ພິທີເລົ່າມູນເຊື້ອ ວັນສ້າງຕັ້ງ ແຂວງ ອຸດົມໄຊ ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບແຂວງ ຄົບຮອບ 60 ປີ

          ໃນຕອນບ່າຍຂອງວັນທີ່ 22 ມິຖຸນາ 2022 ນີ້, ທີ່ ຫ້ອງປະຊຸມລະບົບສົ່ງໄຟຟ້າປະຈໍາ ແຂວງ ອຸດົມໄຊ ໄດ້ຈັດພິທີ່ ເລົ່າມູນເຊື້ອ ວັນສ້າງຕັ້ງແຂວງອຸດົມໄຊ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບແຂວງ ຄົບຮອບ 60 ປີ ແລະ ປີສາມັກຄີລາວ – ຫວຽດນາມ, ວັນສົນທີສັນຍາມິດຕະພາບ – ການຮ່ວມມືລາວ – ຫວຽດນາມຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 60 ປີ ຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ອາລຸນ ບຸນວິໄລ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ມີຄະນະພັກ-ຄະນະນໍາ ພບ, ຫົວໜ້າຮອງ ຫົວຫນ້າ ລັດວິສາຫະກິດໄຟຟ້າລາວ, ລະບົບສົ່ງໄຟຟ້າ, ຫົວຫນ້າຮອງ ຫົວຫນ້າຂະແໜງ, ພະນັກງານລັດຖະກອນ-ກຳມະກອນ, ສະມາຊິກພັກ ແລະ ວິຊາການ ໃນທົ່ວ ຂະແຫນງ ພ.ບ ເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີທ່ານ ທ່ານ ອາລຸນ ບຸນວິໄລ, ເລຂາຄະນະພັກຮາກຖານ, ເລຂາຫນ່ວຍພັກ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ຂື້ນປາຖະກະຖາ ເອກະສານສຳຄັນຕ່າງໆຂອງແຂວງ ແລະ ຂອງຊາດ ໂດຍສະເພາະ ເພື່ອເປັນການຫວນຄືນມູນເຊື້ອປະຫວັດສາດ ການເຕີບໃຫຍ່ຂະຫຍາຍຕົວຂອງແຂວງອຸດົມໄຊ ກໍຄືກໍາລັງປ້ອງກັນຄວາມສະຫງົບແຂວງ ຕະຫຼວດໄລຍະ 60 ປີຜ່ານມາ ແລະ ເພື່ອເຮັດໃຫ້ພະນັກງານລັດຖະກອນ, ກຳມະກອນ ສະມາຊິກພັກ ໃຫ້ເຊື່ອມຊື່ມ ເຂົ້າ ແລະ ຈົດຈຳຈາລຶກ ແລະ ເອກອ້າງທະນົງໃຈຕໍ່ໄຊຊະນະ ພາລະກິດປະຕິວັດຊາດ, ການປົກປັກຮັກສາ ແລະ ການສ້າງສາພັດທະນາແຂວງອຸດົມໄຊ ເຊິ່ງເອກະສານທີ່ນຳມາເຜີນແຜ່ຄັ້ງນີ້ລວມມີ 4 ເອກະສານທີ່ສຳຄັນຄື: ວັນສ້າງຕັ້ງແຂວງອຸດົມໄຊ ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບແຂວງ ຄົບຮອບ 60 ປີ ແລະ ປີສາມັກຄີລາວ – ຫວຽດນາມ, ວັນສົນທີສັນຍາມິດຕະພາບ – ການຮ່ວມມືລາວ – ຫວຽດນາມຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ.
          ໂອກາດດຽວກັນນີ້ທ່ານຍັງໄດ້ເນັ້ນຫນັກໃຫ້ພະນັກງານລັດຖະກອນ-ກຳມະກອນ ໃນທົ່ວຂົງເຂດ ພະລັງງານ ແລະ ບໍ່ແຮ່ ຈົ່ງຍົກສູງນໍ້າໃຈຮັກຊາດ, ນໍ້າໃຈເສຍສະຫລະ, ເພີ່ມທະວີຄວາມຮັບຜິດຊອບຫນ້າທີການເມືອງ, ວິຊາການ ວິຊາສະເພາະ ເອົາໃຈໃສ່ເຂົ້າໃນການປະຕິບັດໜ້າທີ່ວຽກງານ ທີ່ພັກ – ລັດ ມອບໃຫ້ດ້ວຍຄວາມຮັບຜິດຊອບສູງ, ເນື່ອງຈາກວ່າ ວຽກງານ ພະລັງງານ ແລະ ບໍ່ແຮ່ ແມ່ນວຽກງານຫນື່ງທີ່ສຳຄັນ ເຊິ່ງໄດ້ຕິດພັນກັບການພັດທະນາປະເທດຊາດກໍ່ຄື ການພັດທະນາແຂວງ ອຸດົມໄຊ ໃຫ້ຖືກຕ້ອງຕາມທິດທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ແລະ ລະບຽດການຕ່າງ ໆ ແລະ ຈັດຕັ້ງປະຕິບັດແຜນພັດທະນາ ວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະ ໃຫ້ໄດ້ຮັບຜົນສຳເລັດ.
ພາບ ແລະ ຂ່າວ: ພະແນກ ພະລັງງານ ແບະ ບໍ່ແຮ່ ແຂວງ ອຸດົມໄຊ