບຜິດຊອບ ກໍ່ໄດ້ສົ່ງຮ່າງກົດໝາຍນີ້ເພື່ອຂໍຄຳເຫັນການນຳກະຊວງ, ບັນດາຫົວໜ້າກົມກອງ ແລະ ລັດວິສາຫະກິດພາຍໃນກະຊວງ, ບັນດາພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ.
ຮຽບຮຽງໂດຍ: ພະແນກ ປະຊາສຳພັນ ແລະ ໄອທີ