ທ່ານ ລັດຖະມົນຕີ ໃຫ້ສຳພາດກ່ຽວກັບການພັດທະນາພະລັງງານໄຟຟ້າຢູ່ ສປປ ລາວ ແລະ ການເຊື່ອມໂຍງດ້ານພະລັງງານກັບພາກພື້ນ ຕໍ່ສຳນັກຂ່າວ CNA ຂອງ ສິງກະໂປ

         ໃນໂອກາດໃຫ້ສຳພາດຕໍ່ສຳນັກຂ່າວ CNA ຂອງສິງກະໂປ ເມື່ອຕອນເຊົ້າວັນທີ 2 ກັນຍາ 2022 ນີ້, ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຍົກເຫັນເຖິງບົດບາດສຳຄັນຂອງການພັດທະນາພະລັງງານໄຟຟ້າຢູ່ ສປປ ລາວ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນໃນຕະຫຼອດໄລຍະ 40 ກວ່າປີຜ່ານມານີ້. ການພັດທະນາໂຄງການໄຟຟ້າຢູ່ ສປປ ລາວ ນອກຈາກຈະຜະລິດກະແສໄຟຟ້າເພື່ອສະໜອງການຊົມໃຊ້ພາຍໃນປະເທດໃຫ້ພຽງພໍ ແລະ ສົ່ງອອກຂາຍໃຫ້ບັນດາປະເທດເພື່ອນບ້ານໃກ້ຄຽງ ເພື່ອນຳເອົາເງິນຕາຕ່າງປະເທດເຂົ້າມາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງແລ້ວ

          ຍັງເປັນຂະແໜງການໜຶ່ງທີ່ນຳເອົາຜົນປະໂຫຍດອັນມະຫາສານທັງທາງກົງ ແລະ ທາງອ້ອມມາສູ່ປະຊາຊົນລາວບັນດາເຜົ່າເປັນຕົ້ນແມ່ນ: ການສ້າງວຽກເຮັດງານທຳ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ, ການກໍ່ສ້າງສິ່ງອຳນວຍຄວາມສະດວກຕ່າງໆເຊັ່ນ: ທີ່ຢູ່ອາໄສແບບຖາວອນ, ຖະໜົນຫົນທາງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ຕະຫຼາດ, ຄິວລົດ, ໄຟຟ້າ, ນໍ້າສະອາດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ. ສຳຄັນອີກອັນໜຶ່ງ ການພັດທະນາພະລັງງານໄຟຟ້າຢູ່ ສປປ ລາວ ແມ່ນຕິດພັນກັບການພັດທະນາຊົນນະບົດຢ່າງຮອບດ້ານເປັນຕົ້ນແມ່ນ ການເຕົ້າໂຮມເອົາບ້ານນ້ອຍໃຫ້ກາຍເປັນບ້ານໃຫຍ່, ສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງນ້ອຍ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ແລະ ສີຂຽວ.

         ມາຮອດປັດຈຸບັນ ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າທັງໝົດ 90 ແຫ່ງ, ມີກຳລັງຕິດຕັ້ງ 10ພັນກວ່າເມັກກາວັດ ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ຫຼາຍກວ່າ 50ພັນລ້ານກິໂລວັດໂມງຕໍ່ປີ, ໃນນີ້ມາຈາກພະລັງງານໄຟຟ້ານໍ້າຕົກ 77 ແຫ່ງ, ພະລັງງານແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຖ່ນຫີນ 1 ແຫ່ງ. ສາມາດສະໜອງໄຟຟ້າຮັບໃຊ້ໄດ້ 100% ຂອງເທດສະບານແຂວງ, ນະຄອນຫຼວງ; 100% ຂອງເທດສະບານເມືອງ, ນະຄອນ; 93% ຂອງຈໍານວນບ້ານໃນທົ່ວປະເທດ ແລະ ຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວກວມເຖິງ 95% ໃນປີ 2020, ປີ2025 ເພີ່ມຂຶ້ນເປັນ 98%, ຄາດວ່າຮອດປີ 2030 ສາມາດບັນລຸໄດ້ 100% ຂອງຄົວເຮືອນທັງໝົດໃນຂອບເຂດທົ່ວປະເທດ.

          ສຳລັບແຜນການພັດທະນາກໍ່ສ້າງແຫຼ່ງຜະລິດພະລັງງານໄຟຟ້າຂອງ ສປປ ລາວ ໃນອະນາຄົດ, ທ່ານ ລັດຖະມົນຕີ ໄດ້ຢໍ້າຄືນວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ມີທ່າແຮງບົ່ມຊ້ອນ ແລະ ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ເປັນຕົ້ນແມ່ນທ່າແຮງໃນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້ານໍ້າຕົກ. ຕາມສຶກສາເບື້ອງຕົ້ນ ສປປ ລາວ ມີຄວາມສາມາດຜະລິດໄຟຟ້າຈາກນໍ້າທັງໝົດ 26.000 ເມັກກາວັດ. ໄປພ້ອມໆກັບການກໍ່ສ້າງແຫຼ່ງຜະລິດພະລັງງານໄຟຟ້າ, ລັດຖະບານ ລາວ ຍັງສົ່ງເສີມການນໍາໃຊ້ພາຫານະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າຕື່ມອີກ.

          ຄາດໝາຍສູ້ຊົນຮອດປີ 2025 ສໍາລັບພາຫະນະນໍາໃຊ້ໄຟຟ້າໃຫ້ໄດ້ຢ່າງໜ້ອຍ 1% ຫລື ປະມານ 20.000 ຄັນ (ໃນນັ້ນ ລົດຈັກ 8.000 ຄັນ, ລົດເມ-ລົດບັນທຸກຂະໜາດນ້ອຍ 150 ຄັນ ແລະ ລົດສ່ວນບຸກຄົນ 11.850 ຄັນ) ແລະ ກໍານົດແຜນພັດທະນາສະຖານີສາກຮອດປີ 2025 ໃຫ້ສາມາດຕິດຕັ້ງໄດ້ຢ່າງໜ້ອຍຈໍານວນ 50 ສະຖານີ ໂດຍການຫັນປ່ຽນ ສະຖານີເຕີມນໍ້າມັນມາເປັນສະຖານີສາກລົດ EV ຕາມເສັ້ນທາງຫລວງ ແລະ ຕາມຕົວເມືອງໃຫຍ່ ແລະ ແຜນພັດທະນາຮອດປີ 2030 ໃຫ້ຕິດຕັ້ງໄດ້ 100 ສະຖານີ ໃນຂອບເຂດທົ່ວປະເທດ.

          ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດການເຊື່ອມໂຍງດ້ານພະລັງງານຂອງ ສປປ ລາວ ກັບບັນດາປະເທດອ້ອມຂ້າງ ແລະ ຢູ່ໃນພາກພື້ນ ໃນນີ້ເດັ່ນກວ່າໝູ່ແມ່ນການຮ່ວມມືແລກປ່ຽນຊື້-ຂາຍພະລັງງານໄຟຟ້າ 4 ປະເທດ ລາວ-ໄທ-ມາເລເຊຍ ແລະ ສິ່ງກະໂປ ທີ່ເລີ່ມດຳເນີນການປຶກສາຫາລືມາແຕ່ປີ 2014 ແລະ ໃນປີ 2017 ໂຄງການໄລຍະທີ 1 ເພື່ອສົ່ງກະແສໄຟຟ້າໃຫ້ ມາເລເຊຍຜ່ານສາຍສົ່ງຂອງໄທ ໄດ້ຮັບການຈັດຕັ້ງປະຕິບັດ, ຕໍ່ມາຫຼ້າສຸດໃນກາງປີ 2022 ນີ້ສຳເລັດການສົ່ງພະລັງງານໃຫ້ສິງກະໂປ ໃນປະລິມານ 100 ເມັກກາວັດ.ນອກຈາກນີ້, ສປປ ລາວ ຍັງມີສັນຍາຊື້-ຂາຍໄຟຟ້າກັບ 5 ປະເທດຄື: ສສ ຫວຽດນາມ, ສປ ຈີນ, ຣາຊະອານາຈັກໄທ, ຣາຊະອານາຈັກ ກຳປູເຈຍ ແລະ ສາທາລະນະລັດ ມຽນມາ.

ໂດຍ: ຄຳແສງ ແກ້ວປະເສີດ