ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ໄຊສົມບູນ ປະກາດການຈັດຕັ້ງຂັ້ນຫົວໜ້າ, ຮອງຫົວໜ້າຂະແໜງ

          ໃນຕອນເຊົ້າຂອງວັນທີ 28 ສິງຫາ 2024 ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນ2 ຂອງລັດວິສາຫະກິດໄຟຟ້າລາວສາຂາແຂວງໄຊສົມບູນ. ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ໄຊສົມບູນ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຫົວໜ້າ-ຮອງຫົວໜ້າຂະແໜງພາຍໃນພະແນກຂອງຕົນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທຽມ ໄຊສົງຄາມ ກຳມະການພັກແຂວງ, ຫົວໜ້າ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ມີບັນດາທ່ານຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ, ຫົວໜ້າ-ຮອງຫົວໜ້າ ຕາງໜ້າຈາກພະແນກການທີກ່ຽວຂ້ອງ ຂອງແຂວງ ແລະ ພະນັກງານຫຼັກແຫຼງພາຍໃນພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ທ່ານ ໃຈຢ່າ ຈົວໄຊສື ຮອງຫົວໜ້າຂະແໜງພະນັກງານ ຄະນະຈັດຕັ້ງແຂວງໄຊສົມບູນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ຈຳນວນ 4 ທ່ານຄື: ທ່ານ ເພັດສະໄໝ ຈັນທະວົງ ຮັກສາການຫົວໜ້າຂະແໜງ ທໍລະນິສາດ ແລະ ແຮ່ທາດ ຂື້ນເປັນ ຫົວໜ້າຂະແໜງ ທໍລະນິສາດ ແລະ ແຮ່ທາດ, ທ່ານ ອຶຊົ່ງ ທອງເພັດ ຮອງຫົວໜ້າຂະແໜງທໍລະນິສາດ ແລະ ແຮ່ທາດ ຂື້ນເປັນ ຫົວໜ້າຂະແໜງຄຸ້ມຄອງບໍ່ແຮ່, ທ່ານ ຕຸ້ຍນ້ອຍ ພາລີວົງໄຊ ຮອງຫົວໜ້າຂະແໜງທຸລະກິດພະລັງງານ, ນະໂຍບາຍ ແລະ ແຜນພະລັງງານ ຂື້ນເປັນຫົວໜ້າຂະແໜງທຸລະກິດພະລັງງານ, ນະໂຍບາຍ ແລະ ແຜນພະລັງງານ ແລະ ທ່ານ ນາງ ໄກ່ວິໄລ ສີຫາລາດ ພະນັກງານວິຊາການ ຂະແໜງບໍລິຫານ-ຈັດຕັ້ງ ແລະ ກວດກາ ຂື້ນເປັນ ຮອງຫົວໜ້າຂະແໜງບໍລິຫານ-ຈັດຕັ້ງ ແລະ ກວດກາ

          ຕອນທ້າຍຂອງພິທີ ທ່ານ ບຸນທຽມ ໄຊສົງຄາມ ກຳມະການພັກແຂວງ, ຫົວໜ້າ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ມີຄຳເຫັນໂອ້ລົມວ່າ: ການປັບປຸງການຈັດຕັ້ງຄັ້ງນີ້ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ເພື່ອປັບປຸງຊັບຊ້ອນພະນັກງານນຳພາ-ຄຸ້ມຄອງຢູ່ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງເຂັ້ມແຂງທາງດ້ານການຈັດຕັ້ງ ເປັນຕົ້ນແມ່ນ ເພື່ອຮອງຮັບໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນທີ່ຈະມາເຖິງນີ້ ແລະ ທັງເປັນໂອກາດເພື່ອສ້າງພະນັກງານ ສືບທອດປ່ຽນແທນຢູ່ແຕ່ລະຂັ້ນ ໃນສະເພາະໜ້າ ແລະ ຍາວນານ; ອີກດ້ານໜຶ່ງເພື່ອເຮັດໃຫ້ການຈັດຕັ້ງສາມາດນໍາພາ-ຊີ້ນໍາຂັບເຄື່ອນຕາມແຜນພັດທະນາເສດຖະກິດ-ສັງຄົມໃຫ້ໄປຕາມແຜນ ແລະ ບັນລຸຕາມເປົ້າໝາຍ ທີ່ວາງໄວ້ ແລະ ທ່ານຍັງມີທິດຊິ້ນຳໃຫ້ ພະນັກງານທັງໝົດ ນັບທັງຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຫຼື ບໍ່ທັນໄດ້ຮັບການແຕ່ງຕັ້ງ-ຊັບຊ້ອນ ກໍ່ເຊັ່ນດຽວກັນ, ຈົ່ງສືບຕໍ່ຄົ້ນຄວ້າກໍາແໜ້ນເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 1 ຂອງຄະນະບໍລິຫານງານພັກແຂວງໄຊສົມບູນ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແຕ່ລະໄລຍະ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດ, ທີ່ພັກ-ລັດຖະບານ ໄດ້ຮັບຮອງ, ສືບຕໍ່ຕັ້ງໜ້າຝຶກຝົນຫໍ່ຼຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ສົມຄູ່ກັບໜ້າທີ່ຕໍາແໜ່ງທີ່ໄດ້ຮັບມອບໝາຍ, ມີຄວາມເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ; ຍົກລະດັບຄວາມຮູ້ ຄວາມສາມາດດ້ານຕ່າງໆ ໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ ແລະ ທ່ວງທັນກັບການປ່ຽນແປງໃນໄລຍະໃໝ່, ທັນກັບການຫັນເປັນທັນສະໄໝ, ທັງເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ ແລະ ໃຫ້ສົມກັບຄວາມໄວ້ວາງໃຈຂອງມະຫາຊົນ, ຂອງການຈັດຕັ້ງພັກ, ລັດຂັ້ນເທິງ ທີ່ມີຕໍ່ບັນດາທ່ານ.

ພາບ ແລະ ຂ່າວ: ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506