ບໍ​ລິ​ສັດ ຫົວ​ເຫວີຍ ມີ​ຄວາມ​ສົນ​ໃຈລົງ​ທຶນ​ສະ​ໜອງ​ອຸ​ປະ​ກອນ​ພະ​ລັງ​ງານ​ດີ​ຈີ​ຕ໋ອນ ຢູ່ ສ​ປ​ປ​ລາວ

ໃນ​ໂອ​ກາດ​ພ​ົບ​ປະ ແລະ ເຂົ້າ​ຢ້ຽມ​ຂ່ຳ​ນັບ ທ່ານ ປອ ດາວ​ວົງ ພອນ​ແກ້ວ ລັດ​ຖະ​ມົນ​ຕີ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ເມື່ອ​ວັນ​ທີ 28 ທັນ​ວ​າ 2021 ທີ່​ຜ່ານ​ມາ​ນີ້, ທ່ານ ເຄວິນ ຫູ ປະ​ທານ​ບໍ​ລິ​ສັດ ຫົວ​ເຫວີຍ ເຕັກ​ໂນ​ໂລ​ຊີ (ລາວ) ຈຳ​ກັດ ​ກ່າ​ວວ່າ: ບໍ​ລິ​ສັດ ຫົວເຫວີຍ ເປັນ​ບໍ​ລິ​ສັດ​ໜຶ່ງ​ທີ່​ມີ​ທ່າ​ແຮງ​ນຳ​ໜ້າ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ ເພື່ອ​ໃຫ້​ການ​ບໍ​ລິ​ການ​ທາງ​ດ້ານ​ໂທ​ລະ​ຄົມ​ມະ​ນາ​ຄົມ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ສະ​ເພາະ​ຢູ່ ສ​ປ​ປ​ລາວ ຜ່ານ​ມາ​ບໍ​ລິ​ສັດ ກໍ່ໄດ້ສະໜອງອຸປະກອນດ້ານໂທລະຄົມມະນາຄົມ ແລະ ບໍລິການແກ່ຜູ້ໃຫ້ບໍລິການໂທລະຄົມມະນາຄົມຂອງລາວມາຕັ້ງແຕ່ ປີ 1998 ແລະ ປັດຈຸບັນເປັນຜູ້ຈັດຫາອຸປະກອນໂທລະຄົມມະນາຄົມຊັ້ນນຳໃນລາວ. ພ້ອມ​ກັນ​ນີ້, ຍັງ​ເປັນ​ຜູ້ສະໜັບສະໜູນການປ່ຽນແປງທາງ​ດ້ານດິຈີ​ຕ໋ອນຂອງລັດຖະບານລາວ ແລະ ອົງກອນຕ່າງໆ ເພື່ອປັບປຸງປະສິດທິພາບ ແລະ ຂັບເຄື່ອນການພັດທະນາໄລຍະຍາວ​ຕື່ມ​ອີກ.

ຜະ​ລິດ​ຕະ​ພັນໂທລະສັບ ຂອງ ຫົວເຫວີຍ ຊ່ວຍໃຫ້ຄົນລາວ ໃຊ້ອິນເຕີເນັດ ແລະ ເສີມສ້າງການສື່ສານໃນຊີວິດປະຈຳວັນໄດ້ດີຂື້ນ. ບໍ​ລິ​ສັດ ຫົວ​ເຫວີຍ ໄດ້ສ້າງຕັ້ງ ບໍລິສັດ ຫົວເຫວີຍ ເທັກໂນໂລຢີລາວ ທີ່ຖືຫຸ້ນທັງໝົດໃນລາວ ໂດຍມີພະນັກງານຫຼາຍກວ່າ 150 ຄົນ ໃນ​ນີ້ພະ​ນັກ​ງານກວມ 70% ແມ່ນ​ເປັນຄົນ​ໃນພື້ນທີ່ ໂດຍ​ໄດ້ຮັບ​ການຝຶກອົບຮົມດ້ານ ICT ໃຫ້ກັບຄົນລາວຫຼາຍກວ່າ 3.000 ຄົນ. ໃນປີ 2020-2021 ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ຫົວເຫວີຍ ໄດ້ມີສ່ວນຮ່ວມໃນການບໍລິຈາກລະບົບວິດີໂອການປະຊຸມທາງໄກ ໃຫ້ຫຼາຍ​ພາກ​ສ່ວນ​ຂອງ​ລັດ​ຖະ​ບານ ສ​ປ​ປ​ລາວ ເປັນ​ຕົ້ນ: ກະຊວງສາທາສະ​ນະ​ສຸກ, ກະຊວງ ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ, ກະຊວງການຕ່າງປະເທດ, ຫ້ອງວ່າການນະຄອນຫຼວງ​ວຽງ​ຈັນ, ກະຊວງ ຖະ​ແຫຼ່ງ​ຂ່າວ, ວັດທະນະທໍາ ແລະ ທ່ອງ​ທ່ຽວ. ພິ​ເສດໃນ​ງານພິທີເປີດ​ການ​ນຳ​ໃຊ້​ເທາງລົດໄຟລາວ-ຈີນ ບໍ​ລິ​ສັດ ຫົວເຫວີຍ ກໍໄດ້ສະໜອງອຸປະກອນລະບົບວິດີໂອການປະຊຸມທາງໄກ ເພື່ອ​ຮັບ​ໃຊ້​ການ​ພົບ​ປະ ລະຫວ່າງ ຜູ້ນຳລາວ-ຈີນ. ນອກຈາກນັ້ນ, ໃນການຫັນສູ່ດິຈິຕ໋ອນໃນຫຼາຍຂະແໜງການ, ຫົວເຫວີຍກໍ່ເປັນຜູ້ສະໜອງປຸປະກອນໃນດ້ານພະລັງງານດິຈິນຕ໋ອນ, ບໍ່ວ່າຈະເປັນ ປໍ້າສາກລົດໄຟຟ້າ, ລະບົບຄວບຄຸມພະລັງງານໄຟຟ້າແສງອາທິດ ແລະ ອື່່ນ ທີ່ຈະມາຊ່ວຍ ສປປ ລາວ ຫັນເຂົ້າສູ່ເສດຖະກິດດິຈິ​ຕ໋ອນຢ່າງເຕັມໂຕ.

ທ່ານ ລັດ​ຖະ​ມົນ​ຕີ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ ທ່ານ ປະ​ທານ​ບໍ​ລິ​ສັດ ຫົວ​ເຫວີຍ ທີ່​ໄດ້​ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້​ການ​ຫັນ​ເປັນ​ເສດ​ຖະ​ກິດ​ດີ​ຈີ​​ຕ໋ອນ ແລະ ລັດ​ຖະ​ບານ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ ລັດ​ຖະ​ບານ​ລາວ ໂດຍ​ສະ​ເພາະ​ການ​ນຳ​ໃຊ້​ລະ​ບົບ​ດີ​ຈີ​​ຕ໋ອນ​ເຂົ້າ​ໃນ​ການ​ຄວບ​ຄຸມ, ບໍ​ລິ​ຫານ​ຈັດ​ການ​ພະ​ລັງ​ງານ ຖື​ວ່າ​ເປັນ​ກົນ​ໄກທີ່​ມີ​ປະ​ສິດ​ທິ​ພາບ, ມີ​ປະ​ສິດ​ທິ​ຜົນ​ສູງ ທັງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຕື່ມ​ອີກ. ພ້ອມ​ກັນ​ນີ້, ທ່ານ ລັດ​ຖະ​ມົນ​ຕີ ຍັງ​ສະ​ແດງ​ຄວາມ​ຍິນ​ດີ, ຕ້ອນ​ຮັບ ແລະ ສະ​ໜັບ​ສະ​ໜູນ ຕໍ່​ແຜນ​ການ​ຂະ​ຫຍາຍ​ທຸ​ລະ​ກິດ​ຂອງ​ບໍ​ລິ​ສັດ ຫົວ​ເຫວີຍ ໃນການ​ສະ​ໜອງອຸ​ປະ​ກອນ ຫຼື ລະ​ບົບ​ຄວບ​ຄຸມ​ພະ​ລັງ​ງານ​ໄຟ​ຟ້າ ຢູ່ ສ​ປ​ປ​ລາວ.

 

ໂດຍ: ຄ​ຳ​ແສງ ແກ້ວ​ປະ​ເສີດ