ທ່ານ ສຸດໃຈ ກົມມະເມືອງ ໄດ້ຮັບການແຕ່ງຕັ້ງເປັນວ່າການຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ຜູ້ໃໝ່

          ຕອນເຊົ້າວັນທີ 12 ຕຸລາ 2023 ທີ່ຜ່ານມາ, ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື ໄດ້ຈັດພິທີປະກາດການຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ ອຸດສະຫາກໍາ ແລະ ການຄ້າແຂວງ ແລະ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເສີດ ເສດທິລາດ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆອັດຕະປື, ມີຄະນະນຳຂອງຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ ຈາກ 2 ພະແນກການ ເຂົ້າຮ່ວມ.

          ໃນພິທີ ຜູ້ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ, ວ່າດ້ວຍການແຕ່ງຕັ້ງເລຂາຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານນໍາພາ ,ໃນນີ້ໄດ້ ແຕ່ງຕັ້ງ ສະຫາຍ ສຸດໃຈ ກົມມະເມືອງ ອາດີດເລຂາຄະນະພັກຮາກຖານ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນເລຂາຄະນະພັກຮາກຖານ, ທັງເປັນ ວ່າການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື, ພ້ອມນັ້ນ ກໍ່ໄດ້ປະກາດແຕ່ງຕັ້ງ ສະຫາຍ ສັນຕິ ໄຊສີລືໄຊ ຮອງຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ ຂື້ນເປັນ ຮັກສາການຫົວໜ້າ ພະແນກອຸດສະຫະກໍາ ແລະ ການຄ້າ ແຂວງ. ໂອກາດດັ່ງກ່າວ ໄດ້ມີພິທີເຊັນມອບ-ຮັບໜ້າທີ່ກັນຢ່າງເປັນທາງການ, ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

          ຕອນທ້າຍຂອງພິທີ, ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງໆ ອັດຕະປື ໄດ້ ມີຄໍາເຫັນໂອ້ລົມ, ເຊິ່ງກ່ອນອື່ນ ທ່ານ ໄດ້ກ່າວວ່າ: ການປະກາດຍົກຍ້າຍແຕ່ງຕັ້ງໜ້າທີ່ໃນຄັ້ງນີ້, ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ, ແມ່ນພາວະວິໃສຂອງຄວາມເປັນຈິງໃນຍຸກແຫ່ງການປ່ຽນແປງໃໝ່ຂອງພັກເຮົາ ເວົ້າລວມແລ້ວ ກໍ່ເພື່ອຍົກສູງບົດບາດການນໍາພາໃນຂະແໜງການໃຫ້ມີຜົນສໍາເລັດ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ, ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຄັ້ງນີ້ ຈົ່ງສືບຕໍ່ເພີ່ມທະວີການປະຕິບັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ມີຜົນສໍາເລັດ, ເພີ່ມທະວີຄວາມສາມັກຄີໃນໝູ່ຄະນະໃຫ້ໜັກແໜ້ນ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ພ້ອມກັນສູ້ຊົນ – ຊີ້ນໍາ ນໍາພາວຽກງານໃຫ້ປະສົບຜົນສໍາເລັດ ເພື່ອນໍາພາແຂວງອັດຕະປື ໃຫ້ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ພາບ ແລະ ແຫຼ່ງຂ່າວ: ພບ ແຂວງອັດຕະປື
ຮຽບຮຽງ: ຄຳແສງ ແກ້ວປະເສີດ