ພິທີເຊັນບົດບັນທຶກ ການປະສານງານຮ່ວມກັນ ລະຫວ່າງ ພະແນກພະລັງງານ ແລະ ບໍ່ແຮ່ ແລະ ສະພາປະຊາຊົນແຂວງ ຫຼວງພະບາງ

         ຕອນບ່າຍ ຂອງວັນທີ 15 ກໍລະກົດ 2022 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຂອງພະແນກພະລັງງານ ແລະບໍ່ແຮ່ແຂວງ ໄດ້ຈັດພິທີລົງນາມບົດບັນທຶກການປະສານງານ ລະຫວ່າງ ຄະນະກໍາມະການເສດຖະກິດ, ແຜນການ ແລະການເງິນ ສະພາປະຊາຊົນແຂວງ ຫຼວງພະບາງ ກັບ ພະແນກພະລັງງານ ແລະບໍ່ແຮ່ ແຂວງຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມພອນ ສີອຸດົມພັນ ກໍາມະການພັກແຂວງ, ຮອງປະທານຄະນະປະຈໍາ ທັງເປັນ ປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ແລະ ທ່ານ ສົມໄຈ ວັນນະສີ ຫົວໜ້າພະແນກ ພະລັງງານ ແລະບໍ່ແຮ່ແຂວງ, ມີຄະນະນຳ ແລະ ວິຊາການຈາກສອງພາກສ່ວນເຂົ້າຮ່ວມ.

          ຈຸດປະສົງ ຂອງການເຊັນບົດບັນທຶກການປະສານງານໃນຄັ້ງນີ້ ເພື່ອເປັນພື້ນຖານ, ບ່ອນອີງ ແລະ ເປັນໃຈກາງການປະສານງານ ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ກັບ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໃນການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນໃຫ້ມີປະສິດທິພາບ, ປະສິດທິຜົນ, ວ່ອງໄວ ແລະ ຮັດກຸມ ພ້ອມທັງເພີ່ມທະວີ ພາລະບົດບາດ ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ລະບຽບການ ໃນການເຄື່ອນໄຫວ ວຽກງານຂອງສອງພາກສ່ວນ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້. ບົດບັນທຶກການປະສານງານດັ່ງກ່າວນີ້ ປະກອບມີ: 3 ໝວດ, 9 ມາດຕາ, ຊື່ງມີເນື້ອໃນລະອຽດຄົບຖ້ວນ ເປັນຕົ້ນແມ່ນ ຈຸດປະສົງ, ຫຼັກການປະສານງານ, ເນື້ອໃນ, ຂັ້ນຕອນ, ວິທີການປະສານງານ ແລະ ການຈັດຕັ້ງປະຕິບັດ.

ພາບ ແລະ ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ