
ໃນວັນທີ 14-15 ພຶດສະພາ 2024 ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຈັດກອງປະຊຸມ ເຜີຍແຜ່ ແຜນຮັບມືສຸກເສີນ ແລະ ຝຶກຊ້ອມອົບພະຍົບ ໃຫ້ບ້ານເຂດລຸ່ມເຂື່ອນ ຂອງ ເຂື່ອນໄຟຟ້ານ້ຳກົງ 2 ແລະ 3 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າເເຂວງໆ ອັດຕະປື, ທ່ານ ສຸລິຈັນ ໂຊກຄຳຈັນ ເຈົ້າເມືອງໆ ພູວົງ ເເລະ ທ່ານ ວຽງໄຊ ຈັນທາ ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ມີຜູ້ຕ່າງໜ້າຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຂັ້ນເມືອງ, ອົງການຈັດຕັ້ງບ້ານ ແລະ ບັນໂຄງການ ເຂື່ອນໄຟຟ້າທີ່ຢູ່ລຸ່ມເຂື່ອນ ນ້ຳກົງ 2 ແລະ3 ເຂົ້າຮ່ວມ.

ທ່ານ ເກົ້າເລົ່າ ລີຈື້ ວິສະວະກອນອາວຸໂສ ຄວາມປອດໄພຂອງເຂື່ອນ (ສໍານັກງານໃຫ່ຍ) ໄດ້ຂື້ນນໍາສະເໜີ ແຜນຮັບມືສຸກເສີນ, ການຝຶກອົບຮົມ ແລະ ແຜນກະກຽມອົບພະຍົບເຫດສຸກເສີນ ຂອງເຂື່ອນໄຟຟ້ານໍ້າກົງ 2 ແລະ3, ຈຸດປະສົງ ແລະ ການຄາດຫມາຍ ເພື່ອປະເມີນຄວາມສ່ຽງທີ່ອາດຈະເກີດຂຶ້ນ ແລະ ວິທີການແກ້ໄຂ ເພື່ອປ້ອງກັນການສູນເສຍທາງດ້ານຊິວິດ, ສັບສີນ ແລະ ສີ່ງສີ່ງແວດລ້ອມ, ປຶກສາຫາລື ແລະ ກະກຽມແຜນການຝຶກຊ້ອມອົບພະຍົບ ແບບມີສ່ວນຮ່ວມ ກັບອົງການຈັດຕັ້ງທ້ອງຖິ່ນ ແລະ ບ້ານລຸ່ມເຂື່ອນ ກໍຄືໃຫ້ ບ້ານລະມອງ, ໃຫ້ອົງການຈັດຕັ້ງທ້ອງຖິ່ນມີຄວາມເຂົ້າໃຈແຜນຮັບມືສຸກເສີນດີຂຶ້ນ ເພື່ອຈະໄດ້ຜັນຂະຫຍາຍສູ່ປະຊາຊົນ ແລະ ອອກແບບການຝຶກຊ້ອມຢ່າງມີສ່ວນຮ່ວມກັບທ້ອງຖິ່ນ; ແຜນການຝຶກຊ້ອມອົບພະຍົບໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ ແລະ ໄດ້ຮັບການພັດທະນາຮ່ວມກັນ ລະຫວ່າງພາກສ່ວນທີ່ມີສ່ວນກ່ຽວຂ້ອງຂອງໜ່ວຍງານ ພັກ-ລັດ, ຊຸມຊົນທ້ອງຖິ່ນ ແລະ ຜູ້ພັດທະນາເຂື່ອນ; ໃຫ້ແຜນຝຶກຊ້ອມອົບພະຍົບກໍລະນີເກີດເຫດສຸກເສີນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ; ໃຫ້ຊຸມຊົນທ້ອງຖິ່ນ ມີຄວາມເຂົ້າໃຈດີຂຶ້ນ ກ່ຽວກັບການຝຶກຊ້ອມ ແລະ ມາດຕະການປ້ອງກັນຕ່າງໆ, ຮັບປະກັນໃຫ້ບັນດາເນື້ອໃນ, ວຽກງານ ທີ່ຈະນຳມາເຜີຍແຜ່,ປຶກສາຫາລື ແລະ ແລກປ່ຽນກັນຢູ່ໃນກອງປະຊຸມເທື່ອນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ, ຮັບປະກັນໃຫ້ແຜນຮັບມືສຸກເສີນ (EAP) ຂອງເຂື່ອນມີປະສິດທິພາບ ປະສິດທີ່ຜົນດີ ແລະ ຮັບມືສຸກເສີນທັນສະພາບ, ຈາກຫຼາຍພາກສ່ວນ ໃຫ້ການຮ່ວມມື ປະກອບຄຳຄິດຄຳເຫັນ ຕໍ່ກອງປະຊຸມ ໃຫ້ຮັບປະກັນຄວາມປອດໄພ, ມີປະສິດທິຜົນສູງ ແລະ ສຳເລັດຕາມເປົ້າໝາຍທີ່ຄາດໄວ້.

ແຫຼ່ງຂ່າວ: ຂ່າວສານອອນລາຍອັດຕະປື
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506