ກອງປະຊຸມຖອດຖອນບົດຮຽນ ກ່ຽວກັບ ໂຄງການຕົວແບບ ການຄຸ້ມຄອງຂໍ້ມູນຂ່າວສານດ້ານຄວາມປອດໄພຂອງເຂື່່ອນ ພາຍໃຕ້ໂຄງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

           ໃນລະຫວ່າງວັນທີ 29-30 ກັນຍາ 2022, ທີ່ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ຈັດກອງປະຊຸມສຳມະນາ, ຖອດຖອນບົດຮຽນ ກ່ຽວກັບ “ໂຄງການຕົວແບບ ການຄຸ້ມຄອງຂໍ້ມູນຂ່າວສານດ້ານຄວາມປອດໄພຂອງເຂື່່ອນ ພາຍໃຕ້ໂຄງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (Dam Safety Information Management Pilot Project for LMC)“ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ບົວເທບ ມາໄລຄຳ, ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກົມກອງອ້ອມຂ້າງກະຊວງ, ບັນດາຜູ້ຕາງໜ້າຈາກພະແນກພະລັງງານ ແລະ ບໍ່ແຮ່ 9 ແຂວງ (ແຂວງ ວຽງຈັນ, ໄຊສົມບູນ, ຊຽງຂວາງ, ຫຼວງພະບາງ, ຜົ້ງສາລີ, ບໍ່ແກ້ວ, ຫຼວງນໍ້າທາ, ບໍລິຄໍາໄຊ ແລະ ເຊກອງ), ຜູ້ຕາງໜ້າຈາກກົມເສດຖະກິດ (ກະຊວງການຕ່າງປະເທດ), ຜູ້ຕາງໜ້າຈາກກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ (ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ຜູ້ຕາງໜ້າຈາກຫ້ອງການຄະນະກໍາມະການຮ່ວມມື ລາວ-ຈີນ (ກະຊວງແຜນການ ແລະ ການລົງທຶນ), ບໍລິສັດທີ່ປຶກສາ Kunming Hydroelectric Investigation, Design and Research Institute (KHIDI) ແລະ ສູນຄຸ້ມຄອງຄວາມປອດໄພຂອງເຂື່ອນ (Dam Safety Management Center, DSMC) ກະຊວງຊັບພະຍາກອນນໍ້າ ສປ ຈີນ ລວມມີທັງໝົດ 56 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

          ຈູດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອຮັບຟັງ, ແລກປ່ຽນຖອດຖອນບົດຮຽນ ແລະ ທັດສະນະທາງດ້ານວິຊາການ ໃນວຽກງານການຄຸ້ມຄອງຄວາມປອດໄພຂອງເຂື່ອນຢູ່ ສປ ຈີນ; ຮັບຟັງຂັ້ນຕອນການສຶກສາ, ການສົມທຽບສະຖານະພາບຄວາມແຕກຕ່າງ ແລະ ຄວາມຄ້າຍຄືກັນຂອງການຄຸ້ມຄອງຂໍ້ມູນຄວາມປອດໄພຂອງເຂື່ອນຢູ່ ສປ ຈີນ ແລະ ບັນດາປະເທດລຸ່ມແມ່ນ້ຳຂອງ; ການສ້າງໂປແກມລະບົບຄຸ້ມຄອງຂໍ້ມູນຂ່າວສານດ້ານຄວາມປອດໄພຂອງເຂື່່ອນຢູ່ ສປປ ລາວ; ຜົນຂອງການລົງເກັບກຳຂໍ້ມູນຄວາມປອດໄພຂອງເຂື່ອນຢູ່ພາກສະໜາມ ຈຳນວນ 10 ໂຄງການ ຂອງບໍລິສັດທີ່ປຶກສາ KHIDI; ການຄຸ້ມຄອງຄວາມປອດໄພເຂື່ອນຢູ່ ສປປ ລາວ ແລະ ນໍາສະເໜີບົດຮຽນຜົນຂອງການເດີນທາງໄປແລກປ່ຽນ-ຖອດຖອນບົດຮຽນການຄຸ້ມຄອງຄວາມປອດໄພຂອງເຂື່ອນຢູ່ ສສ ຫວຽດນາມ.
          ທ່ານປະທານ ໄດ້ກ່າວໃນກອງປະຊຸມວ່າ ພາຍຫຼັງຈາກເກີດເຫດການເຂື່ອນ Saddle dam D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກພັງ ໃນປີ 2018, ລັດຖະບານ ແຫ່ງ ສປປ ລາວ ເຫັນໄດ້ຄວາມສຳຄັນໃນວຽກງານຄວາມປອດໄພຂອງເຂື່ອນ, ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການໃນການກວດກາຄວາມປອດໄພຂອງບັນດາເຂື່ອນໄຟຟ້າຂະໜາດໃຫຍ່ ແລະ ນ້ອຍ ໃນຂອບເຂດທົ່ວປະເທດ ຈາກບັນດາໂຄງການຮ່ວມມືສາກົນ ຈົນສຳເລັດໃນປີ 2020 ຜ່ານມາ. ຍ້ອນເຫັນໄດ້ຄວາມສຳຄັນ ແລະ ອີງຕາມຄວາມຮຽກຮ້ອງຕ້ອງການຕໍ່ກັບວຽກງານດັ່ງກ່າວ, ລັດຖະບານ ແຫ່ງ ສປ ຈີນ ຈື່ງໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ກໍຄື ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ຜ່ານໂຄງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (Lancang-Mekong Cooperation project, LMC) ໂດຍເປັນການຮ່ວມມືືກັນລະຫວ່າງ ສູນຄຸ້ມຄອງຄວາມປອດໄພຂອງເຂື່ອນ (DSMC) – ກະຊວງຊັບພະຍາກອນນໍ້າ ແຫ່ງ ສປ ຈີນ ແລະ ບໍລິສັດທີ່ປຶກສາ KHIDI ໃນການລົງເກັບກຳຂໍ້ມູນທາງດ້ານເຕັກນິກພາກສະໜາມທີ່ຈຳເປັນໃນການສ້າງໂປແກມລະບົບຕົວແບບການຄຸ້ມຄອງຂໍ້ມູນຂ່າວສານດ້ານຄວາມປອດໄພຂອງເຂື່່ອນ ຢູ່ ສປປ ລາວ ໃນຈຳນວນ 10 ໂຄງການ.

          ທ່ານຍັງໄດ້ກ່າວອີກວ່າ ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃນໄລຍະ 1 ປີ ຜ່ານມາ ຜົນສຳເລັດຂອງໂຄງການຈະເປັນພື້ນຖານອັນສຳຄັນ ໃນການສ້າງສູນຄຸ້ມຄອງຄວາມປອດໄພຂອງເຂື່ອນແຫ່ງທຳອິດ ໃນ ສປປ ລາວ ໃນຕໍ່ໜ້າ ແລະ ຕອບສະໜອງເຂົ້າໃນວຽກງານການຄຸ້ມຄອງຄວາມປອດໄພຂອງເຂື່ອນຢູ່ ສປປ ລາວ ໃຫ້ມີປະສິດທິພາບຍິ່ງຂຶ້ນ ໂດຍນຳໃຊ້ບົດຮຽນປະສົບການວຽກງານການຄຸ້ມຄວາມປອດໄພຂອງເຂື່ອນຂອງ ສປ ຈີນ ແລະ ນຳໃຊ້ໂປແກມທີ່ທັນສະໄຫມ ເຂົ້າໃນການຕິດຕາມກວດກາຄວາມປອດໄພຂອງເຂື່ອນ ທັງຊ່ວງໄລຍະກ່ອນການກໍ່ສ້າງ, ຊ່ວງໄລຍະກໍ່ສ້າງ ແລະ ຕະຫຼອດຮອດຊ່ວງໄລຍະດຳເນີນການຜະລິດ.
          ໂຄງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນ ແລະ ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ ປີ 2016 ຜ່ານການຊ່ວຍເຫຼືອຫຼາຍກວ່າ 500 ໂຄງການ ໃຫ້ແກ່ບັນດາ 6 ປະເທດ ໃນເຂດລຸ່ມແມ່ນ້ຳຂອງ, ສະເພາະ ສປປ ລາວ ມາເຖິງປະຈຸບັນ ແມ່ນໄດ້ຮັບການຊ່ວຍເຫຼືອທັງໝົດ 68 ໂຄງການ ເຊິ່ງໜຶ່ງໃນນັ້ນ “ໂຄງການຕົວແບບ ການຄຸ້ມຄອງຂໍ້ມູນຂ່າວສານດ້ານຄວາມປອດໄພຂອງເຂື່່ອນ” ເຊິ່ງເປັນໂຄງການທຳອິດຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ທີ່ໄດ້ຮັບການຊ່ວຍເຫຼືອພາຍໃຕ້ກອງທຶນດັ່ງກ່າວ. ຜົນສໍາເລັດຂອງໂຄງການຮ່ວມມື ຈະເຮັດໃຫ້ ສປປ ລາວ ແລະ ບັນດາປະເທດອ້ອມຂ້າງ ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກການຮ່ວມມືດັ່ງກ່າວ, ທັງເປັນການເສີມຮັດແໜ້ນຄວາມສາມັກຄີພິເສດພາຍໃນພາກພື້ນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ.

ພາບ ແລະ ຂໍ້ມູນ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ
ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ