ທ່ານ ລັດຖະມົນຕີ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ເຂົ້າຢ້ຽມຂໍ່ານັບ

           ໃນຕອນເຊົ້າວັນທີ 20 ມິຖຸນາ 2023 ທີ່ຫ້ອງຮັບແຂກ ກະຊວງພະລັງງານແລະບໍ່ແຮ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ໄດ້ເຂົ້າຢ້ຽມຢາມ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງ ສປປລາວ ລາວ ແລະ ຣາຊະອານາຈັກ ໄທ ໂດຍສະເພາະແມ່ນການຮ່ວມມືດ້ານພະລັງງານ ທີ່ມີມາຢ່າງຍາວນານ ເປັນຕົ້ນແມ່ນການຮ່ວມມືເຊື່ອມຕໍ່ລະບົບໄຟຟ້າ ລະຫວ່າງກັນຢ່າງຕໍ່ເນື່ອງ, ການພັດທະນາລະບົບສາຍສົ່ງໄຟຟ້າ, ໂຄງການຜະລິດພະລັງງານໄຟຟ້າ ລວມທັງການແລກປ່ຽນການຮ່ວມມືທາງດ້ານວິຊາການ ແລະ ບຸກຄະລາກອນລະຫວ່າງສອງປະເທດ.

          ພ້ອມກັນນີ້, ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU) ຂອງສອງ ລັດຖະບານ ທີ່ໄດ້ມີຂື້ນຕັ້ງແຕ່ ປີ 1996 ເປັນຕົ້ນມາ ແລະ ກໍ່ໄດ້ປັບປຸງເປັນແຕ່ລະໄລຍະເພື່ອໃຫ້ສອດຄ່ອງກັບການຂະຫຍາຍທາງດ້ານເສດຖະກິດ-ສັງຄົມຂອງທັງສອງປະເທດ ໃນນີ້ໃນປີ 2006. 2007, 2016 ແລະ ຫຼ້າສຸດໃນປີ 2022 ທີ່ຜັນຂະຫຍາຍກອບການຮ່ວມມືດ້ານພະລັງງານທີ່ ສປປ ລາວ ມີທ່າແຮງໃນການສົ່ງພະລັງງານທົດແທນໂດຍສະເພາະທ່າແຮງໃນຜະລິດພະລັງງານນໍ້າທີ່ລົງທຶນໂດຍນັກລົງທຶນພາກເອກະຊົນ (IPP) ທີ່ເພີ່ມຂຶ້ນ ຈາກ 9.000 MW ເປັນ 10.500 MW. ນອກຈາກນັ້ນກໍຍັງມີຄວາມຄືບໜ້າຂອງບັນດາໂຄງການທີ່ສົ່ງໄຟໄປໄທ ເຊິ່ງໂຄງການທີ່ໄດ້ສຳເລັດການສົ່ງໄຟໄປໄທ ໂຄງການທີ່່ສົ່ງອອກໄປຍັງລະບົບ EGAT ໄດ້ເລີ່ມແຕ່ປີ 1999 ມາຮອດປີ 2022 ມີຈຳນວນທັງໝົດ 9 ໂຄງການ ລວມກຳລັງຕິດຕັ້ງຕາມສັນຍາ 5.929 MW.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽງຮຽງ: ຄຳແສງ ແກ້ວປະເສີດ