ທ່ານ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢ້ຽມຢາມ, ພົບປະ, ໂອ້ລົມພະນັກງານຫຼັກແຫຼ່ງຢູ່ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ

          ໃນຕອນບ່າຍ ຂອງວັນທີ 10 ກັນຍາ 2024 ທີ່ຜ່ານມາ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ພົບປະ, ຢ້ຽມຢາມ ແລະ ໂອ້ລົມຄະນະພັກ, ຄະນະອຳນວຍການ ແລະ ພະນັກງານຢູ່ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຟອງປະສິດ ເພັດສີສຸກ ຜູ້ອຳນວຍການລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພ້ອມດ້ວຍຄະນະ.

          ທ່ານ ຟອງປະສິດ ເພັດສີສຸກ ຜູ້ອຳນວຍການລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໄດ້ຕ່າງໜ້າໃຫ້ຄະນະພັກ, ກ່າວສະແດງຄວາມຕ້ອນຮັບ ແລະ ໄດ້ລາຍງານສະພາບລວມຂອງການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຂອງລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ. ຫຼັງຈາກນັ້ນ,ລັດວິສາກະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ເປັນລັດວິສາຫະກິດໜື່ງທີ່ດຳເນີນທຸລະກິດໃຫ້ມີກຳໄລ ແລະ ກຸ້ມຕົນເອງທາງການເງີນ. ມີຄະນະອຳນວຍການ 3ທ່ານ ແລະ ໄດ້ແບ່ງໂຄງຮ່າງການຈັດຕັ້ງເປັນ 07ຫ້ອງການເສນາທິການ ແລະ 02ຫ້ອງການກໍ່ສ້າງ ແລະ ຜະລິດ. ປັດຈຸບັນ ຈຳນວນພົນລວມ ມີພະນັກງານຖາວອນ 121ຄົນ, ຍິງ 21ຄົນ ແລະ ພະນັກງານ 90% ທັງໝົດ 10 ຄົນ, ຍິງ 05 ຄົນ.

         ທ່ານ ຜູ້ອຳນວຍການ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ຕະຫຼອດໃນໄລຍະ 01 ເດືອນຜ່ານມາ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໄດ້ຈັດຕັ້ງປະຕິບັດຕາມຂອບເຂດສິດຂອງຕົນໃນການບໍລິຫານຈັດການ ການດໍາເນີນທຸລະກິດເປັນຕົ້ນແມ່ນ:
– ໂຄງການກໍ່ສ້າງສະຖານີໄຟຟ້າ 115/22ກວ ໂພນຕ້ອງໃໝ່ ຈັດຕັ້ງປະຕິບັດໄດ້ 96,14%.
– ໂຄງການກໍ່ສ້າງສະຖານີໄຟຟ້າ 115ກວ ພາກຂະຫຍາຍ ເມືອງຕົ້ນເຜີ້ງ ຈັດຕັ້ງປະຕິບັດໄດ້ 97,06%.
– ໂຄງການຍົກຍ້າຍ ແລະ ຕິດຕັ້ງຄືນລະບົບຕາຂ່າຍໄຟຟ້າ 13ເໜືອ ຈັດຕັ້ງປະຕິບັດໄດ້ 100%
– ໂຄງການກໍ່ສ້າງຕາຂ່າຍ 22ກວ ສະຖານີນາທອນ-ບໍ່ຖ່ານຫີນ ແຂວງສາລະວັນ ຈັດຕັ້ງປະຕິບັດໄດ້ 82,98%
– ໂຄງການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າ 115ກວ ເຂື່ອນນໍ້າສັກ ຈັດຕັ້ງປະຕິບັດໄດ້ 30,87%
– ໂຄງການກໍ່ສ້າງ ແລະ ປັບປຸງຕາຂ່າຍ 22ກວ ຂອງ ເພື່ອໄປຮັບໃຊ້ ໂຮງງານເກືອໂປຣຕັດ ບໍລິສັດ ສີສວນ ບ້ານພ້າວ, ເມືອງປາກງຶ່ມ ປັດຈຸບັນ ທີ່ງານກໍ່ສ້າງກຽມລົງພາກສະໜາມ
– ໂຄງການກໍ່ສ້າງຕິດຕັ້ງເສົາວັດແຮງລົມຢູ່ຈຸດສຸມລາໂລ ຂອງ ບໍລິສັດ ສະຫວັນວາຍຸ, ເມືອງເຊໂປນ, ແຂວງສະຫວັນນະເຂດ ຈັດຕັ້ງປະຕິບັດໄດ້ 69,08%.
– ສຳເລັດການເຊັນສັນຍາກັບ ຟຟລ ວຽກງານຈັດຊື້-ຈັດຈ້າງ ສະໜອງ, ຕິດຕັ້ງ ແລະ ທົດສອບ ໝໍ້ແປງແຮງດັນ 115ກວ ຂະໜາດ 50MVA ຈຳນວນ 02ໜ່ວຍ

          ພາຍຫຼັງໄດ້ຮັບຟັງການລາຍງານຈາກ ທ່ານ ຜູ້ອຳນວຍການ ແລະ ການປະກອບເຫັນ, ຂໍ້ສະເໜີ ຂອງຄະນະອຳນວຍການ ແລະ ພະນັກງານພາຍໃນລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າແລ້ວ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມໃນການຈັດຕັ້ງປະຕິບັດວຽກງານ ຂອງລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໂດຍສະເພາະການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາເພື່ອສົມທຽບກັບການຈັດຕັ້ງປະຕິບັດໃນປະຈຸບັນ ໄດ້ຮັບຜົນດີ, ການພັດທະນາຈະພັດທະນາໃນດ້ານໃດແດ່ ບໍ່ວ່າຈະເປັນການຍົກລະດັບຄວາມຮູ້ຂອງພະນັກງານ ແລະ ແຜນການໃນການຈັດຕັ້ງປະຕິບັດວຽກງານໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຈະມີການຈັດຕັ້ງປະຕິບັດແນວໃດໃຫ້ມີແຜນລະອຽດ ເພື່ອຈັດລຽງບຸລິມະສິດຂອງວຽກງານ ແລະ ການຮ່ວມມືກັບບັນດາໂຄງການທາງດ້ານຜົນງານ ແລະ ມາດຕະຖານ ເພື່ອເຮັດໃຫ້ທຸລະກິດມີຄວາມໝັ້ນຄົງ ແລະ ຍືນຍາວຕະຫຼອດໄປ.

ພາບ ແລະ ຂ່າວ: ມີລູ່ ຄຳປະເສີດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506