ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ ປະກາດປັບປຸງການຈັດຕັ້ງ

          ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ເວົ້າລວມ,​ ເວົ້າສະເພາະ ເພື່ອບຸກທະລຸຢ່າງຮອບດ້ານໃນວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ກາຍເປັນຂະແໜງການທີ່ສຳຄັນ ແລະ ເປັນຍຸດທະສາດຕໍ່ການຊຸກຍູ້ໃຫ້ເສດຖະກິດພາຍໃນແຂວງເຊກອງ ສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ.​
          ຕອນເຊົ້າວັນທີ 24 ມິຖຸນາ 2022 ຢູ່ຫ້ອງປະຊຸມໃຫຍ່ຂອງ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ໄດ້ຈັດພິທີປະກາດການຈັດຕັ້ງຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ນາງ ຈັນຫອມ ມະຫາໄຊ ຮອງເລຂາຄະນະບໍລິຫານງານພັກແຂວງ,​ ຜູ້ຊີ້ນຳວຽກງານພັກ-ພະນັກງານ,​ ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ,​ ຄະນະກວດກາພັກ-ລັດ ແຂວງ,​ ບັນດາພະແນກການອ້ອມຂ້າງແຂວງ,​ ຫ້ອງການ ພະລັງງານ ແລະ ບໍ່ແຮ່ 5 ເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ.​
          ໃນພິທີທີ່ມີຄວາມໝາຍສຳຄັນນີ້,​ ຕາງໜ້າຄະນະຈັດຕັ້ງແຂວງ ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງ ສະບັບເລກທີ 122/ຈຂ.ຊກ, ລົງວັນທີ 15 ມິຖຸນາ 2022 ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂອງແຂວງອອກພັກການ-ຮັບອູດໜູນບຳນານ ໃນນີ້ໄດ້ຕົກລົງໃຫ້ ທ່ານ ເພັດສະໝອນ ຄອນປະສິດ ເລຂາຄະນະພັກຮາກຖານ,​ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອອກພັກການ-ຮັບອູດໜູນບຳນານ.​ ພ້ອມກັນນີ້ ກໍ່ໄດ້ຜ່ານຂໍ້ຕົກລົງສະບັບເລກທີ 126/ຈຂ.ຊກ, ລົວັນທີ 15 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ຜູ້ໃໝ່ ໂດຍແຕ່ງຕັ້ງ ທ່ານ ຄຳແສນ ພະສະແຫວງ ຮອງຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຂື້ນເປັນຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຜູ້ໃໝ່ ແລະ ແຕ່ງຕັ້ງ ທ່ານ ຮຽງ ໄອ່ແກ້ວ ເປັນຮອງຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຕື່ມອີກ.
          ຫລັງຈາກນັ້ນ,​ ກໍ່ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງ.​ ຕອນທ້າຍຂອງ ພິທີ ສະຫາຍ ນາງ ຈັນຫອມ ມະຫາໄຊ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ພິທີ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນການຊີ້ນຳ-ນຳພາຂອງ ຄະນະພັກ,​ ຄະນະພະແນກ ໂດຍສະເພາະ ທ່ານ ຫົວໜ້າພະແນກຄົນເກົ່າ ທີ່ໄດ້ທຸມເທສະຕິປັນຍາ ຄວາມຮູ້ຄວາມສາມາດ ເຂົ້າໃນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງ ເຊກອງ.​ ພ້ອມກັນນີ້ ສະຫາຍ ຮອງເລຂາພັກແຂວງ ກໍ່ໄດ້ສະເໜີໃຫ້ຫົວໜ້າພະແນກຜູ້ໃໝ່ ພ້ອມດ້ວຍຄະນະ ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາພະລັງງານ ແລະ ບໍ່ແຮ່ ເຂົ້າສູ່ພຶດຕິກຳຕົວຈິງ ໃຫ້ໄດ້ຮັບຜົນສຳເລັດຢ່າງໜັກແໜ້ນຕາມແຜນການທີ່ວາງໄວ້.​
ພາບ: ພບ ແຂວງ ເຊກອງ
ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ