ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ຈັດກອງປະຊຸມ ເຜີຍແຜ່ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ 9 ປີ 2021-2025

           ຕອນເຊົ້າ ວັນທີ 27 ມັງກອນ 2023 ທີ່ສະໂມສອນ ເມືອງ ນາໝໍ້, ແຂວງ ອຸດົມໄຊ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ຈັດກອງປະຊຸມ ເຜີຍແຜ່ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ 9 ປີ 2021-2025, ການຄຸ້ມຄອງແຮ່ທາດອະໂລຫະ ສໍາລັບການກໍ່ສ້າງ ແລະ ອຸດສາຫະກໍາ ພາຍໃນແຂວງ ແລະ ມອບພະນັກງານພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ລົງກໍ່ສ້າງຮາກຖານຊ່ວຍວຽກງານພະລັງງານ ແລະ ບໍ່ແຮ່ ເມືອງ ນາໝໍ້ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບົວພອນ ແກ້ວມະນີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງ ນາໝໍ້ ແລະ ທ່ານ ອາລູນ ບຸນວິໄລ ຫົວໜ້າ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ, ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງ, ບໍລິສັດເຂົ້າຮ່ວມ.
ໂດຍ: ກາດຳ ອຸລາຫົງ