ສະວິດເຊີແລນ ສະໜັບສະໜູນທາງດ້ານວິຊາການ ແລະ ລະບຽບການ ເພື່ອຄວາມປອດໄພຂອງເຂື່ອນ ໃນ ສປປ ລາວ

          ພິທີລົງນາມບົດບັນທຶກຄວາມຊ່ວຍຈຳ ລະຫວ່າງ ສປປລາວ ແລະ ສະຫະພັນທະລັດ ສະວິດເຊີແລນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 1 ສິງຫາ 2023 ທີ່ຫ້ອງປະຊຸມໂຮງແຮມຄຣາວພລາຊ່າ, ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ບົວເທບ ມາໄລຄໍາ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ, ຕາງໜ້າໃຫ້ ສປປລາວ ແລະ ທ່ານ ເຢສເປີ ເລົາຣິດເຊັນ, ຜູ້ອໍານວຍການອົງການ ເຮວວີຕັດສະວິດ ເພື່ອການຮ່ວມມືສາກົນປະຈໍາ ສປປລາວ, ຕາງໜ້າໃຫ້ ສະຫະພັນທະລັດສະວິດເຊີແລນ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີ່ພິຍານຂອງ ທ່ານ ປະລິຍາເອກ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຜູ້ຕາງຫນ້າຈາກ ກະຊວງແຜນການ ແລະ ການລົງທຶນ, ກະຊວງ ການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ກະສິກຳ ແລະ ປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ, ສະມາຄົມເຂື່ອນລາວ, ຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ.

          ທ່ານ ເຢສເປີ ເລົາຣິດເຊັນ ໄດ້ໃຫ້ຮູ້ວ່າ: ໂດຍອີງຕາມການ ສະເໜີຂອງ ລັດຖະບານ ແຫ່ງ ສປປ ລາວ, ລັດຖະບານ ສະວິດເຊີແລນ ໄດ້ສະໜັບສະໜູນ ລັດຖະບານ ລາວ ເພື່ອເພີ່ມທະວີຄວາມປອດໄພໃຫ້ກັບເຂື່ອນໄຟຟ້ານໍ້າຕົກໃນລາວ ຕາມກົດໝາຍໃຫມ່ ວ່າດ້ວຍຄວາມປອດໄພຂອງເຂື່ອນ ທີ່ໄດ້ຮັບ ອະນຸມັດໃນປີ 2022. ບົດບັນທຶກຄວາມເຂົ້າໃຈ ສຳລັບໂຄງການ ຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພ ຂອງເຂື່ອນໃນ ສປປ ລາວ ໄດ້ພັດທະນາຂື້ນພາຍໃຕ້ກອບຂອງສັນຍາສອງຝ່າຍ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ຕາງໜ້າ ໂດຍກະຊວງແຜນການ ແລະ ການລົງທຶນ ແລະ ລັດຖະບານ ສະວິດເຊີແລນ ຕ່າງໜ້າໂດຍ ອົງການ ເພື່ອການພັດທະນາ ແລະ ການ ຮ່ວມມື ຂອງປະເທດ ສະວິດເຊີແລນ ທີ່ເຊັນຮັບຮອງໃນວັນທີ 20 ມັງກອນ 2023.

          ທ່ານ ປະລິຍາເອກ ສີນາວາ ສຸພານຸວົງ ໄດ້ກ່າວຄຳເຫັນຕໍ່ພິທີວ່າ: ເຫດການສັນເຂື່ອນຂອງເຂື່ອນໄຟຟ້າ ເຊປຽນ – ເຊນໍ້ານ້ອຍ ແຕກໃນປີ 2018 ໄດ້ກໍ່ໃຫ້ເກີດຄວາມໃສ່ໃຈ ກ່ຽວກັບ ຄວາມປອດໄພ ຂອງເຂື່ອນໃນ ສປປລາວ. ການກວດກາຄວາມປອດໄພເຂື່ອນໄຟຟ້າສຸກເສີນທົ່ວປະເທດ 2019-2020 (NEDSI) ໄດ້ເລີ່ມຂຶ້ນ ດ້ວຍການສະໜັບສະໜູນຈາກຄູ່ຮ່ວມພັດທະນາຕ່າງໆ ລວມທັງປະເທດສະວິດເຊີແລນ ພ້ອມທັງສະຖາບັນ ແລະ ກົດໝາຍທີ່ ດຳເນີນໂດຍທີ່ປຶກສາສະວິດເຊີແລນ ຢືນຢັນວ່າຄວາມປອດໄພຂອງໂຄງຮ່າງພື້ນຖານຂອງເຂື່ອນໄຟຟ້ານໍ້າຕົກ, ສະຖາບັນ ແລະ ກົດໝາຍ ລວມທັງຊັບພະຍາກອນມະນຸດທີ່ກ່ຽວຂ້ອງກັບຄວາມປອດໄພຂອງເຂື່ອນຈໍາເປັນຕ້ອງໄດ້ຮັບການເສີມສ້າງໃຫ້ມີຄວາມເຂັ້ມແຂງ ເພື່ອປົກປ້ອງປະຊາຊົນ, ຊັບສິນ ແລະ ສິ່ງແວດລ້ອມ. ໂດຍເຫັນໄດ້ຄວາມສຳຄັນຂອງພະລັງງານໄຟຟ້ານໍ້າຕົກ ສໍາລັບການພັດທະນາເສດຖະກິດຂອງປະເທດ ແລະ ຄວາມຊ່ຽວຊານ ແລະ ປະສົບການທີ່ເປັນເອກະລັກຂອງສະວິດເຊີແລນໃນດ້ານນີ້, ລັດຖະບານລາວ ໄດ້ຂໍການສະໜັບສະໜູນຈາກ ລັດຖະບານສະວິດເຊີແລນ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ຂະແໜງຄວາມປອດໄພຂອງເຂື່ອນ.

          ດັ່ງນັ້ນ ໂຄງການ DSTIA ຈຶ່ງເປັນການຕອບສະໜອງຕໍ່ການຮຽກຮ້ອງຂອງລັດຖະບານ ແຫ່ງ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການປົກປັກຮັກສາປະຊາຊົນ, ຊັບສິນ ແລະ ສິ່ງແວດລ້ອມ ຕໍ່ກັບການດໍາເນີນງານ ຂອງເຂື່ອນ ແລະ ອ່າງເກັບນໍ້າ. ຈະເປັນການສະໜັບສະໜູນຄວາມມຸ່ງຫວັງຂອງ ສປປ ລາວ ຕໍ່ກັບການຜະລິດໄຟຟ້ານໍ້າຕົກແບບຍືນຍົງ ແລະ ປອດໄພ ຕາມທີ່ສະທ້ອນໃຫ້ເຫັນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ IX 2021-2025 ແລະ ແຜນ 5 ປີ ຂອງ ກະຊວງພະລັງງານ ແລະ ບໍ່ແຮ່ (2021-2025) ພິເສດກວ່ານັ້ນ, ໂຄງການຈະເນັ້ນໃສ່ 3 ລະດັບຄື: ລະດັບທີ 1 ແມ່ນເນັ້ນໃສ່ການຍົກສູງຄວາມສາມາດທາງດ້ານເຕັກນິກ ເພື່ອປະຕິບັດໜ້າທີ່ເປັນເຈົ້າໜ້າທີ່ຄຸ້ມຄອງຄວາມປອດໄພເຂື່ອນ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ເກີດຈາກ ຄວາມບົກຜ່ອງທາງດ້ານການອອກແບບ, ກໍ່ສ້າງ, ບຳລຸງຮັກສາ, ເຝົ້າລະວັງ ແລະ/ຫຼື ການປະຕິບັດການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ. ລະດັບທີ 2 ການສ້າງຄວາມເຂັ້ມແຂງໃນກອບກົດຫມາຍ, ສອດຄ່ອງກັບມາດຕະຖານສາກົນ ຄ່ຽງຄູ່ກັນກັບການ ສະຫນັບສະຫນູນ ກົມຄຸ້ມຄອງຄວາມປອດໄພດ້ານພະລັງງານອຸດສາຫະກຳ (DSEM) ເຊິ່ງເປັນກົມໃໝ່ ແລະ ລະດັບທີ 3 ຕິດພັນ ກັບການຈັດຕັ້ງການຝຶກອົບຮົມດ້ານຄວາມປອດໄພເຂື່ອນ ເພື່ອສ້າງກຸ່ມຜູ້ຊ່ຽວຊານ ທີ່ມີຄຸນວຸດທິ ດ້ານຄວາມປອດໄພເຂື່ອນ ໃນບັນດາ ເຈົ້າຂອງເຂື່ອນ ແລະຜູ້ປະຕິບັດການ, ສະຖາບັນລັດຖະບານ ແລະ ມະຫາວິທະຍາໄລຕ່າງໆ.

          ໂຄງການດັ່ງກ່າວຈະໄດ້ຮ່ວມກັນປະຕິບັດໂດຍ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ອົງການ ເຮວວິຕັສ ສະວີດ ເພື່ອການຮ່ວມມືສາກົນ ທີ່ເສີມສ້າງການມີສ່ວນຮ່ວມມືອັນຍາວນານໃນລາວ. ການດຳເນີນ ໂຄງການຈະຕໍ່ຍອດຈາກຄວາມຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດລາວ (ຄະນະວິສະວະກໍາສາດ), ສະມາຄົມເຂື່ອນລາວ ແລະ ລັດວິສະຫະກິດໄຟຟ້າລາວ. ບົດບັນທຶກສະບັບນີ້ ເປັນຈຸດເລີ່ມຕົ້ນຂອງການສະຫນັບສະຫນູນໄລຍະຍາວຈາກປະເທດ ສະວິດເຊີແລນ ໃນການສະໜັບສະໜູນ ຄວາມປອດໄພຂອງເຂື່ອນ ໃນ ສປປ ລາວ. ໂດຍໄລຍະທໍາອິດນີ້ ດ້ວຍງົບປະມານ 4,8 ລ້ານຝຣັ່ງສະວິດ ຫຼື 5,2 ລ້ານໂດລາ ສະຫະລັດ ດຳເນີນໄປຈົນຮອດເດືອນ ມີນາ 2026.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ