
ໃນຕອນເຊົ້າຂອງວັນທີ 31 ຕຸລາ 2023, ທີ່ແຂວງ ຫຼວງພະບາງ, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ), ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຝຶກອົບຮົມໃນຫົວຂໍ້ “ຄວາມຮູ້ພື້ນຖານ ກ່ຽວກັບ ຄວາມປອດໄພຂອງເຂື່ອນ” ໃຫ້ພະນັກງານພາຍໃນກົມ ແລະ ພະແນກພະລັງງານແລະບໍ່ແຮ່ ແຂວງ ຫຼວງພະບາງ. ໂດຍການເປັນປະທານ ຂອງທ່ານ ພູທະນູທອງ ໄຊສົມບັດ, ຮອງຫົວໜ້າ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ການຝຶກອົບຮົມຄັ້ງນີ້ ແມ່ນກິດຈະກຳໜື່ງ ທີ່ນອນຢູ່ໃນບັນດາກິດຈະກຳ ຂອງໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບຫຼັກການດ້ານຄວາມປອດໄພຂອງເຂື່ອນ, ເຊີ່ງເປັນໂຄງການຮ່ວມມື ລະຫວ່າງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອົງການເຮວວີຕັດ ປະຈຳ ສປປ ລາວ ໂດຍໄດ້ຮັບສະໜັບສະໜູນຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ Swiss Agency for Development and Coopération (SDC) ແລະ ເປັນການຜັນຂະຫຍາຍ ແຜນການເຄື່ອນໄຫວ ຂອງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ແຕ່ປີ 2023 ເຖີງ 2025 ໃນວຽກງານສ້າງຄວາມແຂ້ມແຂງດ້ານວິຊາການ.

ຈຸດປະສົງຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມເຂົ້າໃຈ ຂອງພະນັກງານວິຊາການ ກ່ຽວກັບວຽກງານກວດກາ, ຕິດຕາມເຝົ້າລະວັງ, ເກັບກຳ ແລະ ວິເຄາະຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງກັບຄວາມປອດໄພຂອງເຂື່ອນ. ການຝຶກອົບຮົມໄດ້ຮັບກຽດກ່າວເປິດ ແລະ ເປັນປະທານ ໂດຍ ທ່ານ ພູທະນູທອງ ໄຊສົມບັດ, ຮອງຫົວໜ້າ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ມີນັກສຳມະນາກອນຈຳນວນ 28 ທ່ານ ມາຈາກກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງພະບາງ ແລະ ເຂົ້າຮ່ວມຕິດຕາມຂອງກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ອົງການເຮວວິຕັດ ປະຈຳລາວ.

