
ເມື່ອບໍ່ດົນມານີ້, ທີ່ແຂວງ ຄໍາມ່ວນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ມອບທຶນ ສະໜັບສະໜູນງານບຸນປະເພ ນີອອກພັນສາປະວໍລະນາ (ຊ່ວງເຮືອ) ປະຈໍາ ປີ 2022 ທີ່ແຂວງ ຄໍາມ່ວນ ຊຶ່ງການແຂ່ງຂັນໄດ້ ຈັດຂຶ້ນເປັນເວລາ 3 ວັນໂດຍ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ, ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ຄໍາມ່ວນ, ທ່ານ ທົງ ຢົງເຮີງ ປະທານບໍລິຫານ ທັງເປັນ ອຳນວຍການ ບໍລິສັດ ໄດ້ຕາງໜ້າ ບໍລິສັດ ເຂົ້າຮ່ວມຊົມ.

ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ລົງເລິກໃນ ຂະແໜງເກືອໂປຕາສຢູ່ລາວ ເປັນເວລາ 13 ປີ ຊຶ່ງຕະຫຼອດ ໄລຍະຜ່ານມານີ້, ໄດ້ຮັບການສະໜັບສະໜູນອັນໃຫຍ່ຫຼວງຈາກອໍານາດການປົກຄອງທ້ອງ ຖິ່ນ, ແຕ່ໃດມາຖືການສົ່ງເສີມການເຊື່ອມໂຍງລະຫວ່າງ ລາວ-ຈີນ ແລະ ຮ່ວມກັນພັດທະນາເປັນໜ້າທີ່ຂອງຕົນ, ຕັ້ງໜ້າປະຕິບັດຄວາມຮັບຜິດຊອບທາງສັງຄົມ, ເຂົ້າຮ່ວມການສ້າງສາ ເພື່ອຊີວິດການເປັນຢູ່ຂອງປະຊາຊົນ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ, ຕອບແທນອໍານາດການປົກຄອງ ແລະ ນໍາຜົນປະໂຫຍດຄືນສູ່ປະຊາຊົນ. ດັ່ງນັ້ນ, ເພື່ອສະໜັບສະໜູນຊ່ວຍເຫຼືອການຈັດງານສະເຫຼີມສະຫຼອງບຸນຊ່ວງເຮືອປະຈໍາປີຂອງແຂວງ ຄໍາມ່ວນ ໃຫ້ໄດ້ດີ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ອຸປະຖໍາເປັນເງິນຈໍານວນ 200 ລ້ານກີບ ສໍາລັບການແຂ່ງຂັນຊ່ວງເຮືອ. ບໍລິສັດ ມີຄວາມຕັ້ງໜ້າສະໜັບສະໜູນການພັດທະນາດ້ານວັດທະນະທໍາຮີດຄອງປະເພນີຂອງທ້ອງຖິ່ນ ແລະ ການເຄື່ອນໄຫວເພື່ອສົ່ງເສີມການເຊື່ອມໂຍງດ້ານວັດທະນະທໍາລະຫວ່າງສອງປະເທດ ໄດ້ຮັບການຕີລາຄາສູງຈາກ ທ່ານ ສົມສະ ຫວາດ ເລັ່ງສະຫວັດ ແລະ ທ່ານ ວັນໄຊ ພອງສະຫວັນ.
