
ພິທີເຜີຍແຜ່,ເຊື່ອມຊຶມ ແລະ ຜັນຂະຫຍາຍ ຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານການສູນກາງພັກສະໄໝທີ 11,ມະຕິກອງປະຊຸມ ແລະ ບົດສໍາຫຼວດການນຳພາລວມກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2023 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດຂື້ນບັນຍາຍເອກະສານຂອງທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ບໍລິຄຳໄຊ,ມີພະນັກງານຫຼັກແຫຼ່ງ,ນຳພາ-ຄູ້ມຄອງ ຕະຫຼອດຮອດພະນັກງານວິຊາການຂື້ນກັບພະແນກເຂົ້າຮ່ວມເຊື່ອມຊຶມ.

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ໄດ້ດຳເນີນລະຫວ່າງວັນທີ 14-18 ສິງຫາ 2003 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ,ກອງປະຊຸມ ໄດ້ຄົ້ນຄວ້າ,ປຶກສາຫາລືຫຼາຍບັນຫາສຳຄັນຄື: ຕີລາຄາຜົນການນຳພາ-ຊີ້ນຳການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄລຍະເຄີ່ງສະໄໝ,ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ,ຮ່າງມະຕິ ວ່າດ້ວຍສືບຕໍ່ຮູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລີກ,ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊີ່ງ ແລະ ຮອບດ້ານໃນການນຳພາຂອງພັກ,ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ໄລຍະເຄິ່ງສະໄໝ.ພ້ອມນັ້ນ ກໍໄດ້ຕີລາຄາຢ່າງກົງໄປກົງມາ ຕໍ່ຈຸດອ່ອນ-ດ້ານຄົງຄ້າງ,ສຳລັບທິດທາງ ແລະ ຄາດໝາຍໃຫຍ່ໃນທ້າຍສະໄໝ ແມ່ນສືບຕໍ່ຮັບປະກັນໃຫ້ປະເທດຊາດ ມີ ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສູ້ຊົນຈັດຕັ້ງປະຕິ ບັດຄາດໝາຍຂອງມະຕິ,ຂອງແຜນການ ໃຫ້ບັນລຸຜົນ, ສ້າງພື້ນຖານ ແລະ ທ່ວງທ່າໃໝ່ໃນການນໍາພາປະເທດຊາດ ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ຍົກສູງບົດບາດນໍາພາ ແລະ ລັກສະນະນໍາໜ້າ ຂອງພັກ ເພື່ອຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ເປັນຮູບປະທໍາ, ສືບຕໍ່ການ ເຕີບໂຕທາງດ້ານເສດຖະກິດ ຕາມທິດສີຂຽວ ແລະ ຍືນຍົງ ຕິດພັນກັບການພັດທະນາດ້ານວັດ ທະນະທຳ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ.
