
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານທົດແທນຄ່າເສຍຫາຍ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກການກໍ່ສ້າງໄຟຟ້າພະລັງງານລົມ ຈັດຂຶ້ນໃນວັນທີ 13 ສິງຫາ 2024 ທີ່ໂຄງການມອນຊູນວິນພາວເວີ້ ເມືອງດາກຈຶງ ໂດຍການເຂົ້າຮ່ວມຂອງທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີຄະນະຊີ້ນໍາໂຄງການ, ຄະນະກໍາມະການທົດແທນຄ່າເສຍຫາຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ, ບໍລິສັດຜູ້ພັດທະນາ, ບໍລິສັດຜູ້ຮັບເໝົາກໍ່ສ້າງໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລໍາພັນ ແກ້ວມະຫາໄຊ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ກອງເລຂາຄະນະກໍາມະການທົດແທນຄ່າເສຍຫາຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ໄດ້ໃຫ້ຮູ້ວ່າ: ໂຄງການໄຟຟ້າພະລັງງານລົມ ມອນຊູນ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ມີ 133 ເສົາ, ມີກໍາລັງຕິດຕັ້ງທັງໝົດ 600 ເມກາວັດ ໃນນີ້, ຕັ້ງຢູ່ເມືອງດາກຈຶງ 120 ເສົາ ແລະ ຕັ້ງຢູ່ເມືອງສານໄຊແຂວງອັດຕະປື 13 ເສົາ, ປັດຈຸບັນການກໍ່ສ້າງສໍາເລັດແລ້ວ 81,71%. ໂຄງການດັ່ງກ່າວ ມີຜົນກະທົບທັງໝົດ 26 ບ້ານ 807 ຄົວເຮືອນ ໃນນັ້ນ, ເມືອງດາກຈຶງ 21 ບ້ານ ແລະ ເມືອງຊານໄຊ 5 ບ້ານ ຊຶ່ງການປະຕິບັດວຽກງານທົດແທນຄ່າເສຍຫາຍ ຫຼື ການຊົມເຊີຍຜົນກະທົບ ແມ່ນໄດ້ປະຕິບັດຕາມລະບຽບການຕ່າງໆຂອງພັກ-ລັດຖະບານ ແລະ ໄດ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ I ທົດແທນຜົນກະທົບຈຸດຕັ້ງເສົາກັງຫັນລົມ ແລະ ທາງເຂົ້າຫາເສົາກັງຫັນລົມ, ທາງເຊື່ອມຕໍ່ລະຫວ່າງເສົາ, ມີບ້ານໄດ້ຮັບຜົນກະທົບ 11 ບ້ານ 209 ຄົວເຮືອນ ລວມມູນຄ່າຊົດເຊີຍ 7,59 ຕື້ກວ່າກີບ; ໄລຍະທີ II ທົດແທນຜົນກະທົບຊັບສິນ ເຂດພື້ນທີ່ຕັ້ງເສົາໄຟຟ້າແຮງສູງ 35kV, 115kV ແລະ 500kV, ເສັ້ນທາງເຂົ້າຫາສາຍສົ່ງ, ບ່ອນວາງອຸປະກອນກໍ່ສ້າງ, ການຂະຫຍາຍເສັ້ນທາງຫຼວງແຫ່ງຊາດເລກທີ 16B ມີບ້ານໄດ້ຮັບຜົນກະທົບ 19 ບ້ານ 438 ຄົວເຮືອນ ລວມມູນຄ່າການຊົດເຊີຍ 8,89 ຕື້ກວ່າກີບ ແລະ ໄລຍະທີ III ທົດແທນຄ່າຫາຍຊັບສິນ ແລະ ທີ່ດິນຂອບເຂດແລວ ສະຫງວນສາຍສົ່ງໄຟຟ້າແຮງສູງ 115kV ແລະ 500kV ມີບ້ານໄດ້ຮັບຜົນກະທົບ 16 ບ້ານ 340 ຄົວເຮືອນ ລວມມູນຄ່າຊົດເຊີຍ 9,23 ຕື້ກີບ; ລວມທັງ 3 ໄລຍະ ປະຕິບັດການຊົດເຊີຍທັງໝົດ 25,86 ລ້ານກວ່າກີບ.

