ເມື່ອທ້າຍຕຸລາ 2024 ທີ່ຜ່ານມາ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສ້າງຂະບວນການທັດສະນະສຶກສາແລກປ່ຽນບົດຮຽນກ່ຽວກັບການບໍລິຫານ-ຄຸ້ມຄອງໂຄງການເຂື່ອນໄຟຟ້ານໍ້າຕົກ ຢູ່ເຂື່ອນໄຟຟ້ານໍ້າງື່ມ1 ໂດຍການນຳພາຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍແຮ່. ມີຄະນະບໍລິຫານງານ ຊປປລ ກະຊວງ, ຕາງໜ້າຈາກບັນດາຮາກຖານ ຊປປລ ອ້ອມຂ້າງກະຊວງເຂົ້າຮ່ວມ. ການສ້າງຂະບວນການຄັ້ງນີ້, ກໍ່ເພື່ອຂໍ່ານັບຮັບຕ້ອນການດຳເນີນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ຈະໄຂຂຶ້ນໃນທ້າຍເດືອນ ພະຈິກ 2024 ນີ້. Post author:mem admin Post published:12/11/2024 Post category:ຂ່າວສານກິລາ ໃນຊຽງຂວາງເກມ You Might Also Like ງານແຂ່ງຂັນໂຄງການ ເວທີຂອງນັກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໝຸ່ມນ້ອຍໄລຍະທີ 2 04/07/2022 ລັດວິສາຫະກິດ ໄຟຟ້າລາວ ປ່ອຍປາ 15.100 ໂຕ ເນື່ອງໃນວັນປ່ອຍປາ ອະນຸລັກສັດນໍ້າ ແລະ ສັດປ່າ 15/07/2022 ບໍລິສັດ ພະລັງງານບໍລິສຸດ ຈຳກັດ ມະຫາຊົນ ສະໜັບສະໜູນອົງການປົກຄອງແຂວງ ຈຳປາສັກ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 23/03/2022
ບໍລິສັດ ພະລັງງານບໍລິສຸດ ຈຳກັດ ມະຫາຊົນ ສະໜັບສະໜູນອົງການປົກຄອງແຂວງ ຈຳປາສັກ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 23/03/2022