
ຕອນເຊົ້າວັນທີ7 ພຶດສະພາ 2024 ນີ້, ຢູ່ທີ່ຫ້ອງຮັບແຂກກອງບັນຊາການທະຫານແຂວງຫຼວງພະບາງ, ທ່ານ ມີໄຊກອນ ວິໄລຫົງ ຮອງຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງຫຼວງພະບາງ ໄດ້ນຳເອົາເຄື່ອງຜະລິດໄຟຟ້າພະລັງງານແສງຕາເວັນ (ໂຊລາເຊວ) ຈຳນວນ 2 ຊຸດ, ຂະໜາດ 300 ວັດ, ມູນຄ່າ 9.756.800 ກີບ, ມາມອບໃຫ້ກອງບັນຊາການທະຫານ ແຂວງຫຼວງພະບາງ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການປັບປຸງກໍ່ສ້າງກົມກອງທີ່ຢູ່ເຂດທຸລະການດານຫ່າງໄກສອກຫຼີກອໍານວຍຄວາມສະດວກໃຫ້ແກ່ພະນັກງານ -ນັກຮົບທີ່ພວມເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນເຂດນໍ້າແດນດິນຊາຍແດນ ໃຫ້ມີຄວາມສະດວກສະບາຍວ່ອງໄວທັນສະໄໝ, ໂດຍແມ່ນ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ກໍາມະການພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ, ເປັນຜູ້ກ່າວຮັບ, ພ້ອມທັງກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງມາຍັງ ທ່ານ ມີໄຊກອນ ວິໄລຫົງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ທີ່ໄດ້ນໍາເອົາເຄື່ອງໄຟຟ້າແສງອາທິດມາມອບໃນຄັ້ງນີ້,
