
ໃນວັນທີ 23 ມັງກອນ 2025 ທີ່ ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເສວະນາ ກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ທີ່ຕິດພັນກັບການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ປີ 2025-2029 ຮ່ວມກັບອຳນາດການປົກຄອງ ແລະ ພາກສ່ວນທຸລະກິດຂອງນະຄອນຫລວງວຽງຈັນ ຊຶ່ງເປັນໜຶ່ງໃນແຜນປະຕິຮູບຂອງ ລັດວິສາຫະກິດໄຟຟ້າລາວ, ໃຫ້ກຽດເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ປອ ອາຄົມເດດວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍແຂກທີ່ຖືກຈາກ ສະພາປະຊາຊົນນະຄອນຫລວງ,ພະແນກການອ້ອມຂ້າງນະຄອນຫຼວງ, ສະພາອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ອົງການທຽບເທົ່າ ແລະ ບັນດາຫົວໜ່ວຍທຸລະກິດ ກໍ່ເຂົ້າຮ່ວມ. ການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທຳຄວາມເຂົ້າໃຈໃຫ້ເລິກເຊິ່ງຂຶ້ນຕື່ມ ກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ເຊິ່ງເປັນວິສາຫະກິດຍຸດທະສາດຂອງປະເທດ ຢູ່ໃນການຄຸ້ມຄອງ ດ້ານເຕັກນິກ-ວິຊາການ ໂດຍກະຊວງພະລັງງານ ແລະ ບໍ່ແຮ່, ເປັນວິສາຫະກິດ ທີ່ປະຕິບັດ ພາລະບົດບາດ ຄື:
1. ຮັບຜິດຊອບໜ້າທີ່ການເມືອງ ກໍ່ຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນຮູບປະທຳ, ໂດຍສະເພາະແມ່ນຮັບປະກັນ ການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍ ທີ່ລັດຖະບານກໍານົດໄວ້ (ເຊິ່ງມາຮອດປະຈຸບັນ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ ເຖິງ 95% ຂອງຈໍານວນຄົວເຮືອນທັງໝົດ ທົ່ວປະເທດ);

2. ດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກໍາໄຟຟ້າໃຫ້ເປັນຂະແໜງການຫຼັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະແໜງ ການປິ່ນອ້ອມໃຫ້ມີການພັດທະນາໄປຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວບັນດາເຜົ່າ ແລະ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ.
ການປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສອດຄ່ອງກັນນັ້ນ ເປັນພາລະໜ້າທີ່ອັນໜັກໜ່ວງ ຂອງ ລັດວິສາຫະກິດໄຟຟ້າລາວ ແລະ ຈໍາເປັນຕ້ອງໃຊ້ທຶນຮອນອັນມະຫາສານ ເຂົ້າໃນການພັດທະນາລະບົບໂຄງລ່າງພື້ນຖານ ນັບຕັ້ງແຕ່ການລົງທຶນກໍ່ສ້າງແຫຼ່ງຜະລິດ (ສ່ວນໃຫຍ່ແມ່ນການລົງທຶນໂດຍນັກລົງທຶນຕ່າງປະເທດ), ການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ ແລະ ແຮງຕໍ່າ, ຈົນຮອດໝໍ້ນັບໄຟທີ່ຕິດຕັ້ງຢູ່ຕາມຄົວເຮືອນຂອງປະຊາຊົນ.
ເພື່ອຮັບປະກັນການດໍາເນີນທຸລະກິດໃຫ້ມີປະສິດທິຜົນ ລັດວິສາຫະກິດໄຟຟ້າລາວ ກຳລັງດໍາເນີນການປະຕິຮູບຮອບດ້ານ ເພື່ອສະໜອງນະໂຍບາຍຂອງລັດຖະບານ ໃນການຫັນເອົາພະລັງງານໄຟຟ້າ ໃຫ້ກາຍເປັນກະດູກສັນຫຼັງຂອງການພັດທະນາປະເທດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕອບສະໜອງການປະຕິບັດ ວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ ສະພາແຫ່ງຊາດໄດ້ຮັບຮອງໃຫ້ມີປະສິດທິຜົນ ແລະ ປະກົດຜົນເປັນຈິງ.