ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ “ຄວາມຮູ້ພື້ນຖານດ້ານຄວາມປອດໄພຂອງເຂື່ອນ”

          ໃນວັນທີ 13-15 ພະຈິກ 2023, ເມືອງແກ້ວອຸດົມ, ແຂວງ ວຽງຈັນ, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ), ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຝຶກອົບຮົມໃນຫົວຂໍ້ “ຄວາມຮູ້ພື້ນຖານ ກ່ຽວກັບ ຄວາມປອດໄພຂອງເຂື່ອນ” ໃຫ້ພະນັກງານພາຍໃນກົມ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ. ໂດຍການເປັນປະທານ ຂອງທ່ານ ປອ ພູໂຂງ ແສງວິໄລ, ຮອງຫົວໜ້າ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ການຝຶກອົບຮົມໃນຄັ້ງນີ້ ກໍ່ແມ່ນກິດຈະກຳໜື່ງ ທີ່ນອນຢູ່ໃນບັນດາກິດຈະກຳ ຂອງໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບຫຼັກການດ້ານຄວາມປອດໄພຂອງເຂື່ອນ, ເຊີ່ງເປັນໂຄງການຮ່ວມມື ລະຫວ່າງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອົງການເຮວວີຕັດ ປະຈຳ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ Swiss Agency for Development and Coopération (SDC) ແລະ ເປັນການຜັນຂະຫຍາຍ ແຜນການເຄື່ອນໄຫວ ຂອງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ແຕ່ປີ 2023 ເຖີງ 2025 ໃນວຽກງານສ້າງຄວາມແຂ້ມແຂງດ້ານວິຊາການ. ມີນັກສຳມະນາກອນຈຳນວນ 20 ທ່ານ ມາຈາກກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ພະແນກພະລັງງານແລະບໍ່ແຮ່ແຂວງ ວຽງຈັນ ແລະ ເຂົ້າຮ່ວມຕິດຕາມຂອງກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ອົງການເຮວວິຕັດ ປະຈຳລາວ.

          ຈຸດປະສົງ ຂອງຊຸດຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້-ຄວາມເຂົ້າໃຈ ຂອງພະນັກງານວິຊາການ ກ່ຽວກັບ ວຽກງານກວດກາ, ຕິດຕາມເຝົ້າລະວັງ, ເກັບກຳຂໍ້ມູນ ແລະ ວິເຄາະຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງກັບຄວາມປອດໄພຂອງເຂື່ອນ. ພ້ອມນັ້ນ, ຍັງໄດ້ເຊີນຊ່ຽວຊານທີ່ມີປະສົບການດ້ານຄວາມປອດໄພຂອງເຂື່ອນລະດັບສາກົນຈາກ ປະເທດ ສະວິດເຊີແລນ ທ່ານ ດຣ ເບີນາດ ຈູສ ຊ່ຽວຊານດ້ານເຂື່ອນ ແລະ ອຸທົກກະສາດ “ໂຄງການສ້າງຄວາມເຂັ້ມແຂງທາງດ້ານ ເຕັກນິກວິຊາການ ແລະ ລະບຽບການດ້ານຄວາມປອດໄພຂອງເຂື່ອນ (DSTIA)”, ທີ່ມາຖ່າຍທອດຄວາມຮູ້ ແລະ ປະສົບການໃຫ້ນັກສຳມະນາກອນ ໃນດ້ານການອອກແບບ, ຄຸນລັກສະນະ ແລະ ວິເຄາະຈຸດດີ-ຈຸດອ່ອນ ຂອງເຂື່ອນປະເພດຕ່າງໆ, ຫຼັກການກ່ຽວກັບການຄິດໄລ່ຕົວຊີ້ບອກຄວາມປອດໄພ, ການກວດກາຕິດຕາມອຸປະກອນວັດແທກຂໍ້ມູນ, ວິເຄາະຂໍ້ມູນ ແລະ ຄາດຄະເນສະພາບຄວາມປອດໄພຂອງເຂື່ອນ. ຜ່ານການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນ ໄດ້ຮັບຮູ້ ແລະ ຍົກລະດັບຄວາມເຂົ້າໃຈດ້ານຄວາມປອດໄພຂອງເຂື່ອນ, ສາມາດແລກປ່ຽນບົດຮຽນຈາກເຫດການອຸບັດຕິເຫດຕ່າງໆ ທີ່ເກີດຈາກຄວາມບົກຜ່ອງໃນການອອກແບບ, ການຕິດຕາມກວດກາ ແລະ ບຳລຸງຮັກສາ ຂອງເຂື່ອນຕ່າງໆທັງພາຍໃນ ແລະ ຕ່າງປະເທດ. ການຝຶກອົບຮົມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 3 ວັນ ແລະ ໄດ້ປິດລົງດ້ວຍຜົນກຳເລັດຢ່າງຈົບງານ. ພ້ອມນັ້ນ, ຍັງໄດ້ລົງຢ້ຽມຢາມໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ແລະ ແລກປ່ຽນບົດຮຽນກ່ຽວກັບຄວາມປອດໄພຂອງເຂື່ອນຕື່ມອີກ.
ພາບ : ສົມສະນູກ
ຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ
ສາຍດ່ວນ: 1506