
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການໄຟຟ້ານໍ້າຕົກທ້າຍເຮືອນຈັກ ເທີນ-ຫີນບູນ, ຢູ່ບ້ານນໍ້າສະນາມ, ເມືອງຄູນຄໍາ, ແຂວງຄໍາມ່ວນ ລະຫວ່າງ ລັດຖະບານ ແຫ່ງ ສປປລາວ ແລະ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນແລງວັນທີ 22 ສິງຫາ 2024, ຢູ່ກະຊວງແຜນການ ແລະ ການລົງທຶນ. ຕ່າງໜ້າ ລັດຖະບານ ແຫ່ງ ສປປລາວ ລົງນາມໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄໍາມ່ວນ ເຊັນເປັນພະຍານ ແລະ ທ່ານ ຈີ່ຊົ່ງ ຈື່ຫວ່າໄຊກິ ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຕ່າງໜ້າບໍລິສັດເປັນຜູ້ລົງນາມ. ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງ ແຂວງຄໍາມ່ວນ, ບັນດາຜູ້ຖືຮຸ້ນຂອງບໍລິສັດ, ພ້ອມພາກສ່ວນທີ່ກ່ຽວຂ້ອງຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ອົງການປົກຄອງແຂວງຄໍາມ່ວນ, ເມືອງຄູນຄໍາ ແລະ ບັນດາຜູ້ ບໍລິຫານຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງການດັ່ງກ່າວ ຕັ້ງຢູ່ຄອງນໍ້າທ້າຍເຮືອນຈັກ ຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ, ຢູ່ເຂດບ້ານນໍ້າສະນາມ, ເມືອງຄູນ ຄໍາ, ແຂວງຄໍາມ່ວນ. ພາຍຫຼັງສຳເລັດການກໍ່ສ້າງ, ໂຄງການດັ່ງກ່າວຈະມີກໍາລັງຕິດຕັ້ງປະມານ 8 MW ໂດຍນໍາໃຊ້ນໍ້າທີ່ຜະລິດໄຟຟ້າແລ້ວ ແລະປ່ອຍອອກຈາກໂຮງຈັກຜະລິດໄຟຟ້າຂອງບໍລິສັດເທີນ-ຫີນບູນ ພາວເວີ ຈຳກັດ, ເປັນການນໍາໃຊ້ນໍ້າ ຄືນອີກເທື່ອໜຶ່ງມາຜະລິດພະລັງງານໄຟຟ້າ ສະໜອງການຊົມໃຊ້ຢູ່ພາຍໃນປະເທດໂດຍຜ່ານລັດວິສາຫະກິດໄຟຟ້າລາວ ໃຫ້ພຽງພໍ ແລະ ໝັ້ນຄົງ ພ້ອມທັງປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການ ພັດທະນາເສດຖະກິດ-ສັງຄົມໃນທ້ອງຖິ່ນ.
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ມີຄວາມມຸ່ງໝັ້ນໃນການພັດທະນາໂຄງການໄຟຟ້າແບບຍືນຍົງ, ເປັນມິດກັບ ສິ່ງແວດລ້ອມ ແລະ ກ້າວໄປສູ່ການຄຸ້ມຄອງ ແລະ ການບໍລິຫານໂຄງການໃຫ້ໄດ້ມາດຖານສາກົນ. ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະກອບມີສອງເຂື່ອນຄື: ເຂື່ອນເທີນ-ຫີນບູນ ແລະ ເຂື່ອນນໍ້າຍວງ ຊຶ່ງຕັ້ງຢູ່ແຂວງບໍລິຄຳໄຊ ແລະ ແຂວງຄໍາມ່ວນ, ມີກຳລັງຕິດຕັ້ງລວມ 520 ເມກາວັດ, ນອກຈາກການຜະລິດໄຟຟ້າເປັນບູລິມະສິດຕົ້ນຕໍແລ້ວ ບໍລິສັດຍັງໄດ້ຈັດຕັ້ງປະຕິບັດກິດຈະກຳທາງດ້ານສັງຄົມ ແລະ ສິ່ງແວດລ້ອມຢູ່ 05 ຕົວເມືອງ ພາຍໃນ 02 ແຂວງ ຕື່ມອີກ. ນັບຕັ້ງແຕ່ໂຄງການໄຟຟ້າເທີນ-ຫີນບູນ ເລີ່ມດຳເນີນການຜະລິດໄຟຟ້າມາແຕ່ປີ 1998 ຫາ 2023, ບໍລິສັດ ເທີນ-ຫີນບູນ ພາວເວີ ຈາກັດ ໄດ້ປະຕິບັດພັນທະໃຫ້ລັດຖະບານ ຫຼາຍກວ່າ 795 ລ້ານໂດລາສະຫາລັດ ຊຶ່ງລວມມີ: ເງິນປັນຜົນ 487.36 ລ້ານໂດລາສະຫະລັດ, ອາກອນກຳໄລ 150.08 ລ້ານໂດລາສະຫະລັດ ແລະ ເງິນຄ່າພາກຫຼວງ 125.46 ລ້ານໂດລາສະຫະລັດ.
ແຫຼ່ງຂໍ້ມູນ: ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ
ຮຽບຮຽງຂ່າວ: ຄໍາແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506