ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່ ສຳເລັດການເຂົ້າຮ່ວມຂະບວນຄາຣາວານຊາວໜຸ່ມລາວທົ່ວປະເທດ ຕາມຮອຍໄຊຊະນະບັ້ນຮົບປົດປ່ອຍນໍ້າບາກ

         ຂະບວນຄາຣາວານຊາວໜຸ່ມລາວທົ່ວປະເທດ ຕາມຮອຍໄຊຊະນະບັ້ນຮົບປົດປ່ອຍນໍ້າບາກ ພາຍໃຕ້ຄຳຂວັນ: “ຊາວໜຸ່ມລາວເສີມຂະຫຍາຍມູນເຊື້ອໄຊຊະນະບັ້ນຮົບປົດປ່ອຍນໍ້າບາກ” ໄດ້ຈັດຂຶ້ນລະຫວ່າງ ວັນທີ 10-13 ພະຈິກ 2022 ນີ້ ໂດຍ ການນໍາພາຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ສຸກັນ ບຸນຍົງ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານແນວລາວສ້າງຊາດແຂວງໆຫຼວງພະບາງ, ມີບັນດາ ສະຫາຍ ເລຂາ, ຮອງເລຂາ ແລະ ຊາວໜຸ່ມຈາກບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ 400 ກວ່າ ສະຫາຍ.

           ສຳລັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່ ນຳໂດຍ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສູນກາງ ຊປປລ, ເລຂາ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະຈຳນວນ 5 ສະຫາຍ.

           ໃນໂອກາດເຂົ້າຮ່ວມຂະບວນຄາຣາວານຊາວໜຸ່ມລາວທົ່ວປະເທດຕາມຮອຍໄຊຊະນະບັ້ນຮົບປົດປ່ອຍນໍ້າບາກ ຄັ້ງນີ້, ສະຫາຍ ເລຂາ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານ ແລະ ຊາວໜຸ່ມ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ນຳເອົາອຸປະກອນໄຟຟ້າແສງຕາເວັນ ຈຳນວນ 30 ຊຸດ ນຳໄປມອບໃຫ້ ໂຮງຮຽນ ມສ ນໍ້າບາກ, ມສ ເມືອງງອຍ ແລະ ສູນເສຍອົງຄະ 109 ພາກສ່ວນລະ 10 ຊຸດ ລວມມູນຄ່າທັງໝົດ 15 ລ້ານກວ່າກີບ.

          ພ້ອມກັນນີ້, ສະຫາຍ ເລຂາ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໄດ້ນຳເອົາແຜນທີ່ທໍລະນີສາດ ຈຳນວນ 2 ແຜ່ນ ນຳມາມອບໃຫ້ຫ້ອງອ່ານມິດຕະພາບຊາວໜຸ່ມເມືອງນໍ້າບາກ ແລະ ເມືອງງອຍຕື່ມອີກ.

          ພ້ອມກັນນີ້, ສະຫາຍ ເລຂາ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະຍັງໄດ້ເຂົ້າຮ່ວມພິທີສົນທະນາພາຍໃຕ້ຫົວຂ້ໍ “ຊາວໜຸ່ມລາວຫວນຄືນມູນເຊື້້ອ ໄຊຊະນະບັ້ນຮົບປົດປ່ອຍນ້ຳບາກ” ເຊິ່ງເປັນກຽດສົນທະນາໂດຍ ສະຫາຍ ບຸນເລີຍ ພອນຄໍາວົງສາ ພະນັກງານບຳນານເມືອງນ້ຳບາກ ຊຶ່ງເປັນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມໃນບັ້ນຮົບປົດປ່ອຍນ້ຳບາກ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຊາວໜຸ່ມເຍົາວະຊົນລາວເອົາໃຈໃສ່ໃນການຮັກສາມູນເຊື້ອໄຊຊະນະດັ່ງກ່າວ ພ້ອມກັນກັນນັ້ນກໍ່ໃຫ້ເອົາໃຈໃສ່ໃນການເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາພາຍໄດ້ການນຳພາຂອງພັກເພື່ອພ້ອມກັນປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ.

ໂດຍ: ຄຳແສງ ແກ້ວປະເສີດ