ພິທີຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການພັດທະນາໂຄງການເຂື່ອນໄຟຟ້າ ນໍ້າລີກ 1, ເຊລະນອງ 1 ແລະ ໂຄງການເຂື່ອນໄຟຟ້ານໍ້າທາ 1

          ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2024 ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປະດັບຫຼຽນໃຫ້ຜູ້ທີ່ມີໄດ້ຮັບການຍ້ອງຍໍຈາການພັດທະນາ3ໂຄງການເຂື່ອນໄຟຟ້າຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີຄະນະພັກ, ຄະນະນຳ, ອາດີດການນຳ, ພະນັກງານອາວຸໂສ-ບໍານານ ແລະ ພະນັກງານລັດຖະກອນ, ກຳມະກອນ ຜູ້ທີ່ຮັບໄດ້ຮັບການຍ້ອງຍໍ ຈາກຂະແໜງການຕ່າງໆທັງພາກລັດ ແລະ ເອກະຊົນ; ຂັ້ນສູນກາງ ແລະ ທ້ອງຖິ່ນໂຄງການຕັ້ງຢູ່ເຂົ້າຮ່ວມ.

          ທ່ານ ມ້ອນ ເພັດພູໄທ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂນຜ່ານນິຕິກຳທີ່ກ່ຽວຂ້ອງ ໂດຍສະເພາະແມ່ນເອກະສານການປະດັບຫຼຽນໄຊແຮງງານ ແລະ ໃບຍ້ອງຍໍຂອງລັດຖະບານໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຫື່ອແຮງ, ສະຕິປັນຍາ ເຂົ້າໃນບັ້ນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າຢູ່ ສປປລາວ ໃນນີ້:
 ໂຄງການເຂື່ອນໄຟຟ້ານໍ້າລິກ1: ປະດັບຫຼຽນໄຊແຮງງານຊັ້ນ2 ຈຳນວນ 11 ທ່ານ ແລະ 1 ກົມກອງ, ຫຼຽນໄຊແຮງງານຊັ້ນ3 ຈຳນວນ 6 ທ່ານ, ຫຼຽນກາແຮງງານຈຳນວນ 18 ທ່ານ ແລະມອບໃບຍ້ອງຍໍຂັ້ນລັດຖະບານຈຳນວນ 37 ທ່ານ;
 ໂຄງການເຂື່ອນໄຟຟ້ານໍ້າທາ1: ປະດັບຫຼຽນໄຊແຮງງານຊັ້ນ2 ຈໍານວນ 25 ທ່ານ ແລະ 1ກົມກອງ, ຫຼຽນໄຊແຮງງານຊັ້ນ3 ຈຳນວນ 20 ທ່ານ, ຫຼຽນກາແຮງງານຈຳນວນ 25 ທ່ານ ແລະມອບໃບຍ້ອງຍໍຂັ້ນລັດຖະບານຈຳນວນ 50 ທ່ານ;
 ໂຄງການເຂື່ອນໄຟຟ້າເຊລະນອງ1: ປະດັບຫຼຽນໄຊແຮງງານຊັ້ນ2 ຈໍານວນ 11ທ່ານ ແລະ 1ກົມກອງ, ຫຼຽນໄຊແຮງງານຊັ້ນ3 ຈຳນວນ9 ທ່ານ, ຫຼຽນກາແຮງງານຈຳນວນ 24 ທ່ານ ແລະມອບໃບຍ້ອງຍໍຂັ້ນລັດຖະບານຈຳນວນ 49 ທ່ານ;
ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ, ທ່ານ ລັດຖະມົນຕີ ໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ຮ່ວມກັນພັດທະນາໂຄງການໄຟຟ້າທັງ 3 ໂຄງການສຳເລັດຕາມແຜນການວາງໄວ້ ບາງຕອນ ທ່ານ ໄດ້ກ່າວວ່າ: ໂຄງການພັດທະນາໄຟຟ້າຢູ່ໃນ ສປປ ລາວ ເປັນໂຄງການພັດທະນາອຸດສາຫະກຳພະລັງງານໄຟຟ້າ ທີ່ ມີລັກສະນະຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ໂດຍສະເພາະໂຄງການໄຟຟ້າຢູ່ຕາມລຳແມ່ນນໍ້າຂອງ ແລະ ໂຄງການທີ່ເປັນສາຂາຂອງແມ່ນໍ້າຂອງກໍ່ຕາມ ລ້ວນແລ້ວແຕ່ເປັນໂຄງການທີ່ມີຜົນປະໂຫຍດ ໃນການ ພັດທະນາພື້ນຖານໂຄງລ່າງ ແລະ ສ້າງເສດຖະກິດ-ສັງຄົມ ໃຫ້ແກ່ລັດຖະບານ ແລະ ທ້ອງຖິ່ນ ໂດຍທາງກົງ ແລະ ທາງອ້ອມ ທັງໄລຍະການກໍ່ສ້າງ, ການດໍາເນີນງານ ແລະ ພາຍຫຼັງສິ້ນສຸດສັນຍາສຳປະທານ ຜູ້ພັດທະນາ ໂຄງການ ກໍ່ຈະມອບໃຫ້ເປັນຂອງລັດຖະບານ ແຫ່ງ ສປປ ລາວ ໃນໄລຍະເວລານັ້ນ.
          ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ຂໍຮຽກຮ້ອງໃຫ້ 3 ບໍລິສັດ ຜູ້ພັດທະນາໂຄງການ ໄຟຟ້າ ນໍ້າລີກ 1, ເຊລະນອງ 1 ແລະ ນໍ້າທາ 1 ເອົາໃຈໃສ່ສືບຕໍ່ຊ່ວຍເຫຼືອປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການໃຫ້ນັບມືໄດ້ຮັບການພັດທະນາ ແລະ ສືບຕໍ່ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ ໃຫ້ດີຂື້ນຕາມເງື່ອນໄຂຂອງສັນຍາສໍາປະທານ ແລະ ເອກະສານຊ້ອນທ້າຍ ວ່າດ້ວຍພັນທະທາງ ດ້ານສິ່ງແວດລ້ອມ ແລະ ສັງຄົມ, ພ້ອມນີ້ ຂໍສະແດງຄວາມຂອບໃຈຕໍ່ຄະນະພັກ, ຄະນະນໍາ, ອາດີດການນໍາ ແຕ່ລະຂັ້ນ ທັງສູນກາງ ແລະ ອົງການປົກຄອງແຂວງ, ເມືອງ, ບ້ານ ແລະ ຕະຫຼອດຮອດພໍ່ແມ່ພີ່ນ້ອງ ປະຊາຊົນ ເຂດໂຄງການຕັ້ງຢູ່ ແລະ ຄຽງຄູ່ດຽວກັນນີ້ ກໍ່ຂໍຝາກໄວ້ກັບຄະນະພັກ, ຄະນະນໍາແຕ່ລະຂັ້ນ, ແຂວງ ຈົ່ງສືບຕໍ່ຊີ້ນໍາ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອໂຄງການໄດ້ ດຳເນີນການຜະລິດໄຟຟ້າ ແລະ ມີລາຍຮັບໃຫ້ແກ່ຜູ້ພັດທະນາໂຄງການ, ລວມທັງລັດຖະບານ ແລະ ທ້ອງຖິ່ນ ກໍ່ໃຫ້ມີສວນຮ່ວມ ຕາມສັນຍາສໍາປະທານໄດ້ກຳນົດໄວ້ຢ່າງຈະແຈ້ງ
ພາບ-ຂ່າວ : ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506