ນອກຈາກນັ້ນ ໃນກອງປະຊຸມຍັງໄດ້ປຶກສາຫາລືກັນ ກ່ຽວກັບ ແຜນການກະກຽມຄວາມພ້ອມ ແລະ ການມີສ່ວນຮ່ວມຕົວຈິງຂອງຂະແໜງການ, ປະຊາຊົນທີ່ອາດຈະໄດ້ຮັບຜົນກະທົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ແຜນຮັບມືໃນກໍລະນີສຸກເສີນ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ທັນການ ເພື່ອຫຼຸດຜ່ອນຜົນກະທົບທີ່ອາດຈະເກີດຂຶ້ນ ຕາມລຳດັບຂອງເຫດການສຸກເສີນ. ພ້ອມນັ້ນ, ທາງຄະນະກໍ່ໄດ້ລົງພາກປະຕິບັດຕົວຈິງຢູ່ເຂື່ອນໄຟຟ້າຈຳນວນໜຶ່ງ.