ເສົາ ແລະ ໃບພັດກັງຫັນພະລັງງານລົມແຫ່ງທຳອິດຂອງ ສປປ ລາວ ແລະ ໃຫຍ່ທີ່ສຸດໃນອາຊຽນ ໄດ້ເດີນມາເຖິງ ຈຸດທີ່ຕັ້ງຂອງໂຄງການແລ້ວ

          ອີງຕາມ ການລາຍງານຂອງສື່ອອນລາຍ ເຊກອງວັນນີ້ ໄດ້ໃຫ້ຮູ້ວ່າ: ເສົາ ແລະ ໃບພັດກັງຫັນພະລັງງານລົມ ທີ່ມີກຳລັງຕິດຕັ້ງທັງໝົດເມື່ອກໍ່ສ້າງສຳເລັດແລ້ວຈະມີ 600 ເມກາວັດ ໄດ້ເລີ່ມຂົນສົ່ງເຄື່ອນຍ້າຍຈາກໂຮງງານຜະລິດເຂົ້າສູ່ພື້ນທີ່ການກໍ່ສ້າງ ເຊິ່ງມາຮອດວັນທີ 12 ສິງຫາ 2023 ຂະບວນລົດຂົນສົ່ງຊຸດທຳອິດໄດ້ເດີນທາງຮອດແຂວງເຊກອງ ເຊິ່ງເປັນຈຸດທີ່ຕັ້ງຂອງໂຄງການ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆ ເຊກອງ ພ້ອມດ້ວຍການນຳຂອງແຂວງ ໃຫ້ການຕ້ອນຮັບ.
          ບໍລິສັດ ອີມແພັກ ເອັນເນີຈີເອເຊຍ ດີວີລົບເມັ້ນ ຈໍາກັດ ໄດ້ຮັບອະນຸຍາດເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບ ລັດຖະບານລາວ ໃນປີ 2011 ເພື່ອໄດ້ດໍາເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໂດຍມີການຕິດຕັ້ງເສົາວັດແທກເກັບຂໍ້ມູນລົມ 5 ຈຸດ ເປັນເວລາ 9 ປີ, ມາຮອດວັນນທີ 07 ສິງຫາ 2015 ເຈົ້າຂອງໂຄງການຈຶ່ງໄດ້ຮັບການອະນຸຍາດເຊັນສັນຍາພັດທະນາໂຄງການ ຫຼື PDA. ໂຄງການດັ່ງກ່າວນີ້ມີທີ່ຕັ້ງກວມເອົາ 2 ແຂວງ 2 ເມືອງຄື: ເມືອງດາກຈຶງ, ແຂວງເຊກອງ ແລະ ເມືອງຊານໄຊ, ແຂວງອັດຕະປື.

          ຈະມີການຕິດຕັ້ງເສົາທັງໝົດ 133 ຕົ້ນ ຢູ່ເມືອງດາກຈຶງ 110 ຕົ້ນ ແລະ ຢູ່ເມືອງ ຊານໄຊ ຈຳນວນ 23 ຕົ້ນ ນໍາໃຊ້ເນື້ອທີ່ 0,272 ຮຕ/ຕົ້ນ, ມີ 2 ລະດັບຄື: 1). ເສົາກັງຫັນລົມ ສູງ 140 ແມັດ, ມີກຳລັງການຜະລິດໄຟຟ້າ 4 ເມກາວັດ ຕໍ່ຕົ້ນ, ຄວາມໄວຂອງລົມຕ່ຳສຸດ 2,5 ແມັດ ຕໍ່ວິນາທີ, ຄວາມໄວຂອງລົມສູງສຸດ 9,7 ແມັດ ຕໍ່ວິນາທີ, ນຳໃຊ້ລຸ້ນໃບພັດ 3 ໃບ, ມີຄວາມຍາວຂອງໃບພັດ 80,8 ແມັດ, ເສັ້ນຜ່າສູນກາງ 165 ແມັດ, ເນື້ອທີ່ໃບພັດ 21,362 ຕາແມັດ; 2). ເສົາກັງຫັນລົມ ສູງ 110 ແມັດ, ມີກຳລັງການຜະລິດໄຟຟ້າ 4,5 ເມກາວັດ ຕໍ່ຕົ້ນ, ຄວາມໄວຂອງລົມຕໍ່າສຸດ 3 ແມັດ ຕໍ່ວິນາທີ, ຄວາມໄວຂອງລົມສູງສຸດ 10,5 ແມັດ ຕໍ່ວິນາທີ, ນຳໃຊ້ລຸ້ນໃບພັດ 3 ໃບ, ມີຄວາມຍາວຂອງໃບພັດ 83,9 ແມັດ, ເສັ້ນຜ່າສູນກາງ 171 ແມັດ, ເນື້ອທີ່ໃບພັດ 22,965 ຕາແມັດ. ນອກຈາກນັ້ນ ຍັງຈະມີການກໍ່ສ້າງເສັ້ນທາງທີ່ມີຄວາມກ້ວາງ 6 ແມັດ ພ້ອມທັງສ້າງມີຮ່ອງລະບາຍນໍ້າລຽບຕາມເສັ້ນທາງ ແລະ ລະບົບສາຍເກັບໄຟຟ້າຂະໜາດ 35 ກິໂລໂວນ ແບບຝັງດິນເບື້ອງລະ 1 ແມັດ ລວມເປັນ 8 ແມັດ ເພື່ອເຂົ້າຫາເສົາກັງຫັນລົມ ແລະ ຈຸດເກັບໄຟຟ້າຈາກຈາກກັງຫັນລົມ ຈຳນວນ 133 ຕົ້ນ ເພື່ອເຊື່ອມຕໍ່ສະຖານີໄຟຟ້າຍ່ອຍ 110 ກວ ທັງ 5 ສະຖານີ ພາຍໃນພື້ນທີ່ໂຄງການ. ຫຼັງຈາກນັ້ນຈະໄດ້ສ້າງສາຍສົ່ງເທິງພື້ນດິນຂະໜາດແຮງສູງ 115 ກວ ແລະ 35 ກວ ເພື່ອເກັບໄຟຟ້າຈາກທັງ 5 ສະຖານີຍ່ອຍມາເຊື່ອມຕໍ່ກັບສະຖານີຫຼັກ 500 ກວ ຂອງໂຄງການ. ໂຄງການພະລັງງານລົມແຫ່ງນີ້ມີຊື່ວ່າ: ໂຄງການມອນຊຸນວິນ ພາວເວີ ເຊິ່ງມີເປົ້າໝາຍສົ່ງຂາຍກະແສໄຟຟ້າອອກສູ່ ສສ.ຫວຽດນາມ ເປັນຫຼັກ.

ພາບ ແລະ ແຫຼ່ງຂ່າວ: ເຊກອງວັນນີ້
ຮຽບຮຽງ: ຄໍາແສງ ແກ້ວປະເສີດ