ພະແນກພະລັງງານ ແລະ ບໍ່ແຮ່ ເຊື່ອມຊຶມຄຳແນະນຳກ່ຽວກັບການສ້າງຂະບວນການເພື່ອກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

          ໃນວັນທີ 2 ສິງຫາ 2024 ນີ້, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ ໄດ້ຈັດກອງປະ ຊຸມ ເພື່ອເຜີຍແຜ່ຄຳແນະນຳກ່ຽວ ກັບການສ້າງຂະບວນການ ເພື່ອ ກະກຽມ ແລະດຳເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ໂດຍການ ເປັນປະທານຂອງທ່ານບຸນລ້ວນ ລີໄຊຍະລາດ ເລຂາຄະນະພັກຮາກ ຖານ, ຫົວໜ້າພະແນກພະແນກພະ ລັງງານ ແລະບໍ່ແຮ່ແຂວງ, ມີຄະ ນະພັກ-ຄະນະພະແນກ, ສະມາຊິກ ພັກ-ພະນັກງານ, ລັດວິສາຫະກິດ ໄຟຟ້າລາວສາຂາສະຫວັນ ນະເຂດ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ບຸນລ້ວນ ລີໄຊຍະລາດ ກໍ່ໄດ້ຜ່ານເອກະສານ ວັນສົນທິສັນຍາມິດຕະພາບ-ການ ຮ່ວມມື ແລະວັນສ້າງຕັ້ງສາຍພົວ ພັນການທູດລາວ-ຫວຽດນາມ, ວັນເກີດປະທານສຸພານຸວົງ ແລະ ເອກະສານວັນສຳຄັນຂອງຊາດ-ຂອງພັກ. ໃນກອງປະຊຸມ ຍັງໄດ້ຮັບ ຟັງຄຳແນະນຳກ່ຽວກັບການສ້າງ ຂະບວນການເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ມະຕິຕ່າງໆຂອງຄະນະ ປະຈຳພັກແຂວງກ່ຽວກັບການດຳ ເນີນຊິວິດການເມືອງກາງສະໄໝ ຂອງຄະນະພັກຮາກຖານພະແນກ ພະລັງງານ-ບໍ່ແຮ່ ຈາກທ່ານ ພົມ ມາ ຈັນທະວົງ ປະທານກວດກາ ຄະນະພັກຮາກຖານພະແນກພະ ລັງງານ ແລະບໍ່ແຮ່ແຂວງ ທັງນີ້ ກໍ່ເພື່ອຮັບປະກັນໃຫ້ແກ່ການຈັດ ຕັ້ງປະຕິບັດຄໍາສັ່ງແນະນໍາຂອງ ຄະນະເລຂາທິການສູນກາງພັກ ກ່ຽວກັບການກະກຽມ

ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ ໂດຍສະເພາະວຽກຂະບວນ ການໃຫ້ເປັນຂະບວນຟົດຟື້ນຢ່າງ ກວ້າງຂວາງ ຕໍ່ເນື່ອງ ແລະມີຫຼາຍ ຮູບຫຼາຍສີ ໂດຍຕິດພັນກັບການ ຊຸກຍູ້ການປະຕິບັດໜ້າທີ່ວຽກ ງານທີ່ໄດ້ຮັບມອບໝາຍໃຫ້ສໍາ ເລັດຜົນ, ເຮັດໃຫ້ການກະກຽມ ແລະດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ດໍາເນີນໄປຢ່າງຖືກ ຕ້ອງຕາມກົດລະບຽບຂອງພັກ ໂດຍຖືເອົາການສ້າງຂະບວນ ການເປັນການສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງໃຫ້ແກ່ສະມາຊິກພັກ-ພະນັກງານຕໍ່ຄວາມ ໝາຍຄວາມສໍາຄັນຂອງກອງປະ ຊຸມໃຫຍ່ຂອງພັກຂັ້ນຂອງຕົນ ທັງເປັນການຝຶກຝົນຫຼໍ່ຫຼອມຕົນ ເອງ ແລະແຂ່ງຂັນກັນສ້າງຜົນງານດ້ວຍຄວາມເປັນແບບຢ່າງ ແລະຄວາມເປັນເຈົ້າການໃນການ ປະຕິບັດໜ້າທີ່ວຽກງານ, ເພື່ອ ຊຸກຍູ້ການເຄື່ອນໄຫວວຽກງານ ຮອບດ້ານໃນທົ່ວອົງຄະນະພັກ, ປຸກລະດົມສະມາຊິກພັກ, ພະນັກ ງານ, ທະຫານ, ຕໍາຫຼອດ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມພາ ລະກິດປົກປັກຮັກສາ ແລະພັດທະ ນາປະເທດຊາດກໍ່ຄືພັດທະນາ ທ້ອງຖິ່ນ ແລະຂະແໜງການຕົນ ໃຫ້ກາຍເປັນຂະບວນການກວ້າງ ຂວາງຟົດຟື້ນຕໍ່ເນື່ອງ ໂດຍຜ່ານ ຂະບວນການດັ່ງກ່າວໃຫ້ສາມາດ ສ້າງໄດ້ກົມກອງບຸກ, ຄົນດີເດັ່ນ ໃນທຸກຂົງເຂດວຽກງານ.
ພາບ ແລະ ຂ່າວ: ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ