
ວັນທີ 21 ມີນາ 2023 ນີ້ ຢູ່ສະໂມສອນເມືອງປາກແບງ, ແຂວງອຸດົມໄຊ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ມີກອງປະຊຸມເຜີຍແຜ່ສັນຍາສຳປະທານ ວ່າດ້ວຍການຂຸດຄົ້ນແຮ່ຄຳຕົກຂ້ອນ ແບບທົດລອງ ຢູ່ເຂດຫ້ວຍແຊງຄຳ ບ້ານສຸກໄຊ ເມືອງປາກແບງ, ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ໄຊຍະສິນ ສຸພັນທອງ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງໆ ປາກແບງ ແລະ ທ່ານ ທອງເພັດ ເພັດສຸພາພອນ ຄະນະພັກຮາກຖານ, ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ມີບັນດາທ່ານ ຄະນະປະຈຳພັກເມືອງ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຕາງໜ້າ ບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ອົງການປົກຄອງບ້ານ ສຸກໄຊ ພ້ອມດ້ວຍບໍລິສັດຄູ່ສັນຍາເຂົ້າຮ່ວມ.

ໃນກອງປະຊຸມ ຄະນະຮັບຜິດຊອບໄດ້ຜ່ານ ຂໍ້ຕົກລົງຂອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການມອບສິດ ແລະ ໜ້າທີ່ໃນການຄຸ້ມຄອງການຂຸດຄົ້ນຄຳຕົກຂ້ອນ ໃນໄລຍະເຮັດທົດລອງ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ/ນະຄອນຫຼວງ ສະບັບເລກທີ 0341/ພບ, ລົງວັນທີ 24 ກຸມພາ 2023, ຜ່ານຂໍ້ຕົກລົງຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການກຳນົດເງື່ອນໄຂໃນການເຈລະຈາສັນຍາຂຸດຄົ້ນແຮ່ຄຳຕົກຂ້ອນ ໃນໄລຍະເຮັດທົດລອງ ສະບັບເລກທີ 141/ນຍ, ລົງວັນທີ 27 ທັນວາ 2021, ຜ່ານຄຳແນະນຳ ວ່າດ້ວຍການຄຸ້ມຄອງການຂຸດຄົ້ນຄຳຕົກຂ້ອນ ໃນໄລຍະທົດລອງ ສະບັບເລກທີ 2122/ພບ, ລົງວັນທີ 20 ຕຸລາ 2022 ແລະ ນຳສະເໜີ ເນື້ອໃນສັນຍາສຳປະທານ ວ່າດ້ວຍການຂຸດຄົ້ນ ແຮ່ຄຳຕົກຂ້ອນ (ແບບທົດລອງ) ຢູ່ເຂດຫ້ວຍແຊງຄຳ ບ້ານສຸກໄຊ, ເມືອງປາກແບງ ແຂວງອຸດົມໄຊ ສປປລາວ
