
ໃນວັນທີ 18-19 ຕຸລາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີ ກອງປະຊຸມປືກສາຫາລື, ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງ ຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງ ແລະ ການກະກຽມຄວາມພ້ອມຮັບມືເຫດສຸກເສີນຈາກເຂື່ອນ ທີ່ໄດ້ປັບປຸງມາຈາກຂໍ້ຕົກລົງສະບັບເລກທີ 68/ນຍ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການພິຈາລະນາ ຮັບຮອງແຜນຮັບມືສຸກເສີນ ຂອງໂຄງການເຂື່ອນ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ບົວເທບ ມາໄລຄໍາ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ (ກປພ), ກະຊວງພະລັງງານ ແລະ ບໍ່ແຮ່(ພບ), ຊຶ່ງຜູ້ເຂົ້າຮ່ວມປະກອບມີຜູ້ຕາງໜ້າຫ້ອງວ່າການສໍານັກງານນາຍົກ, ຜູ້ຕາງໜ້າກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ, ຜູ້ຕາງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ຕາງໜ້າກະຊວງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ, ຜູ້ຕາງໜ້າກະຊວງກະຊິກໍາ ແລະ ປ່າໄມ້, ຜູ້ຕາງໜ້າກະຊວງໂຍທາ ແລະ ຂົນສົ່ງ, ຜູ້ຕາງໜ້າຈາກບັນດາກົມຂອງກະຊວງພະລັງງານ ແລະ ບໍ່ແຮ່, ຜູ້ຕາງໜ້າຈາກພະແນກພະລັງງານ ແລະ ບໍ່ແຮ່ໃນທົ່ວປະເທດ, ຜູ້ຕາງໜ້າຈາກພະແນກພະລັງງານ ແລະ ບໍ່ແຮ່ ບາງເມືອງຂອງແຂວງວຽງຈັນ, ຜູ້ຕາງໜ້າຈາກບໍລິສັດຜະລິດໄຟຟ້າລາວມະຫາຊົນ ແລະ ຜູ້ຕາງໜ້າຈາກບາງໂຄງການພັດທະນາເຂື່ອນໄຟຟ້າ ພ້ອມດ້ວຍວິຊາການຂອງກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ເຂົ້້າຮ່ວຢ່າງພ້ອມພຽງ ຊຶ່ງມີຜູ້ເຂົ້າຮ່ວທັງໝົດ 77 ທ່ານ.


