ພະນັກງານ-ລັດຖະກອນ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ໄດ້ຮັບການຍ້ອງຍໍຜົນງານໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5ປີ 20216-2020

           ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ພິທີຍ້ອງຍໍຜົນງານໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ມີນາ 2023 ນີ້ ທີ່ຫ້ອງປະຊຸມພະແນກດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ຈັນທະວົງ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງໆ ໄຊຍະບູລີ, ມີຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງການ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມ.

          ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ປະກອບມີພະນັກງານທັງໝົດ 30 ກວ່າທ່ານ ຍິງ 8 ທ່ານ ການຈັດຕັ້ງປະຕິບັດວຽກງານການປະເມີນຜົນຂອງພະນັກງານ-ລັດຖະກອນ ປະຈໍາປີ 2022 ແມ່ນໄດ້ເລີ່ມມາແຕ່ ວັນທີ 14 ທັນວາ 2022 ຮອດວັນທີ 9 ມັງກອນ 2023 ບົນພື້ນຖານການຈັດຕັ້ງປະຕິບັດຕາມ 4 ບາດກ້າວ ແລະ ຂັ້ນຕອນຂອງການປະເມີນຢ່າງຄົບຖ້ວນ.
ທ່ານ ຄຳເຫຼັກ ແກ້ວວິໄລພອນ ຍັງໄດ້ກ່າວຕື່ມວ່າ: ໃນໄລຍະ 1 ປີ ຜ່ານມາ ອິງໃສ່ການປະຕິບັດວຽກງານວິຊາສະເພາະຂອງພະນັກງານ-ລັດຖະກອນພະແນກພະລັງງານ ແລະ ບໍ່ແຮ່ ແມ່ນພວກເຮົາສາມາດເລືອກເຝັ້ນ ແລະ ຈັດແບ່ງປະເພດຂອງພະນັກງານ ເຊິ່ງມີພະນັກງານເຂົ້າຮ່ວມປະເມີນທັງໝົດ 28 ທ່ານ ຍິງ 8 ທ່ານ ໃນນີ້ ໄດ້ລະດັບດີຫຼາຍມີ 2 ທ່ານ ກວມ 7,14% ຫຼຸດປີ 2021 (16,99%); ລະດັບດີ 26 ທ່ານ ຍິງ 8 ທ່ານ ກວມ 92,85% ແລະ ບໍ່ໄດ້ເຂົ້າຮ່ວມປະເມີນ 3 ທ່ານ ຍ້ອນໄປຍົກລະດັບຮຽນຕໍ່ ສ່ວນປະເພດກາງ ແລະ ອ່ອນເສຍທາດບໍ່ມີ.

          ພ້ອມນີ້ ກອງປະຊຸມຍັງໄດ້ມີການປະດັບຫຼຽນໄຊແຮງງານຊັ້ນ I,II,III, ຫຼຽນກາແຮງງານ, ໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍຂັ້ນແຂວງ ໃຫ້ບຸກຄົນ ແລະ ກົມກອງດີເດັ່ນ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງ ໃນໄລຍະ 5 ປີ ແຕ່ 2016-2020 ມີທັງໝົດ 28 ທ່ານ ແລະ 1 ກົມກອງ ໃນນີ້ ຫຼຽນໄຊແຮງງານຊັ້ນ I ມີ 1 ທ່ານ ; ຫຼຽນໄຊແຮງງານຊັ້ນ II ມີ 3 ທ່ານ ; ຫຼຽນໄຊແຮງງານຊັ້ນ III ມີ 1 ທ່ານ ແລະ 1 ກົມກອງ , ຫຼຽນກາແຮງງານມີ 5 ທ່ານ, ໃບຍ້ອງຍໍລັດຖະບານມີ 13 ທ່ານ, ໃບຍ້ອງຍໍກະຊວງພະລັງງານ ແລະ ບໍ່ແຮ່ ມີ 28 ທ່ານ ແລະ ໃບຍ້ອງຍໍຂັ້ນແຂວງ ມີ 6 ທ່ານ ໃຫ້ກຽດປະດັບຫຼຽນ ແລະ ມອບໃບຍ້ອງຍໍຂອງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໆໄຊຍະບູລີ ແລະ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ.

ພາບ ແລະ ແຫຼ່ງຂ່າວ: NEWS.XBL
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ