
ໃນຕອນບ່າຍ ຂອງວັນທີ 17 ກໍລະກົດ 2024, ອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີ ປາຖະກະຖາວັນຄ້າຍ, ວັນເກີດປະທານ ສຸພານຸວົງ ຄົບຮອບ 115 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 47 ປີ ແລະ ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ ຂື້ນ ຢູຸ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ. ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດປະຖະກະຖາ ຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ມີຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກອ້ອມຂ້າງອົງຄະນະພັກກະຊວງ ເຂົ້າຮ່ວມ 400 ກວ່າ ສະຫາຍ.

ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ເລຂາຄະນະພັກກະຊວງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນ ຂອງວັນສຳຄັນຕ່າງໆ ໂດຍສະເພາະຄວາມອົງອາດກ້າຫານ, ການເສຍສະຫຼະຊີວິດເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນ ຂອງ ປະທານ ສຸພານຸວົງ ຕະຫຼອດໄລຍະຊີວິດຂອງເພິ່ນ; ການເຕີບໃຫຍ່ຂະຫຍາຍຕົວຂອງການພົວພັນຮ່ວມມືແບບພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ. ສະຫາຍ ເລຂາຄະນະພັກກະຊວງ ໄດ້ກ່າວຕື່ມວ່າ: ພິທີສະເຫຼີມສະຫຼອງເລົ່າມູນເຊື້ອ ແລະ ເຜີຍແຜ່ເອກະສານ ສຳຄັນຕ່າງໆຂອງພັກຂອງຊາດ ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ໃນມື້ນີ້ ກໍ່ເພື່ອໃຫ້ພະນັກງານການນຳ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງທຸກ ສະຫາຍ ໄດ້ລະນຶກ ແລະ ກຳໄດ້ເຖິງຜົນງານ, ຄຸນງາມຄວາມດີ ຂອງປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າໃນພາລະກິດຕໍ່ສູ້ ປົດປ່ອຍປະເທດຊາດ ກໍ່ຄືການປະຕິບັດ 2 ໜ້າທີ່ຍຸດທະສາດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ນອກຈາກນັ້ນ, ກໍຢາກຮຽກຮ້ອງໃຫ້ຄະນະພັກ, ຄະນະນຳ ແລະ ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດອັນສູງສົງຂອງປະທານສຸພານຸວົງ, ຍົກສູງ, ຕື່ນຕົວເປັນເຈົ້າການເສີມຂະຫຍາຍມູນເຊື້ອຄວາມສາມັກຄີບັນດາເຜົ່າ, ຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີປອງດອງ, ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພຂອງອິດທິກຳລັງປໍລະປັກ. ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຮັບຊົມວີດີໂອມູນເຊື້ອຂອງ 3 ວັນປະຫວັດສາດດັ່ງກ່າວ.

ພ້ອມກັນນີ້, ໃນພິທີຍັງໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ແກ່ບັນດາໜ່ວຍພັກເອກະລາດອ້ອມຂ້າງອົງຄະນະພັກກະຊວງຈຳນວນ 38 ໜ່ວຍພັກ ຈາກ 54 ໜ່ວຍພັກ. ໃຫ້ກຽດມອບໃບຢັ້ງຢືນຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບຂອງບັນດາ ສະຫາຍ ເລຂາ/ຮອງເລຂາ/ຄະນະໜ່ວຍພັກທັງ 38 ໜ່ວຍພັກ ໂດຍຊ່ອງໜ້າການເຂົ້າຮ່ວມ ແລະ ເປັນສັກຂີ່ພິຍານຂອງ ບັນດາ ສະຫາຍ ຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກອ້ອມຂ້າງອົງຄະນະພັກກະຊວງ.

ພາບ ແລະ ຂ່າວ: ສົມສະນຸກ
ຮຽບຮຽງ: ຄຳແສງ ແກ້ປວະເສີດ
Website: www.mem.gov.la
ສາຍດ່ວນ: 1506

