ພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ປະກາດການຈັດຕັ້ງຂັ້ນຂະແໜງ

          ພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ມີນາ 2024 ຢູ່ຫ້ອງປະຊຸມຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນລ້ວນ ລີໄຊຍະລາດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ມີຄະນະພັກ, ຄະນະພະແນກ ພ້ອມດ້ວຍພະນັກງານພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ທ່ານ ນາງ ສຸກສະເຫວີຍ ແກ້ວປະເສີດ ຮອງປະທານກວດກາ ຄະນະພັກຮາກຖານ, ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງໆ ສະຫວັນນະເຂດ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງ ທີ່ຂຶ້ນກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ໃນນີ້ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ໄດ້ແຕ່ງຕັ້ງ ທ່ານ ບຸນຕື້ ລາດຊະວົງສີ ເປັນຫົວໜ້າ, ທ່ານ ນາງ ພອນປະເສີດ ຄຳວິໄລ ແລະ ທ່ານ ຈັນເພັງ ພຸດພົມ ເປັນຮອງ; ຂະແໜງທຸລະກິດ ແລະ ຄວາມປອດໄພອຸດສາຫະກຳພະລັງງານ ໄດ້ແຕ່ງຕັ້ງ ທ່ານ ສົມປະສົງ ໄຊຍະວົງ ເປັນຫົວໜ້າ, ທ່ານ ຄິດລຳພັນ ຕູໄພທູນ ເປັນຮອງ; ຂະແໜງສະຖິຕິ ແລະ ແຜນການ ໄດ້ແຕ່ງຕັ້ງ ທ່ານ ຄຳໃສ ພິມວົງສາ ເປັນຫົວໜ້າ, ທ່ານ ເພັດສະໝອນ ແສງສຸລິຍາ ເປັນຮອງ; ຂະແໜງຄຸ້ມຄອງພະລັງງານ, ສົ່ງເສີມ ແລະ ປະຢັດພະລັງງານ ໄດ້ແຕ່ງຕັ້ງ ທ່ານ ຂັນທອງ ໄຊຍະວົງ ເປັນຫົວໜ້າ ແລະ ທ່ານ ມີລິລິນ ຄຳຄີ ເປັນຮອງ ສຳລັບບັນດາຂະແໜງອື່ນ ຍັງຮັກສາໄວ້ຄືເກົ່າ.

          ຕອນທ້າຍຂອງພິທີ ທ່ານ ຫົວໜ້າພະແນກ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາ ໂດຍສະເພາະ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ບັນດາ ທ່ານ ໄດ້ຮັບການແຕ່ງຕັ້ງໃໝ່. ພ້ອມກັນນີ້, ທ່ານ ກໍ່ຍົກໃຫ້ເຫັນເຖິງກົນໄກ ແລະ ຫຼັກການ ການແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນໜ້າທີ່ບ່ອນປະຈຳການຂອງພະນັກງານຫຼັກແຫຼ່ງ ຢູ່ປະເທດເຮົາຂອງພວກເຮົາ ເວົ້າລວມ, ເວົ້າສະເພາະຢູ່ພາຍໃນແຂວງ ສະຫວັນນະເຂດ ແລະ ພາຍໃນຂະແໜງການພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະ. ທ່ານ ຫົວໜ້າພະແນກ ໄດ້ຖືໂອກາດອັນມີຄວາມໝາຍສຳຄັນນີ້ ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງໃໝ່ ຈົ່ງຍົກສູງບົດບາດ, ຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າ, ເປັນແບບຢ່າງນຳໜ້າ ໃນການເຄື່ອນໄຫວປະຕິບັດໜ້າທີ່ ສົມກັບຄວາມເຊື່ອໝັ້ນຂອງການຈັດຕັ້ງ ແລະ ຂັ້ນເທິງ.

ແຫຼ່ງຂ່າວ: ພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506